ນັກຮຽນຜູ້ລອດຊີວິດຈາກ ເຮືອຂ້າມຟາກເກົາຫລີໃຕ້ຫຼົ້ມ ສືບຕໍ່ໃຫ້ການ ຢູ່ສານ (ວີດີໂອ)

ບັນດາສະມາຊິກຄອບຄົວຂອງຜູ້ເຄາະຮ້າຍຈາກເຮືອຂ້າມຟາກ Sewol ທີ່ຫຼົ້ມ ພາກັນນັ່ງຢູ່ດ້ານໜ້າອາຄານ ບ່ອນທີ່ພວກລູກເຮືອ ຖືກຂັງໄວ້ ຫຼັງຈາກທີ່ໄດ້ເຂົ້າຟັງການດຳເນີນຄະດີ ຢູ່ສານທ້ອງຖິ່ນ ເມືອງ Gwangju, ວັນທີ 10 ມິຖຸນາ2014.

ທີ່ເກົາຫຼີ​ໃຕ້ ພວກ​ນັກຮຽນ​ທີ່​ລອດ​ຊີວິດ​ມາ​ໄດ້ ຈາກ​ເຮືອ​
ຂ້າມ​ຟາ​ກ Sewol ​ທີ່​ຫລົ້ມ​ນັ້ນ ​ສືບ​ຕໍ່​ໃຫ້ການ ​ຕໍ່​ຕ້ານພວກ
​ລູກ​ເຮືອ​ຈຳນວນ 15 ຄົນ ຜູ້​ທີ່​ໄດ້​ໜີ​ອອກ​ຈາກ​ເຮືອ​ໄປ
ໃນຂະນະ​ທີ່​ມັນ​ກຳລັງ​ຈົມ​ລົງນ້ຳ.

​ໃນ​ມື້​ທີ​ສອງ​ຂອງ​ການ​ໃຫ້ປາກຄຳ​ຕໍ່​ສານ ​ໃນ​ການ​ດຳ​ເນີນ
​ຄະດີ​ຢູ່​ເມືອງ Ansan ໃນ​ວັນ​ອັງຄານ​ມື້​ນີ້ ນັກຮຽນໄວ​ລຸ້ນ
ເຫລົ່າ​ນັ້ນ ​ໄດ້​ກ່າວ​ເຖິງ​ພຶດຕິ​ກຳ​ອັນ​ກ້າຫານ​ ຂອງ​ເພື່ອ​ນ
ນັກຮຽນ​ດ້ວຍ​ກັນ ທີ່​ພາກັນ​ເອົາ​ເສື້ອ​ຊູຊີບ​ອອກ​ມາ​ຢາຍ ​
ໃນ​ຂະນະ​ທີ່​ເຮືອ​ກຳລັງ​ຈົມ​ນ້ຳ.

ບາງ​ຄົນ​ກໍເລົ່າວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຊ່ວຍ​ຊີວິດ​ມາ​ແບບ​ໃດ ​ໂດ​ຍ ເພື່ອນຜູ້​ໂດຍສານ​
ນຳ​ກັນ ທີ່​ໄດ້​ຢ່ອນ​ຜ້າ​ກັ້ງ​ແລະ​ທໍ່​ສີດ​ນ້ຳ​ດັບ​ໄຟ ລົງ​ມາ​ດຶງ​ເຂົາ​ເຈົ້າ​ຂຶ້ນ​ໄປ ​ໃນ​ຂະນະ​ທີ່​
ເຮື​ອງ່ຽງ​ລົງ​ເລື້ອຍໆ​ນັ້ນ.

ຄາດ​ວ່າ​ນັກຮຽນ​ທັງ​ໝົດ 75 ຄົນ​ທີ່​ລອດ​ຊີວິດ​ມາ​ໄດ້ ຈະ​ໄປ​ໃຫ້​ການ​ຕໍ່​ສານ​ ໃນ​ການ​
ດຳ​ເນີນ​ຄະດີ​ພວກ​ລູກ​ເຮືອ ທີ່​ປະ​ເຊີນ​ກັບ​ຂໍ້​ຫາ​ຫລາຍ​ກະ​ໂທ​ງ ຈາກ​ຕັ້ງ​ແຕ່​ຂໍ້​ຫາ​ຄາດ
​ຕະກຳ ໄປ​ຈົນ​ຮອດ​ການ​ລະ​ເລີຍ​ຕໍ່ໜ້າ​ທີ່ ຍ້ອນ​ໄດ້​ສະລະ​ເຮືອ​ໄປກ່ອນ​ຜູ້​ໂດຍສານ.

​ໃນ​ວັນ​ຈັນ​ວານ​ນີ້ ນັກຮຽນ​ກຸ່ມ​ນຶ່ງ​ໄດ້​ບັນ​ລະ​ຍາຍ​ເຖິງ​ເຫດການ​ຕ່າງໆທີ່ເຕັມ​ໄປ​ດ້ວຍ
​ຄວາມ​ສັບສົນ​ອົນ​ລະ​ມ່ານ ​ແລ້ວ​ກ່າວ​ວ່າ ພວກ​ລູກ​ເຮືອ​ໄດ້​ ສັ່ງພວກ​ເຂົາ​ເຈົ້າ​ໃຫ້​ຢູ່​ໃນ
​ຫ້ອງ​ຂອງ​ເຂົາ​ເຈົ້າ ຊ້ຳ​ແລ້ວຊ້ຳ​ອີກ ​ເຖິງ​ແມ່ນ​ວ່າ​ລະດັບ​ນ້ຳ​ທະ​ເລ​ທີ່ໄຫລ​ເຂົ້າມາ​ໃນ
ເຮືອສູງ​ຂຶ້ນ​ເລື້ອຍໆກໍ່ຕາມ.

ເຮືອ​ຂ້າມ​ຟາກ Sewol ​ໄດ້​ປິ້ນຂວ້ຳ ​ແລ້ວຈົມ​ລົງ ​ເມື່ອ​ວັນ​ທີ 16 ​ເມສາ​ທີ່​ຜ່ານ​ມາ ​ເຮັດ​
ໃຫ້​ປະມານ 300 ຄົນເສຍ​ຊີວິດ. ​ສ່ວນຫຼາຍແລ້ວ ແມ່ນ​ພວກນັກຮຽນ​ມັດທະຍົມ ​ຈາກ​
ນະຄອນ Incheon ທີ່​ກຳລັງພາກັນ​ໄປທັດສະນະ​ສຶກສາ ຢູ່ສະຖານ​ຕາກ​ອາກາດ​ອັນ
​ເປັນ​ທີ່​ນິຍົມຫຼາຍ ໃນ ເກາະ Jeju. ​ໂສກ​ນາດຕະກຳ​ນີ້ ​ເປັນ​ເຫດການ​ທີ່​ເຮັດ​ໃຫ້​ມີ​ຄົນ
​ເສຍ​ຊີວິດຫຼາຍທີ່​ສຸດຂອງ​ເກົາຫຼີ​ໃຕ້ ​ໃນຮອບ​ຫລາຍທົດ​ສະ​ວັດ.

Your browser doesn’t support HTML5

SOKOR FERRY TRIAL VO