ຜູ້ໂຈມຕີສະລະຊີບຄົນນຶ່ງ ໄດ້ບີບຄະນວນລະເບີດທີ່ຫ້າງໃສ່ລົດ
ຄັນນຶ່ງ ໃຫ້ແຕກຂຶ້ນ ທີ່ດ່ານກວດທະຫານອີຣັກແຫ່ງນຶ່ງ ໂດຍໄດ້
ສັງຫານຢ່າງ ໜ້ອຍສີ່ຄົນ ແລະໄດ້ຮັບບາດເຈັບອີກ 12 ຄົນ.
ການໂຈມຕີໃນວັນອັງຄານມື້ນີ້ ເກີດຂື້ນທີ່ເມືອງ Taji ປະມານ 20 ກິໂລແມັດ ຢູ່ທາງພາກເໜືອຂອງນະຄອນຫລວງ Bagdad. ຢ່າງ ໜ້ອຍມີທະຫານສອງຄົນຮວມຢູ່ໃນພວກເສຍຊີວິດ.
ຍັງບໍ່ມີການອ້າງເອົາຄວາມຮັບຜິດຊອບ ຈາກການໂຈມຕີນີ້ໃນທັນທີ.
ການໂຈມຕີດັ່ງກ່າວແມ່ນເປັນຄັ້ງທີສອງ ທີ່ເກີດຂື້ນໃນເມືອງ Taji.ໃນວັນອາທິດຜ່ານມາ ຜູ້ວາງລະເບີດສະລະຊີບ ແນເປົ້າໝາຍໃສ່ກໍາລັງທີ່ໄດ້ຮັບການໜຸນຫລັງຂອງລັດຖະບານ ຊຶ່ງໄດ້ສັງຫານຢ່າງໜ້ອຍ 22 ຄົນ.