ນັກບິນອັຟການິສຖານ ທີ່ຍັງຕົກຄ້າງ ເລີ້ມເດີນທາງ ອອກຈາກອຸສເບັກກິສຖານແລ້ວ

ນັກບິນທີ່ໄດ້ຮັບການຝຶກອົບຮົມຈາກສະຫະລັດ ແລະບຸກຄະລາກອນອື່ນໆພາກັນຂຶ້ນເຮືອບິນ ເຊິ່ງຜູ້ໂດຍສານທີ່ເປັນນັກບິນຄົນນຶ່ງກ່າວວ່າ ຈະເດີນທາງໄປຍັງສະຫະລັດອາຣັບເອເມີເຣັສຈາກເມືອງເທີເມສ, ອຸສເບັກກິສຖານ, ວັນທີ 12 ກັນຍາ, ປີ 2021.

ນັກບິນຊາວອັຟການິສຖານບາງຄົນທີ່ໄດ້ຖືກຄວບຄຸມຢູ່ອຸສເບັກກິສຖານປະມານນຶ່ງເດືອນ ເລີ້ມເດີນທາງອອກໄປສະຫະລັດອາຣັບເອເມີເຣັສໃນວັນອາທິດວານນີ້ ອີງຕາມການລາຍງານຂອງອົງການຂ່າວຣອຍເຕີ້.

ພວກນັກບິນຊາວອັຟການິສຖານ ທີ່ໄດ້ຮັບການຝຶກອົບຮົມຈາກສະຫະລັດບອກກັບອົງການຂ່າວຣອຍເຕີ້ວ່າ ກຸ່ມນຶ່ງຈະອອກເດີນທາງຈາກອຸສເບັກກິສຖານໃນວັນອາທິດເພື່ອໄປສະຫະລັດອາຣັບເອເມີເຣັສ ພາຍໃຕ້ຂໍ້ຕົກລົງ ທີ່ໄກ່ເກ່ຍຂອງສະຫະລັດ, ເຖິງແມ່ນວ່າ ກຸ່ມຕາລິບານຈະຮຽກຮ້ອງໃຫ້ສົ່ງພວກເຂົາເຈົ້າກັບຄືນໄປອັຟການິສຖານກໍ່ຕາມ.

ໜັງສືພິມວອລສຕຣີດທ໌ (Wall Street) ລາຍງານໃນວັນເສົາແລ້ວນີ້ວ່າ ບັນ ດານັກບິນເຫຼົ່ານີ້ ຈະເດີນທາງໄປຖານທັບສະຫະລັດໃນນະຄອນໂດຮາ ປະເທດກາຕ້າ, ກ່ອນທີ່ຈະຖືກຍົກຍ້າຍໄປຕັ້ງຖິ່ນຖານໃໝ່ ໃນປະເທດທີສາມ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ຈະເກີດຫຍັງຂຶ້ນກັບເຮືອບິນ 46 ລໍາຢູ່ໃນອຸສເບັກກິສຖານ, ເຊິ່ງລວມເຖິງເຮືອບິນໂຈມຕີຂະໜາດນ້ອຍ A-29 ແລະເຮືອບິນເຮລີຄັອບເຕີ UH-60 ແບລັກຮອກ, ອີງຕາມການລາຍງານຂອງອົງການຂ່າວ ຣອຍເຕີ້.

ບໍ່ເທົ່າໃດຊົ່ວໂມງກ່ອນການແຕກ ຂອງນະຄອນຫລວງກາບູລໃນວັນທີ 15 ສິງ ຫາທີ່ຜ່ານມາ, ເຈົ້າໜ້າທີ່ທະຫານຈໍານວນ 585 ຄົນ ແລະຄອບຄົວຂອງພວກເຂົາເຈົ້າໄດ້ບິນໄປຍັງອຸສເບັກກິສຖານດ້ວຍເຮືອບິນທະຫານ 22 ລໍາ ແລະເຮລີຄັອບເຕີ 24 ລໍາ. ພວກເຂົາເຈົ້າໄດ້ຖືກສະກັດໂດຍເຮືອບິນທະຫານຂອງອຸສເບັກກິສຖານ ແລະຖືກບັງຄັບໃຫ້ລົງຈອດທີ່ສະໜາມບິນນານາຊາດໃນເມືອງເທີເມສ, ເຊິ່ງຕັ້ງຢູ່ກົງກັນຂ້າມຈາກຊາຍແດນຂອງປະເທດອັຟການິສຖານນັ້ນ.

ກຸ່ມຕາລິບານໄດ້ກົດດັນໃຫ້ລັດຖະບານອຸສເບັກກິສຖານ ສົ່ງເຮືອບິນທັງໝົດ ແລະບັນດານັກບິນກັບຄືນປະເທດ, ອີງຕາມຄຳເວົ້າ ຂອງພວກເຈົ້າໜ້າທີ່ຂອງສະຫະ ລັດ ທັງໃນປັດຈຸບັນ ແລະອະດີດ ທີ່ກ່າວຕໍ່ອົງການຂ່າວຣອຍເຕີ. ກຸ່ມຕາລິບານໄດ້ຢຶດເຮືອບິນເຊິ່ງລວມເຖິງເຮລີຄັອບເຕີຕ່າງໆແລະໂດຣນໃນທ້າຍເດືອນສິງຫາ ທີ່ຜ່ານມາ ແລະຕ້ອງການລົດທຸກໆຄັນທີ່ຢຶດເອົາໄປ ກ່ອນພວກເຂົາຈະປະກາດການເຂົ້າຄວບຄຸມນະຄອນຫລວງກາບູລອີກຄັ້ງນັ້ນ ມອບຄືນໃຫ້ແກ່ຕົນ.

ອຸສເບັກກິສຖານ ເຊິ່ງເຄີຍສະໜັບສະໜຸນກຸ່ມຕາລິບານກ່ອນການຢຶດອໍານາດໃນເດືອນທີ່ຜ່ານມາ, ໄດ້ຮຽກຮ້ອງໃຫ້ສະຫະລັດດໍາເນີນການໂດຍໄວ ເພາະພວກເຂົາມີຄວາມກັງວົນວ່າຄວາມຕຶງຄຽດທີ່ເພີ້ມຂຶ້ນກັບເພື່ອນບ້ານຂອງພວກເຂົາຈະມີຜົນຕໍ່ບັນດານັກບິນດັ່ງກ່າວ.

ທັງກະຊວງການຕ່າງປະເທດສະຫະລັດ, ອົງການສະຫະປະຊາຊາດ ແລະກຸ່ມຕາລິບານ ຕ່າງກໍ່ບໍ່ໄດ້ສະແດງຄວາມຄິດເຫັນໃດໆຢ່າງເປັນການເປີດເຜີຍກ່ຽວກັບການເຄື່ອນໄຫວທີ່ເກີດຂຶ້ນໃນມື້ວັນອາທິດວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ