ເກົາຫຼີເໜືອ ໄດ້ຍິງລູກປືນໃຫຍ່ ໄລຍະໃກ້ຫຼາຍລູກ ໃນວັນ
ພະຫັດມື້ນີ້ ໃນອັນທີ່ເຫັນວ່າ ເປັນການກະທຳທີ່ທ້າທາຍຕໍ່
ມາດຕະການລົງໂທດທີ່ຂະຫຍາຍກວ້າງອອກ ຊຶ່ງໄດ້ຖືກຮັບ
ຮອງເອົາໂດຍສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ
ຢ່າງເປັນເອກະສັນ.
ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ໄດ້ກ່າວວ່າ ຕົນກຳລັງ
ສືບສວນ ເບິ່ງເຫດການດັ່ງກ່າວນັ້ນຢູ່. ມັນຍັງບໍ່ທັນເປັນທີ່ຈະ
ແຈ້ງເທື່ອວ່າ ມີລູກປືນໃຫຍ່ຈັກລູູກແທ້ ທີ່ໄດ້ຖືກຍິງ ຫຼືວ່າ ມັນ
ເປັນລູກສອນໄຟໄລຍະໃກ້ ແຕ່ກະຊວງດັ່ງກ່າວ ໄດ້ກ່າວວ່າ
ສິ່ງເຫຼົ່ານີ້ໄດ້ບິນຢູ່ເທິງອາກາດ 100 ຫາ 150 ກິໂລແມັດ ກ່ອນ
ທີ່ພວກມັນຈະຕົກລົງທະເລຕາເວັນອອກ ທີ່ຮູ້ຈັກກັນໃນອີກຊື່ນຶ່ງວ່າ ທະເລຂອງຍີ່ປຸ່ນ.
Your browser doesn’t support HTML5
UN Imposes Sanctions on North Korea
ການທ້າທາຍເກາະຜິດປະເພດນີ້ ແມ່ນບໍ່ແປກເລີຍ ຫຼືບໍ່ເຄີຍມີມາກ່ອນ. ເກົາຫຼີເໜືອ
ເຄີຍມີປະຫວັດໃນການສະແດງຄວາມບໍ່ພໍໃຈຂອງຕົນ ຕໍ່ການລົງໂທດຂອງນາໆຊາດ
ໂດຍຜ່ານການສະແດງອອກດ້ວຍການໃຊ້ ກຳລັງ ແທນທີ່ຈະຜ່ານຊ່ອງທາງການທູດ
ແບບດັ່ງເດີມ.
ມະຕິສະບັບໃໝ່ຂອງອົງການສະຫະປະຊາຊາດ ຈະລົງໂທດເກົາຫຼີເໜືອ ໃນການທົດລອງ
ນິວເຄລຍ ແລະ ການຍິງລູກສອນໄຟ ຂອງຕົນຄັ້ງຫຼ້າສຸດ ທີ່ມີປະເທດຕ່າງໆຮ່ວມສະເໜີ ຫຼາຍກວ່າ 50 ປະເທດ ແຕ່ໄດ້ມີການເຈລະຈາກັນໃນເບື້ອງຕົ້ນ ລະຫວ່າງ ສະຫະລັດ ແລະ ຈີນ.
ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ລົງຄະແນນສຽງ ຕໍ່ຍັດຕິ ມາດຕະການລົງໂທດໃໝ່ ຕໍ່ເກົາຫຼີເໜືອ ໃນລະຫວ່າງ ກອງປະຊຸມ ຢູ່ທີ່ ສຳນັກງານໃຫຍ່ ຂອງສະຫະປະຊາຊາດ, ວັນທີ 2 ມີນາ 2016.
ຈີນເປັນພັນທະມິດທີ່ໃກ້ຊິດທີ່ສຸດ ຂອງເກົາຫຼີເໜືອ ແລະ ເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດເຊັ່ນກັນ. ການຄ້າຂາຍທັງໝົດຂອງເກົາຫຼີເໜືອ ເກືອບ 90 ເປີເຊັນ ແມ່ນຜ່ານປະເທດຈີນ.
ປະສິດທິພາບຂອງມາດຕະການລົງໂທດຕ່າງໆນັ້ນສ່ວນໃຫຍ່ແລ້ວແມ່ນກາງຕໍ່ການຈັດຕັ້ງ
ປະຕິບັດ ແລະ ການບັງຄັບໃຊ້ມາດຕະການ ດັ່ງກ່າວຂອງປັກກິ່ງ.
ທ່ານ Liu Jieyi, ເອກອັກຄະລັດຖະທູດຈີນ ປະຈຳ ອົງການສະຫະປະຊາຊາດ ຮັບຄຳຖາມຕ່າງໆ ໃນລະຫວ່າງ ການພັກຜ່ອນ ໃນການປຶກສາຫາລື ພາຍໃນສະພາຄວາມໝັ້ນຄົງ.