ສື່ມວນຊົນຂອງທາງການໄດ້ກ່າວໃນວັນອາທິດວານນີ້ ວ່າ ທາງການຊູດານໄດ້ ຢຶດເອົາສິນຄ້າເປັນອາວຸດທີ່ຖືກນຳສົ່ງມາຮອດສະໜາມບິນນະຄອນຫຼວງຄາຣ໌ທູມຈາກປະເທດເພື່ອນບ້ານເອທິໂອເປຍ ອີງຕາມລາຍງານ ຂອງອົງການຂ່າວເອແອັຟພີ.
ສິນຄ້າດັ່ງກ່າວ ໄດ້ຖືກຢຶດເອົາໄວ້ໃນຕອນແລງວັນເສົາ ຊຶ່ງໄດ້ໄປຮອດສະໜາມບິນໃນຖ້ຽວບິນຜູ້ໂດຍສານຂອງສາຍການບິນເອທິໂອເປຍ ຈຶ່ງໄດ້ກະຕຸ້ນໃຫ້ເລີ້ມການສືບສວນສອບສວນໃນທັນທີ ອີງຕາມອົງການຂ່າວ ຊູນາ (SUNA) ທີ່ໄດ້ລາຍງານນັ້ນ.
ອົງການຂ່າວຊູນາ ໄດ້ກ່າວວ່າ ທາງການຂອງຊູດານ ໄດ້ແຈ້ງວ່າ “ສິນຄ້າເປັນອາວຸດທີ່ເດີນທາງມາຮອດນັ້ນ ມາຈາກນະຄອນຫຼວງອາດິສ ອາບາບາ ໃນຖ້ຽວບິນຂອງສາຍການບິນເອທິໂອເປຍ” ເຂົ້າມາໃນຊູດານ ແລະ “ມັນກໍໄດ້ຖືກຢຶດເອົາໄວ້ໃນທັນທີໂດຍບັນດາເຈົ້າໜ້າທີ່ພາສີອາກອນ.”
ອົງການຂ່າວຊູນາ ໄດ້ອ້າງເຖິງຄຳເວົ້າຂອງບັນດາເຈົ້າໜ້າທີ່ ທີ່ກ່າວໄປວ່າ ອາ ວຸດທັງຫຼາຍນັ້ນ ໃນເບື້ອງຕົ້ນໄດ້ຖືກສົ່ງມາຈາກຣັດເຊຍ ໄປຍັງເອທິໂອເປຍ ໃນເດືອນພຶດສະພາ ປີ 2019 ແລະໄດ້ຖືກທາງການກັກໄວ້ຢູ່ທີ່ນັ້ນເປັນເວລາສອງປີ.
ລາຍງານໄດ້ກ່າວຕື່ມວ່າ “ໂດຍບໍ່ໄດ້ມີການແຈ້ງເຕືອນເສຍກ່ອນ ທາງການຢູ່ໃນອາດິສ ອາບາບາ ໄດ້ອະນຸຍາດໃຫ້ສິນຄ້າຂອງຕົນເຂົ້າໄປໃນຄາຣ໌ທູມ ນຳຖ້ຽວບິນຜູ້ໂດຍສານ.”
ອີງຕາມລາຍງານແລ້ວ ສິນຄ້າທີ່ຖືກຂົນສົ່ງນັ້ນ ມີ 72 ຫີບບັນຈຸດ້ວຍອາວຸດແລະກ້ອງສ່ອງຍາມກາງຄືນ.
ອົງການຂ່າວຊູນາ ໄດ້ລາຍງານວ່າ “ມີຂໍ້ສົງໄສວ່າ ສິ່ງເຫຼົ່ານີ້ ມີຈຸດປະສົງຖືກນຳໄປໃຊ້ໃນການກໍ່ອາຊະຍາກຳຕໍ່ຕ້ານລັດ ເພື່ອກີດຂວາງໄລຍະຂ້າມຜ່ານຂອງລະບອບປະຊາທິປະໄຕ ແລະເພື່ອບໍ່ໃຫ້ມີການປ່ຽນແປງໄປເປັນການປົກຄອງໂດຍພົນລະເຮືອນ.”
ຊູດານ ກໍໄດ້ຜ່ານຜ່າການປ່ຽນແປງທີ່ຍາກລຳບາງ ນັບຕັ້ງຕັ້ງແຕ່ເດືອນເມສາ ປີ 2019 ເມື່ອປະທານາທິບໍດີ ໂອມາຣ ອາລ-ບາເຊຍຣ໌ ທີ່ນັບຖືສາສະໜາອິສລາມ ໄດ້ຖືກໂຄ່ນລົ້ມ ຫຼັງຈາກເກີດການປະທ້ວງຕໍ່ຕ້ານການປົກຄອງຂອງທ່ານຂະໜາດໃຫຍ່.
ໃນປັດຈຸບັນນີ້ ປະເທດຊູດານ ນຳພາໂດຍສະພາການປົກຄອງຮ່ວມຂອງພົນລະເຮືອນແລະທະຫານ.