ຜູ້ຍິງ ຊາວຊູດານ ທີ່ຖືກ ຕັດສິນ ປະຫານຊີວິດ ຖືກປ່ອຍໂຕ ແລ້ວ (ວີດີໂອ)

ນາງ Meriam Ibrahim ນັ່່ງຢູ່ຂ້າງລູກຊາຍ ທ້າວ Martin ອາຍຸ 20 ເດືອນ ແລະອູ້ມລູກສາວທີ່ເກີດໃໝ່ຢູ່ໃນຄຸກ

ຜູ້ຍິງ​ຊູ​ດານ​ຄົນ​ນຶ່ງທີ່ໄດ້​ຖືກ​ຕັດສິນ​ປະຫານ​ຊີວິດຍ້ອນ​ປະ​ຕິ
​ເສດ ບໍ່​ຍອມປະສາ​ສະ​ໜາຄຣິສຂອງ​ນາງ ໃນ​ເດືອນ​ແລ້​ວນີ້​
ໄດ້​ຖືກ​ປ່ອຍ​ໂຕ​ແລ້ວ.

ອົງການ​ຂ່າວ​ SUNA ຂອງທາງ​ການ​ຊູ​ດານ ກ່າວວ່າ ສານ​
ໄດ້​ລົບ​ລ້າງ​ກາ​ນຕັດ ສິນ​ຕໍ່ນາງ Mariam Yahya Ibrahim
​ໃນ​ວັນ​ຈັນ​ວານ​ນີ້.

ນາງ Ibrahim ​ໄດ້​ເກີດຈາກ​ແມ່​ທີ່​ເປັນ​ຊາວ​ຄຣິສຕຽນແລະ​ພໍ່
ທີ່​ເປັນ​ຊາວ​ມຸສລິ​ມ. ນາງໄດ້​ເຕີບ​ໃຫຍ່​ເປັນ​ຊາວ​ຄຣິສຕຽນ ​ແຕ່
​ວ່າ​ພາຍ​ໃຕ້​ກົດໝາ​ຍຊູ​ດານ ​ເດັກ​ນ້ອຍ​ທີ່ມີ​ພໍ່​ເປັນ​ມຸສລິ​ມນັ້ນຖື​
ວ່າ​ເປັນ​ມຸສລິ​ມ.

ສາມີ​ຂອງ​ນາງ ທ່ານ Daniel Wani ​ເປັນ​ຊາວ​ຄຣິສຕຽນ ​ແຕ່​ວ່າກົດ​ໝາຍຊູ​ດານ ບໍ່​ອະນຸ
ຍາດ​ໃຫ້​ແຕ່ງງານກັນ ລະຫວ່າງຊາວ​ມຸສລິ​ມ​ ແລະຜູ້ທີ່​ບໍ່​ແມ່ນ​ຊາວມຸສລິ​ມ.

ທະນາຍຄວາມ​ຂອງ​ນາງ ກ່າວ​ວ່າ ການ​ປ່ອຍ​ນາງ Ibrahim ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ
​ສຳຄັນ​ວ່າ ການ​ແຕ່ງງານ​ຂອງ​ນາງ ​ບັດ​ນີ້​ເປັນ​ທີ່​ຮັບ​ຮູ້ແລ້ວ.

​ໃນ​ລະຫວ່າງ​ກາ​ນຖືກ​ກັກ​ຂັງຢູ່​ນັ້ນ​ ນາງ Ibrahim ໄດ້​ເກີດ​ລູກ​ລູກ​ສາວ​ນ້ອຍ. ລູກ​ຊາຍຜູ້​
ໃຫຍ່ຂອງນາງມີ​ອາຍຸ 20 ​ເດືອນ​ ຢູ່​ໃນ​ຄຸກ​ກັບ​ລາວ​ນັບ​ຕັ້ງ​ແຕ່​ນາງໄດ້​ຖືກ​ກ່າວ​ຫາເປັນ
ເທື່ອທຳອິດ ​ໃນເດືອນ​ກຸມພາທີ່​ຜ່ານ​ມາ.

ການ​ຕັດສິນ​ລົງ​ໂທດນາງ​ ໄດ້​ເຮັດໃຫ້​ນາ​ໆ​ຊາດຕິ​ຕຽນ​ລັດຖະບານ​ຊູ​ດານ. ກະຊວງ​ການ​ຕ່າງປະ​ເທດສະຫະລັດ ຮ້ອງ​ການ​ຕັດສິນ​ນັ້ນ​ວ່າ “​ເປັນ​ການ​ລົບ​ກວນ​ທີ່​ສຸດ” ​ໃນ​ຂະນະທີ່
ອົງການນິລະໂທດກຳສາກົນ ຮ້ອງ​ວ່າ ​ເປັນ​ເລື່ອງທີ່ “ໜ້າລັງກຽດທີ່ສຸດ.” ທະນາຍຄວາມ
​ຂອງ​ນາງກ່າວ​ວ່າ ຄອບຄົວ​ໄດ້​ພາກັນ​ໄປ​ລີ້​ຊ່ອນ ​ເພາະວ່າເຂົາ​ເຈົ້າ​ໄດ້​ຖືກ​ຂົ່ມຂູ່​ ທີ່ຖືກ​
ຈະ​ຂ້າ​.

Your browser doesn’t support HTML5

SUDAN CHRISTIAN WOMAN VOSOT