ການລະ​ເບີດ​ສະຫຼະ​ຊີບ ໃນ​ອັຟກາ​ນິສຖານ ຍັງຜົນໃຫ້ມີ 6 ຄົນ ເສຍຊີວິດ

ເຈົ້າໜ້າທີ່ ອັຟການິສຖານ ຮວມຕົວກັນ ໃນສະຖານທີ່ເກີດເຫດ ລະເບີດສະຫຼະຊີບ ໃນຄ້າຍຕຳຫຼວດ ໄມວັນ, ອັຟການິສຖານ Maiwand ຂອງແຂວງ ກັນເດີຮາຣ໌, 22 ທັນວາ 2017.

​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ ກ່າວ​ວ່າ ການລະ​ເບີດ​ສະຫຼະ​ຊີບ​ໃນເຊົ້າ​ວັນ​ຈັນ​ວານ​ນີ້ ​
ໃນ​ນະຄອນ​ຫຼວງກາ​ບູລ ​ໄດ້​ສັງຫານ ​ເຈົ້າ​ໜ້າ​ທີ່​ສືບ​ລັບ 2 ຄົນ ​ແລະ ພົນລະ​ເຮືອນ​ອີກ
4 ຄົນ ໃນ​ຂະນະ​ທີ່2 ຄົນ ​ໄດ້​ຮັບ​ບາດ​ເຈັບ.

ລະ​ເບີດ​ໄດ້​ແຕກ​ຂຶ້ນ ​ໃກ້ໆ​ກັບ​ປ້ອມ​ກວດ​ຄົນ​ເຂົ້າ​ອອກ ​ໃນ​ຖະໜົນ​ທີ່​ແອ​ອັດ ​ໃນ​ເມືອງ
​ຫຼວງ. ເບິ່ງ​ຄື​ວ່າ ຜູ້​ວາງ​ລະ​ເບີດ ​ ຕ້ອງການ​ທີ່​ຈະ​ແນ​ເປົ້າ​ໝາຍ​ໃສ່​ກອງ​ກຳລັງ​ຂອງ​ອັຟກາ
​ນິສຖານ ​ແລະ​ແຕ່​ກັບ​ໄປ​ຖືກ​ລົດ​ຂອງ​ພົນລະ​ເຮືອນ​ແທນ, ຊຶ່ງ​ທ່ານ ນາ​ຈີບ ​ເດ​ນິສ (Najib Danish) ​ໂຄສົກ​ຂອງ​ກະຊວງ​ພາຍ​ໃນ ​ໄດ້​ກ່າວ​ໄປ.

ກຸ່ມ​ລັດ​ອິສລາມ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການລະ​ເບີດ​ຄັ້ງ​ນີ້ ຜ່ານ​ອົງ
ການຂ່າວ​ອາມັຄ ຂອງ​ຕົນ.

ໄມວັນ, ອັຟການິສຖານ (Maiwand, Afghanistan)

ໂຄສົກ​ທຳນຽບຂາວ ທ່ານ​ນາງ ຊາຣາ ​ແຊນ​ເດີສ໌ (Sarah Sanders) ກ່າວ​ວ່າ ປະທາ
ນາທິບໍດີ ດໍ​ໂນ​ລ ທຣຳ ​ໄດ້​ຮັບ​ຊາບໃນ​ເຫດ​ການ​ທີ່​ວ່າ​ນີ້​ແລ້ວ.

ການວາງ​ລະ​ເບີດ​ໃນ​ວັນ​ຈັນ​ວານ​ນີ້ ມີ​ຂຶ້ນ​ຫຼັງ​ຈາກ​ທີ່ ກຸ່ມ​ລັດ​ອິສລາມ ​ໄດ້​ອອກ​ມາ​ອ້າງ
​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ໃສ່​ຄ້າຍ​ຝຶກ​ແອບ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​
ໃນ​ນະຄອນຫຼວງ​ກາ​ບູລ ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຮອງປະທານາທິບໍດີ ໄມຄ ເພັນສ (Mike Pence) ຖ່າຍຮູບກັບພວກທະຫານ ໃນຄ້າຍທະຫານອາກາດແບັກກຣາມ (Bagram) ໃນອັຟການິສຖານ, 21 ທັນວາ 2017.