ຫຼາຍສິບຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ອີຣັກ

ແຜນທີ່ອີຣັກ ທີ່ສະແດງ ທີ່ຕັ້ງຂອງ ນະຄອນຫຼວງແບັກແດດ

ເຈົ້າໜ້າທີ່ຮັກສາຄວາມສະຫງົບໃນອີຣັກກ່າວວ່າ ການໂຈມຕີດ້ວຍ
ລະເບີດຫຼາຍໆຄັ້ງໃນອີຣັກໄດ້ສັງຫານຢ່າງໜ້ອຍ 34 ຄົນແລະມີຜູ້
ບາດເຈັບອີກຈຳນວນນຶ່ງ.

ໃນການໂຈມຕີບ່ອນທຳອິດ ຜູ້ໂຈມຕີສະຫຼະຊີບ ໄດ້ບີບຄະນວນລະ
ເບີດໃຫ້ແຕກຂຶ້ນຢູ່ຖະໜົນສາຍນຶ່ງ ທີ່ແອອັດໄປດ້ວຍຜູ້ຄົນເຮັດໃຫ້
ຢ່າງໜ້ອຍ 22 ຄົນເສຍຊີວິດ ແລະຫຼາຍສິບຄົນບາດເຈັບ.

ບໍ່ດົນຫຼັງຈາກການໂຈມຕີຢູ່ບ່ອນທຳອິດແລ້ວ ລະເບີດ 2 ລູກກໍໄດ້
ແຕກຂຶ້ນໃນບໍລິເລນຕະຫຼາດ Sharqa ຊຶ່ງເປັນທີ່ນິຍົມຂອງປະຊາ
ຊົນ.

ລະເບີດລູກທີສາມ ໄດ້ແຕກຂຶ້ນທີ່ນະຄອນຫຼວງ ເຮັດໃຫ້ຫຼາຍໆຄົນເສຍຊີວິດແລະໄດ້ຮັບ ບາດເຈັບ.

ການໂຈມຕີເຫຼົ່ານີ້ມີຂຶ້ນໃນມື້ດຽວກັນກັບທີ່ລັດຖະບານມີແຜນການຈະຍົກເລີກການຫ້າມ ອອກນອກເຮືອນໃນຍາມກາງຄືນຢູ່ໃນນະຄອນຫຼວງແບັກແດດທີ່ມີຜົນບັງຄັບໃຊ້ມາເປັນ ເວລາຫຼາຍໆປີແລ້ວນັ້ນ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີສະຫຼະຊີບດັ່ງກ່າວນີ້ເທື່ອ.

ໃນເຫດການອີກດ້ານນຶ່ງນັ້ນ ສົບຂອງພວກ Yazidi ຊຶ່ງເປັນສາສະໜາກຸ່ມນ້ອຍຢູ່ໃນອີ ຣັກຢ່າງໜ້ອຍ 16 ສົບ ໄດ້ຖືກຄົ້ນພົບຢູ່ໃນຂຸມຝັງສົບຂະໜາດໃຫຍ່ຢູ່ໃນພາກເໜືອຂອງ ປະເທດອີຣັກ.

ພວກ Yazidi ເປັນກຸ່ມນຶ່ງຂອງຊາວເຄີດ ທີ່ສາສະໜາດັ້ງເດີມ ຊຶ່ງມີພະເຈົ້າອົງດຽວຂອງ ພວກເຂົາເຈົ້າ ແມ່ນມີສ່ວນພົວພັນກັບສາສະໜາ Zoroastrianism.

ພວກ Yazidi ໄດ້ຖືກຈຳແນກກີດກັນມາຊ້ຳແລ້ວຊ້ຳອີກເປັນເວລາຫຼາຍໆສັດຕະວັດ ສະ ເພາະແລ້ວແມ່ນໂດຍຊາວມຸສລິມອາຣັບ ທີ່ເຂົ້າໃຈຜິດກ່ຽວກັບສາສະໜາ ຂອງພວກເຂົາ ເຈົ້ານັ້ນ.