ການລົງປະຊາມະຕິ ໃນພາກໃຕ້ຊູດານ

  • ໄພສານ ວໍຣະຈັກ

ເຈົ້າໜ້າທີ່ຂອງຄະນະກຳມາທິການລົງປະຊາມະຕິໃນຊູດານ ພວມກວດກາເບິ່ງບັນຊີລາຍຊື່ຜູ້ມີສິດປ່ອນບັດ ຄູ່ມື ແລະບັດ ສຳລັບການລົງປະຊາມະຕິ ທີ່ສູນກາງແຈກຢາຍ ຢູ່ນະຄອນຫຼວງ ຄາຣ໌ທູມ (8 ມັງກອນ 2011)

ເປັນທີ່ຄາດກັນຢ່າງກວ້າງຂວາງວ່າຈະມີປະເທດໃໝ່ປາກົດ
ໂຕຂຶ້ນໃນທະວີບອາຟຣິກາລຸນຫຼັງການລົງປະຊາມະຕິກ່ຽວ
ກັບຄວາມເປັນເອກກະລາດໃນພາກໃຕ້ຊູດານ ຊຶ່ງຈະເລີ້ມ
ຂຶ້ນໃນມື້ວັນອາທິດນີ້.

ການລົງຄະແນນສຽງເປັນເວລາ 2 ອາທິດຈະໃຫ້ໂອກາດ
ແກ່ບັນດາຜູ້ມີສິດປ່ອນບັດ ຊາວຊູດານ ມີທາງເລືອກລະ
ຫວ່າງການສືບຕໍ່ເປັນປະເທດນຶ່ງດຽວກັບຊູດານຫຼືແຍກໂຕ
ອອກເປັນເອກກະລາດ.

ການລົງປະຊາມະຕິດັ່ງກ່າວໄດ້ມີການໃຫ້ຄຳໝັ້ນສັນຍາໄວ້ຢູ່ໃນຂໍ້ຕົກລົງສັນຕິ ພາບປີ 2005
ທີ່ເຮັດໃຫ້ສົງຄາມກາງເມືອງໃນຊູດານລະຫວ່າງພວກທີ່ນັບຖືສາສະໜາອິສລາມທີ່ເປັນຄົນກຸ່ມ
ໃຫຍ່ ໃນພາກເໜືອຂອງປະເທດ ແລະພວກທີ່ນັບຖືສາສະໜາຄຣິສຕ໌ແລະຖືຜີໃນພາກໃຕ້ນັ້ນ
ສິ້ນສຸດລົງ.

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ສະແດງຄວາມວິຕົກກັງວົນເປັນທີ່ສຸດ ຕໍ່ການທີ່ບໍ່ສາມາດບັນລຸຂໍ້ຕົກລົງ ກ່ຽວກັບອະນາຄົດຂອງເຂດຜະລິດນໍ້າມັນ Abyei. ມີກຳ
ນົດວ່າເຂດ Abyei ຈະຈັດໃຫ້ມີການລົງປະຊາມະຕິຕ່າງຫາກໃນມື້ວັນອາທິດນີ້ ເພື່ອຕັດສິນ
ໃຈວ່າຈະຮວມຢູ່ກັບພາກເໜືອຫຼືພາກໃຕ້ຂອງຊູດານ ແຕ່ການລົງປະຊາມະຕິດັ່ງກ່າວໄດ້ຖືກ
ເລື່ອນເວລາຍ້ອນມີການຖົກຖຽງກ່ຽວກັບວ່າບຸກຄົນໃດມີສິດທີ່ຈະລົງຄະແນນສຽງໄດ້.