ຜູ້ວາງລະເບີດ ສະຫຼະຊີບ ໃນອີຣັກ ສັງຫານ ຢ່າງໜ້ອຍ 11 ຄົນ

ຊາວບ້ານພາກັນ ກວດເບິ່ງ ບ່ອນວາງລະເບີດ ຢູ່ຕະຫລາດ ທີ່ຊານເມືອງແບັກແດດ. (ວັນທີ 30 ເດືອນເມສາ ປີ 2016

ຕຳຫລວດອີຣັກກ່າວ​ວ່າ ການ​ວາງ​ລ​ະ​ເບີດ​ສະຫຼະ​ຊີບຢູຕະຫລາດທີ່ໄດ້ຮັບຄວາມ​ນິຍົມ
ແຫ່ງນຶ່ງ ນອກ​ນະຄອນຫລວງ​ແບັກ​ແດດ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ ຢ່າງ ໜ້ອຍ 11 ຄົນ.

ບັນດາ​ເຈົ້າ​ໜ້າທີ່ກ່າວ​ວ່າ ຢ່າງ​ໜ້ອຍ 26 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ ທີ່​ໄດ້​ມີ​ຂຶ້ນໃນເຂດການ​ຄ້າ ນາຮຣາວານ ຢູ່​ເຂ​ດພາກຕາ​ເວັນ​ອອກສຽງ​ໃຕ້​ຂອງ​ແບັກ​ແດດ.

​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດໄ​ພຄົນ​ນຶ່ງ​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ສອງ​ຄົນ ​ໄດ້​
ເປີດ​ສາກ​ຍິງໃສ່​ພວກພົນ​ລະ​ເຮືອນ ຢູ່​ໃນ​ຕະຫລາດ​ໃນ​ຕອນ​ແລງ​ວັນ​ຈັນກ່ອນ​ລະ​ເບີດ​
ໂຕເອງ.

ກຸມ​ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບໃນ​ການ​ໂຈມ​ຕີ ຢູ່​ໃນ​ການ​ສົ່ງ​ຂ່າວໃຫ້
ແກ່ໂທລະພາບ​ອາແມັ​ກ.

ກອງທັບ​ອີຣັກກຳລັງ​ປະຕິ​ບັດງານທາ​ງທະຫານຕ້ານກຸ່ມ​ຫົວ​ຮຸນແຮງ ຫລັງ​ຈາກ​ໄດ້​ຂັບ
​ໄລ່​ເຂົາ​ເຈົ້າ​ອອກ​ຈາກ​ດິນແດນ​ທີ່​ພວກເຂົາໄດ້​ຍຶດ​ໄວ້ ​ໃນ​ພາກ​ຕາ​ເວັນ​ຕົກ​ອີຣັກ ​ໃກ້​ກັບ​
ຊາ​ຍ​ແດນ​ຊີ​ເຣຍ.

ອາທິດ​ແລ້ວນີ້ ນາ​ຍົກລັດຖະມົນຕີອີຣັກ ທ່ານ​ແຮ​ເດີ ອານ-ອາ​ບາ​ດີ ກ່າວ​ວ່າ ປະ​ເທດ​ໃນ
​ບໍ່​ຊ້າ​ຈະ​ປະກາດ​ໄຊຊະ​ນະ​ຕໍ່ກຸ່ມ​ລັດອິສລາມ. ​ເຖິງ​ຢ່າງໃດ​ກໍ​ດີ ກຳລັງ​ຮັກສາ​ຄວາມ​ປອດ
​ໄພ​ອີຣັກກ່າວ​ວ່າ ​ເຂົາ​ເຈົ້າຄາດ​ວ່າ ພວກ​ຫົວ​ຮຸນ​ແຮງ​ຈະ​ກໍ່ກະກະບົດຕໍ່ໄປ​ ຫຼັງ​ຈາກການ
​ພັງທະລາຍລົງຂອງລັດອິສລາມທີ່ພວກເຂົາໄດ້ປະ ກາດສ້າງຕັ້ງຂຶ້ນມານັ້ນ.​

ອ່ານຂ່າວເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Iraq