ຊູດານ ປະຕິເສດ ຕໍ່ຂ່າວທີ່ວ່າ ແມ່ຍິງ ທີ່ຖືກຕັດສິນ ປະຫານ ຊີວິດ ຈະຖືກປ່ອຍໂຕ (ວີດີໂອ)

ໂບດ St. Matthew's Catholic Cathedral ໃກ້ໆກັບ ນະຄອນ Khartoum, ວັນທີ 15 ພຶດສະພາ 2014.

ກະຊວງ​ຕ່າງປະ​ເທດ​ຊູ​ດານ ປະຕິ​ເສດ​ລາຍ​ງານ​ຂ່າວ​ສື່​ມວນ​
ຊົນ ທີ່​ວ່າ​ແມ່ຍິງ​ຄົນ​ນຶ່ງ​ທີ່​ຖືກ​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ
ທີ່​ບໍ່​ຍອມ​ເລີກ​ການ​ເຊື່ອ​ຖື​ສາສະໜາ​ຄຣິສຕຽນ​ຂອງ​ນາງ ຈະ
​ຖືກ​ປ່ອຍ​ໂຕ​ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ລຸນຫຼັງສຽງ​ຮ້ອງ​
ໂຮ​ຈາກ​ນາໆ​ຊາດ​.

ທ່ານ Abukabar Al-Sidiq ​ໂຄສົກ​ປະຈຳ​ກະຊວງ​ການ​
ຕ່າງປະ​ເທດກ່າວ​ວ່າ ນາງ Mariam Yahya Ibrahim ບໍ່​
ສາມາດ​ຈະຖືກ​ປ່ອຍ​ໂຕ​ໄດ້ ​ໂດຍ​ບໍ່​ໄດ້ຮັບຄຳ​ສັ່ງຈາກ​ສານ​ອຸ
ທອນ.

ນາງ Ibrahim ຖືກ​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ​ໂດຍ​ການ​ແຂວນ​ຄໍ​ໃນ​ເດືອນ​ແລ້ວ​ນີ້ ຫຼັງ​ຈາກ​ນາງ​ບໍ່​ຍອມ​ປະກາດ​ວ່າລາວ​ເອງ​ເປັນ​ຄົນ​ມຸສລິ​ມນັ້ນ. ນາງ Ibrahim ກ່າວ​ວ່າ ນາງ​ໄດ້​ຖືກ​ລ້ຽງ​ໃຫຍ່​ຂຶ້ນ​ມາ​ເປັນ​ຊາວ​ຄຣິສຕຽນ​ໂດຍ​ແມ່​ຂອງ​ລາວ​ແຕ່​ຍ້ອນ​ວ່າ​ພໍ່​ຂອງ​ລາວ​ເປັນ​ຄົນ​ມຸສລິ​ມ ແຕ່​ຕາມກົດ​ໝາຍອິສລາມ​ແລ້ວ​ຈຶ່ງຖື​ວ່າ​ລາວ​ເປັນມຸສລິ​ມ. ພາຍ​ໃຕ້​ກົດໝາຍ​ດັ່ງກ່າວ ການ​ປ່ຽນ​ສາສະໜາ ແມ່ນເປັນ​ອາ​ຊະ​ຍາ​ກຳ.

ການ​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ ​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ການ​ປະນາມ​ຈາກ​ນາໆ​ຊາດ.

ພວກ​ລັດຖະບານ​ແລະ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ຕ່າງໆ ກຳລັງ​ຮຽກຮ້ອງ​ໃຫ້​ລັດຖະ
ບານ​ຊູ​ດານ​ລົບ​ລ້າງ​ການ​ລົງ​ໂທດ​ປະຫານ​ຊີວິດ​ນາງ​.

ສະຫະລັດ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ຊູ​ດານ ​ເຄົາລົບ​ນັບຖື​ສິດທິ​ພົນລະ​ເມືອງ​ຂອງ​
ຕົນເລື້ອງເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະໜາ.

Your browser doesn’t support HTML5

sudanchristianwoman2june14