ປະທານາທິບໍດີ ຊູດານໃຕ້ ຕັດການຢ້ຽມຢາມຈີນ ສັ້ນລົງ

  • ທອງປານ ເທບວົງສາ
    ສິງ ບູຣົມມະວົງ

ປະທານາທິບໍດີ ຊູດານໃຕ້ ທ່ານ Salva Kiir Mayardit (ຊ້າຍ) ແລະ ປະທານປະເທດຈີນ ທ່ານ ຫູ ຈິນເຖົາ ໃນຂະນະຢ້ຽມຢາມຈີນ

ທ່ານ Salva Kiir ປະທານາທິບໍດີ ຊູ​ດານ​ໃຕ້ ​ໄດ້​ຕັດ​ການ​ເດີນທາງໄປ​ຢ້ຽມຈີນ​ໃຫ້​ສັ້ນລົງ ​ເນຶ່ອງຈາກໃນ​ສິ່ງ​ທີ່​ຈີນ​ເອີ້ນ​ວ່າ ​ເປັນ​ບັນຫາ​ພາຍ​ໃນປະ​ເທດນັ້ນ.

ທ່ານ Kiir ມີ​ແຜນການ​ຈະ​ຢູ່​ໃນ​ປະ​ເທດຈີນ​ໄປ​ຈົນ​ຮອດວັນເສົາ​ນີ້. ​ເມື່ອ​ວັນພຸດ​ມື້​ນີ້ ທ່ານ​ໄດ້​ພົບ​ປະ​ກັບທ່ານ Wu Gangguo ປະທານ​ສະພາ ​ປະຊາຊົນ​ແຫ່ງ​ຊາດ ຜູ້​ທີ່​ເວົ້າວ່າ​ມັນ​ໜ້າ​ເສຍ​ໃຈ​ວ່າ ​ຜູ້​ນໍາຊູ​ດານ​ໃຕ້ ຈະ​ອອກ​ຈາກ​ຈີນ ​ແລະ​ຍົກ​ເລີກ​ການ​ໄປ​ຢ້ຽມຢາມນະຄອນ Shanghai

ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ​ເມື່ອ​ໃດ​ທ່ານ Kiir ຈະ​ເດີນທາງ​ອອກຈາກ​ຈີນ. ທ່ານ Kiir ​ໄດ້​ເຈລະຈາ​ກັບ​ປະທາ​ນປະ​ເທດ​ຈີນ ທ່ານ​ຫູ ຈີນເຖົາ ​ແລະ​ກ່າວ​ວ່າ ການຖິ້ມ​ລະ​ເບີດ​ໃສ່​ດິນ​ແດນ​ຂອງ​ຊູ​ດານ​ໃຕ້ນັ້ນ ​ແມ່ນຮຸນແຮງພໍ​ທໍ່​ກັນ​ກັບ​ເປັນການ​ປະກາດ​ສົງຄາມ​ຕໍ່ປະ​ເທດ​ຂອງ​ທ່ານ.

ຈີນ​ໄດ້​ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ຈົ່ງ​ຫາ​ທາງ​ຕົກລົງ​ກັນ​ໃນ​ບັນຫາ​ຕ່າງໆ​ຂອງ​ພວກ​ເຂົາ​ເຈົ້າພາຍ​ໃຕ້​ການ​ເຈລະຈາ​ຕໍ່​ຮອງ​ກັນ​ຢ່າງ​ສັນ​ຕິ​ວິທີ ແລະກ່າວ​ໃນ​ວັນ​ພຸດ​ມື້​ນີ້ວ່າ ຈີນ​ຈະ​ສົ່ງ​ທູດ​ພິ​ເສດ​ຄົນ​ນຶ່ງ​ໄປ​ຍັງ​ຂົງ​ເຂດ​ເພື່ອ​ຊຸກຍູ້​ໃຫ້​ມີການ​ເຈລະຈາ​ກັນ. ໃນ​ວັນ​ອັງຄານ​ວານ​ນີ້ ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້ ຮຽກຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ໃນ​ທັນທີ ລະຫວ່າງ​ຊູ​ດານ​ແລະ​ຊູ​ດານ​ໃຕ້.

ທ່ານ​ນາງ Susan Rice ເອກ​ອັກຄະ​ລັດຖະທູດສະຫະລັດ​ປະ​ຈໍາ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ບັນດາ​ເຈົ້າໜ້າ​ທີ່ສະຫະ​ປະຊາ​ຊາດ ​ໄດ້​ລາຍ​ງານ​ໂດຍ​ສັງ​ເຂ​ບຕໍ່​ສະພາ​ຄວາມ​ໝັ້ນຄົງ ທີ່​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຖອນ​ກໍາ ລັງ​ທະຫານ​ຊູ​ດານ​ໃຕ້ ອອກຈາກ​ເມືອງ​ບໍ່​ນໍ້າມັນ Heglig ນັ້ນ ​ແມ່ນໃຫ້​ກໍາລັງ​ໃຈຂຶ້ນມາ​ໜ້ອຍ​ນຶ່ງ​ໃນ​ເບື້ອງ​ຕົ້ນ ​ແຕ່​ກໍ​ຍັງ​ຜົນ​ໃຫ້ມີ ການ​ຖິ້ມລະ​ເບີດ​ໂຈມ​ຕີ​ເພີ່ມ​ຂຶ້ນ​ໂດຍ​ຝ່າຍ​ຊູ​ດານ.