ມີການວາງລະເບີດ ໂຈມຕີ ຫຼາຍເມືອງ ໃນອັຟການິສຖານ

ຫລາຍໂຕເມືອງໃນ ອັຟການິສຖານ ຖືກໂຈມຕີ ໂດຍການວາງລະເບີດສະລະຊີບ ຢ່າງຕໍ່ເນຶ່ອງກັນ ໃນວັນອາທິດ ທີ 24 ທັນວາ 2013 ນີ້.

ບັນດາເຈົ້າ​ໜ້າ​ທີ່ ອັ​ຟກາ​ນິສຖານ ກ່າວ​ວ່າ ພວກ​ກະບົດໄດ້​ທໍາ​
ການ ໂຈມ​ຕີ ຢ່າງຕໍ່​ເນື່ອງ​ກັນ​ໃນ​ທົ່ວອັ​ຟກາ​ນິສຖານ ​ໃນວັນ​ອາ
ທິດ​ມື້​ນີ້.

​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ໜ່ວຍ​ຮັກສາ​ຄວາມ​ປອດ​ໄພ ອັຟກາ​ນິສ
ຖານ ​ໄດ້​ສັງຫານຊາຍ​ຄົນ​ນຶ່ງ ທີ່​ຈະ​ທໍາ​ການ​ວາງ​ລະ​ເບີດ​ລົດ
ສະລະ​ຊີບ ຢູ່ຄຸ້ມ​ນຶ່ງ ໃນເມືອງ​ຫລວງ Kabul ​ບ່ອນເປັນທີ່ຕັ້ງ
ຂອງກະ​ຊວງທະບວງ​ກົມຕ່າງໆຂອງ​ລັດຖະບານ ​ແລະບັນດາ
ສະຖານ​ທູດ​. ຕໍາຫລວດ​ເວົ້າ​ວ່າ ລົດ​ຂອງ​ຜູ້​ກ່ຽວ ​ເຕັມ​ໄປ​ດ້ວຍ
​ວັດຖຸລ​ະເບີດ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ອີກ​ວ່າ ລົດ​ບັນທຸກ​ລະ​ເບີດ​ອີກ​ຄັນ​ນຶ່ງໄດ້ໂຈມຕີ ຫ້ອງການນຶ່ງ​ຂອງ​ໜ່ວຍ​ສືບ​ລັບ ທີ່​ເມືອງ Jalalabad ​ທາງພາກ​ຕາ​ເວັນ​ອອກ​ຂອງ​ປະເທດ ໂດຍ​ໄດ້ສັງຫານ​ສອງ​ຄົນ ​ແລະເຮັດ​ໃຫ້​ບາດ​ເຈັບອີກ​
ສາມ​ຄົນ. ພວກ​ທາ​ລິບ​ານ ​ໄດ້​ອ້າງ​ເອົາ​ຄວາ​ມຮັບຜິດຊອບ ສໍາລັບ​ການ​ໂຈມ​ຕີ​ໃນ​ເມືອງ Jalalabad.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄົນ​ຮ້າຍອີກ​ຄົນ​ນຶ່ງ​ໄດ້​ກົດຂະ​ນວນ​ລະ​ເບີດ ທີ່​ບັນຈຸ​ຢູ່ໃນ​ລົດ​ຕູ້​ຄັນ​ນຶ່ງ ທີ່
ດ່ານ​ກວດຂອງ​ຕໍາຫລວດ ທີ່​ແຂວງ Logar ​ແລະ​ຢູ່​ໃນ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ​ເຊ່ນ​ກັນ ​ເຮັດ​ໃຫ້ເຈົ້າ​ໜ້າ​ທີ່ຕໍາຫລວດ ສອງ​ຄົນ ​ໄດ້​ຮັບ​ບາດ​ເຈັບ.