ການໂຈມຕີ ສະຫຼະຊີບ ຂອງກຸ່ມ ລັດອິສລາມ ໄດ້ສັງຫານ 11 ຄົນ ໃນພາກເໜືອ ອີຣັກ

ຜູ້ຊາຍຊາວເຄີດຄົນນຶ່ງ ທີ່ໄດ້ຮັບບາດເຈັບ ພວມຍ່າງໄປຈາກ ບ່ອນທີ່ມີການໂຈມຕີ ຢູ່ເມືອງ Kirkuk ປະເທດອີຣັກ. (21 ຕຸລາ 2016)

​ມີ​ການ​ໂຈມ​ຕີ​ສະຫຼະຊີບຕໍ່​ບ່ອນກໍ່ສ້າງ​ທີ່​ບໍລິຫານ​ງານ​ໂດຍ​ອີຣ່ານທີ່​ເມືອງ Dibis ​ໃນ​ພາກ​ເໜືອ ​ຂອງ​ປະ​ເທ​ດອີຣັກ ​ໃນ​ວັນ​ສຸກ​ມື້ນີ້ ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ 11 ຄົນ ​ໃນ​ຂະນະ​ທີ່​ຕຳ ຫຼວດອີຣັກ 6 ຄົນ ​ແລະ​ພວກ​ນັກ​ລົບຂອງ​ກຸ່ມ​ລັດ​ອິສລາມ 12 ຄົນ​ໄດ້​ຖືກ​ຂ້າ​ຕາຍ ໃນ​ການ​ໂຈ​ມຕີ​ທີ່​ຄ້າຍຄື​ກັນ​ ກ່ອນໜ້ານີ້ ຕໍ່​ກອງ​ບັນ​ຊາການ​ຕຳຫຼວດ ​ແລະ​ສະຖານທີ່ແຫ່ງ​ອື່ນໆໃນ​ເມືອງ Kirkuk.

​ໃນ​ລະຫວ່າງ​ການ​ໂຈມ​ຕີ​ກອງ​ບັນຊາການ​ຕຳຫຼວດນັ້ນໄດ້​ຍິນ​ສຽງ​ລະ​ເບີດຫຼາຍໆ​ລູກ​ແຕກ​ຂຶ້ນຢູ່​ທີ່​ນັ້ນ ແລະ​ສຽງ​ປືນ​ຍິງ​ຕໍ່ສູ້​ກັນ​ດັງ​ຂຶ້ນບໍ່​ດົນ​ຕໍ່​ມາ. ຮູບຈາກ​ລາຍ​ງານຂ່າ​ວ​ໂທລະ​ພາບ​ທ້ອງ​ຖິ່ນ​ສະ​ແດງ​ໃຫ້​ເຫັນ​ວ່າມີ​ຄວັນ​ສີ​ດຳ​ກຸ້ມ​ຂຶ້ນ ​ໃນ​ບໍລິ​ເວນ​ໂຮງການແລະ​ໄດ້​ຍິນ​ສຽງ​ປືນ​ກົນ​ດັງ​ຢູ່​ທາງ​ເບື້ອງຫລັງ.

ມີ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ຢ່າງ​ໜ້ອຍ 5 ຄົນ​ໂຈ​ມຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບ​ຕໍ່ກອງ​ບັນ ຊາ​ການ​ຕຳຫຼວດ. ນຶ່ງ​ໃນ​ນັ້ນ ໄດ້​ຖືກຍິງ​ຕາຍ ​ໂດຍ​ຕຳຫຼວດ ກ່ອນ​ທີ່​ຜູ້ກ່ຽວຈະ​ສາມາດ​ບີບ​ຄະ​ນວນ​ລະ​ເບີດ​ທີ່​ບັນຈຸ​ຢູ່​ໃນ​ເສື້ອຄຸມໃຫ້​ແຕກ​ຂຶ້ນ​ໄດ້.

ກຸ່ມ​ລັດ​ອິສລາມ​ໄດ້​ອ້າງ​ເອົາຄວາມ​ຮັບຜິດຊອບ​ໃ​ນທັນທີ​ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ມີ​ການ​ອ້າງ​ຄຳ​ເວົ້າເຈົ້າ​ແຂວງໆ Kirkuk ທ່ານ Najmadin Karim ​ໂດຍສະຖາ​ນີ​ໂທລະ ພາບ Rudaw ຂອງ​ຊາວ​ເຄີ​ດທີ່​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ບໍ່ໄດ້​ຍຶດ​ເອົາ​ຕຶກ​ໂຮງການ​ລັດ ຖະບານ​ໃດ​ໆ​ໃນ​ເມືອງ Kirkuk ​ແຕ່​ພວກ​ນັກ​ລົບ 2 ຄົນ ຂອງ​ກຸ່ມ​ດັ່ງກ່າວໄດ້​ເຂົ້າຍຶດ​ເອົາ​ໂຮງ​ແຮມ​ແຫ່ງ​ນຶ່ງ. ການ​ປະ​ທະ​ກັນ ​ຢ່າງ​ກະຈັດ​ກະຈາຍ ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ໃນ​ບາງ​ເຂດ​ຂອງ​ເມືອງ Kirkuk.

ຫລາຍໆ​ຊົ່ວ​ໂມງ​ຫລັງ​ຈາກ​ທີ່​ໄດ້​ມີ​ການ​ໂຈ​ມຕີ​ຕໍ່​ກອງ​ບັນຊາ​ການ​ຕຳຫຼວດ​ແລ້ວ ຜູ້​ໂຈມ​ຕີ​ສະຫຼະຊີບ 3 ຄົນ ​ກໍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ໂຮງ​ໄຟຟ້າ​ແຫ່ງ​ນຶ່ງ​ທີ່​ພວມ​ມີການ​ກໍ່ສ້າງ​ຢູ່​ອ້ອມແອ້ມ Kirkuk ​ຄືທີ່​ເມືອງ Dibis ​ແລະ​ໄດ້​ບີບ​ຄະ​ນວນ​ລະ​ເບີດ ​ໃຫ້​ແຕກ​ຂຶ້ນ ​ເຮັດ​ໃຫ້​ຢ່າງ​ໜ້ອຍ 11 ຄົນ​ເສຍ​ຊີວິດ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງ​ກ່າວ​ນີ້​ເທື່ອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ