ມືລະເບີດ ສະຫຼະຊີບ ໂຈມຕີ ຫ້ອງການ ຕຳຫຼວດໃນ ນະຄອນຫຼວງ ກາບູລ

ກອງກຳລັງ ຮັກສາຄວາມປອດໄພ ອັຟການິສຖານ ກວດກາສະຖານທີ່ເກີດເຫດ ລະເບີດສະຫຼະຊີບ ທີ່ປະຕູຂອງຫ້ອງການຕຳຫຼວດ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 1 ກຸມພາ 2016.

ບັນດາເຈົ້າໜ້າທີ່ໃນນະຄອນຫຼວງຂອງ ອັຟການິສຖານ ກ່າວວ່າ ມືລະເບີດສະຫຼະຊີບຄົນໜຶ່ງໄດ້ໂຈມຕີຖານທີ່ຕັ້ງຂອງຕຳຫຼວດ ແຫ່ງໜຶ່ງ.

ຍັງບໍ່ມີຄວາມກະຈ່າງແຈ້ງໃນທັນທີທັນໃດວ່າມີຜູ້ທີ່ໄດ້ຮັບບາດເຈັບ ຫຼື ເສຍຊີວິດຈາກການລະເບີດທີ່ນະຄອນຫຼວງ ກາບູລ ໃນວັນຈັນ ມື້ນີ້ວ່າມີຫຼາຍປານໃດ. ແນວໃດກໍຕາມ, ຊ່າງຖ່າຍຮູບຂອງອົງການ ຂ່າວ ຝຣັ່ງ ລາຍງານວ່າ ມີຄົນຕາຍຫຼາຍຄົນກະຈັກກະຈາຍໄປທົ່ວ ບໍລິເວນທີ່ເກີດເຫດ.

ສຳລັບການໂຈມຕີຄັ້ງນີ້ແມ່ນຍັງບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບເທື່ອ.

ການໂຈມຕີດັ່ງກ່າວໄດ້ເກີດຂຶ້ນ ກ່ອນການເຈລະຈາສັນຕິພາບອີກຮອບໜຶ່ງຈະເກີດຂຶ້ນ ລະ ຫວ່າງ ອັຟການິສຖານ ແລະ ພວກຕາລີບານ.

Your browser doesn’t support HTML5

Afghanistan Blast