ຣັດເຊຍ ກ່າວວ່າຕົນໄດ້ເພີ່ມການໂຈມຕີທາງອາກາດຕໍ່ພວກຫົວຮຸນແຮງ ລັດອິສລາມ ໃນ ຊີເຣຍ, ເພື່ອສະໜັບສະໜູນທະຫານ
ຊີເຣຍ ທີ່ໄດ້ຍຶດເອົາບ້ານສອງແຫ່ງຢູ່ທາງພາກເໜືອຂອງເມືອງ Hama ຕັ້ງແຕ່ຕອນແລງວັນສຸກທີ່ຜ່ານມາ.
ໂຄສົກກະຊວງປ້ອງກັນປະເທດ ຣັດເຊຍ ທ່ານ Igor Konashenkov ກ່າວຕໍ່ບັນດານັກຂ່າວ ຣັດເຊຍ ໃນວັນເສົາວານນີ້, ໄດ້ເຊື່ອມຕໍ່ຈຳນວນຕົວເລກການໂຈມຕີທີ່ເພີ່ມຂຶ້ນໃສ່ “ຈຳ ນວນເປົ້າໝາຍຢູ່ເທິງພື້ນດິນທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ” ທີ່ຖືກຈັບໄດ້ຜ່ານການອອກສຳຫຼວດທາງອາກາດ ແລະ ດາວທຽມ.
ຮູບນີ້ໄດ້ມາຈາກເວັບໄຊທ໌ຂອງ ກະຊວງປ້ອງກັນປະເທດ ຣັດເຊຍ ວັນທີ 6 ຕຸລາ 2015, ເຮັອບິນຮົບ SU-24M ຂອງ ຣັດເຊຍ ບິນຂຶ້ນຈາກຖານທັບອາກາດ Hmeimim ໃນ ຊີເຣຍ.
ໃນນະຄອນຫຼວງ ວໍຊິງຕັນ, ເຈົ້າໜ້າທີ່ປ້ອງກັນປະເທດລະດັບສູງ ໄດ້ຈັດການປະຊຸມຄວາມ ປອດໄພທາງວິດີໂອ ກັບຄູ່ຮ່ວມຕຳແໜ່ງຈາກ ຣັດເຊຍ ຂອງພວກເຂົາເຈົ້າ, ໃນຖານະ ການຜັກດັນເພື່ອສົ່ງເສີມປະຕິບັດການຕໍ່ສູ້ທີ່ປອດໄພໃນ ນ່ານຟ້າ ຊີເຣຍ ທີ່ແອອັດຂຶ້ນ. ໂຄສົກ ທຳນຽບ ຫ້າແຈ ທ່ານ Peter Cook ໄດ້ອະທິບາຍການເຈລະຈາວ່າເປັນດັ່ງກັບ “ມືອາຊີບ” ແລະ ໄດ້ກ່າວວ່າພວກເຂົາເຈົ້າໄດ້ເພັ່ງເລັງໃສ່ວິທີດຳເນີນການທາງອາກາດ ທີ່ປອດໄພຢ່າງສະເພາະເຈາະຈົງ.
ບັນດາປະເທດທີ່ເຂົ້າຮ່ວມ ໃນການໂຈມຕີທາງອາກາດໃນ ຊີເຣຍ ແລະ ອີຣັກ.
ກະຊວງປ້ອງກັນປະເທດຂອງ ຣັດເຊຍ ໄດ້ໃຊ້ພາສາທີ່ຄ້າຍຄືກັນເພື່ອບັນລະຍາຍການເຈລະຈາດັ່ງກ່າວ.
ເຈົ້າໜ້າທີ່ ສະຫະລັດ ໄດ້ວິຈານ ຣັດເຊຍ ຢ່າງແຮງ, ຫຼັງຈາກ ມົສກູ ໄດ້ໃຫ້ສັນຍານເຕືອນ ທີ່ບໍ່ຊັດເຈນໃນວັນທີ່ 30 ກັນຍາທີ່ຜ່ານມາ ພຽງໜຶ່ງຊົ່ວໂມງກ່ອນພວກເຂົາເຈົ້າດຳເນີນການໂຈມຕີທາງອາກາດຄັ້ງ ທຳອິດໃນ ຊີເຣຍ ເພື່ອສະໜັບສະໜູນປະທານາທິບໍດີ Bashar al-Assad ທີ່ຖືກໂຈມຕີ.
ມົສກູ ອ້າງວ່າ ການໂຈມຕີສ່ວນໃຫຍ່ແມ່ນແນໃສ່ພວກຫົວຮຸນແຮງ ລັດອິສລາມ, ແຕ່ພວກກຸ່ມກະບົດກ່າວວ່າ ການໂຈມຕີສ່ວນໃຫຍ່ແມ່ນຖືກພື້ນທີ່ໆບໍ່ມີພວກຫົວຮຸນແຮງອາໄສຢູ່.