2 ຄົນ ເສຍຊີວິດ ໃນການໂຈມຕີ ສະລະຊີບ ຢູ່ໂຊມາເລຍ

دولت اسلامیہ العراق والشام (آئی ایس آئی ایل) کے جنگجوؤں نے گزشتہ ہفتے موصل پر قبضہ کر لیا تھا۔

ຜູ້​ວາງ​ລະ​ເບີດ​ສະລະ​ຊິ​ບຄົນ​ນຶ່ງ ​ໄດ້​ບີບ​ຄະະ​ນວນລະ​ເບີດ​ໃຫ້​
ແຕກ​ຂຶ້ນ ຢູ່​ໃນ​ຄຸ້ມ ​ທີ່​ເປັນທໍານຽບພັກ​ເຊົາຂອງປະທາ​ນາ​ທິບໍດີ​
ໂຊ​ມາເລຍ ​ແລະເຮືອນ​ພັກ​ຂອງນາຍົກລັດຖະ​ມົນ​ຕີ ທີ່​ເຮັດ​ໃຫ້​
ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສອງ​ຄົນ.

ການ​ໂຈມ​ຕີ​ໃນ​ວັນ​ອັງຄານ​ມື້​ນີ້ ຢູ່​ທີ່​ຄຸ້ມ​ບ້ານ​ໂຊ​ມາ​ເລຍ ​ໃນເຂດ​
ໃຈກາງ ນະຄອນຫຼວງ Mogadishu ​ໄດ້​ເກີດ​ຂື້ນໃກ້ໆ​ກັບ​ພວກ
ທະ​ຫານກຸ່ມ​ນຶ່ງ. ປະທານາທິບໍດີ ​ແລະ​ນາ​ຍົກ​ລັດຖະມົນ​ຕີ ບໍ່​ໄດ້​
ຮວມ​ຢູ່​ໃນ​ຈໍາພວກ​ທີ່​ຖືກ​ສັງຫານຫລື​ໄດ້​ຮັບ​ບາດ​ເຈັບ​ແຕ່​ປະ
ການ​ໃດ.

ຍັງບໍ່​ທັນ​ມີ​ການ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ການວາງ​
ລ​ະ​ເບີດ ໃນ​ຄັ້ງນີ້ ແຕ່ກຸ່ມກະບົດ Shabab ທີ່​ເປັນ​ເຄືອ​ຂ່າຍ
​ຂອງພວກ​ກໍ່​ການ​ຮ້າຍ al-Qaida ໄດ້ທຳການໂຈມ​ຕີສະລະຊິບ ​ແລະ​ໂຈມ​ຕີແບບ​ກອງ​ໂຈນ​ອັນ​ເປັນ​ພາກສ່ວນນຶ່ງ​ໃນ​ການ​ກໍ່​ຄວາມ​ວຸ້ນວາຍ​ຕໍ່ຕ້ານລັດ​ຖະບານ ​ໂຊ​ມາ​ເລຍ.

ກຸ່ມ​ດັ່ງ​ກ່າວ​ເວົ້າວ່າ ຕົນ​ເປັນ​ຜູ້​ຢູ່​ເບື້ອງຫລັງການ​ໂຈມ​ຕີ​ສະລະ​ຊີບ ​ໃນ​ເດືອນ​ກັນຍາປີ​ແລ້ວ​ນີ້ ທີ່​ແນ​ເປົ້າໝາຍໃສ່ ປະທານາທິບໍດີ Hassan Sheik Mohamud ຜູ້​ທີ່​ສາມາດ​ຫລົບ​ໜີ​ຈາກ​ການໂຈມ​ຕີ​ໂດຍ​ບໍ່ໄດ້​ຮັບ​ບາດ​ເຈັບ​ໃດໆ.