ພາຍຸ ແຊນດີ ເລີ້ມນໍາເອົາ ຝົນແລະລົມແຮງ ມາສູ່ ຝັ່ງຕາເວັນອອກ ຂອງສະຫະລັດ ແລ້ວ (ສະໄລດ໌ກັບວີດີໂອ)

ປະທານາທິບໍດີ Barack Obama ແລະເຈົ້າໜ້າທີ່ ລັດຖະບານກາງ ກໍາລັງຟັງລາຍງານ ກ່ຽວກັບພາຍຸ ແຊນດີ ທີ່ກຸງ ວໍຊິງຕັນ, ວັນອາທິດ ທີ 28 ຕຸລາ 2012.


ບັນດາ​ນັກ​ພະ​ຍາກ​ອນອາກາດ ກ່າວວ່າ ສະພາບ​ການ​ຢູ່​ເລາະ
​ຕາມ​ຊາຍຝັ່ງທະ​ເລຕາ​ເວັນ​ອອກ​ຂອງສະຫະລັດ ຈະ​ຮ້າຍ​ແຮງ
​ໜັກ​ຂຶ້ນພາຍ​ໃນ​ແລງວັນ​ຈັນມື້​ນີ້ ​ຂະນະ​ທີ່ພາຍຸ​ຮ້າຍ​ແຮງ​ທີ່​ສຸດ
ລູກ​ນຶ່ງ​ ​ເທົ່າ​ທີ່​ໄດ້​ປະ​ທະແຜ່ນດິນ​ໃຫຍ່​ສະຫະລັດ​ມາ ​ນໍາ​ເອົາ​
ຝົນຕົກ​ໜັກ ​ແລະ​ລົມແຮງມາສູ່​ຂົງ​ເຂດອັນ​ກ້ວາງ​ໃຫຍ່ ທີ່​ມີ​
ປະຊາກອນ​ອາ​ໃສ​ຢູ່​ຢ່າງ​ໜາ​ແໜ້ນ ຂອງ ຝັ່ງ​ຕາ​ເວັນ​ອອກນັ້ນ.

ພາ​ຍຸ Sandy ​ໄດ້ເຄື່ອນ​ຍ້າຍ​ເຂົ້າ​ສູ່່ຊາຍ​ຝັ່ງ ​ແລະ​ຄາດວ່າ​ຈະ​
ຮວມຕົວ ເຂົ້າກັບສອງລະບົບ​ພາຍຸ​ລະດູ​ໜາວ ທີ່​ຈະເຮັດ​ໃຫ້​ເກີດ​
ມີ “ລະບົບພາຍຸ​ໃໝ່ ທີ່​ມີພະ​ລັງ​ແຮງ​ທີ່​ສຸດ​” ທີ່​ອາດ​ສົ່ງ​ຜົນກະທົບ​
ຕໍ່ປະຊາຊົນຮອດ 60 ລ້ານ​ຄົນ. ເປັນ​ທີ່ຄາດ​ຄະເນວ່າ ພາຍຸລູກ​ນີ້
ຈະ​ພັດ​ຂຶ້ນ​ບົກ​ ໃນ​ຕອນ​ແລງ​ຂອງ​ວັນ​ຈັນມື້​ນີ້.

ບັນດາ​ນັກ​ພະຍາກອນ​ອາກາດ ຄາດ​ວ່າ ພາຍຸລູກ​ນີ້ຈະ​ນໍາ​ເອົາ​ລົມ ທີ່​ມີຄວາມ​ແຮງ​ຂະໜາດ​ພາຍຸ​ເຮີຣີ​ເຄນ ມາສູ່ຫລາຍໆ​ເຂດ​ແຄມຝັ່ງ​ທະ​ເລ​ຂອງລັດ Virginia ຂື້ນ​ເໜືອ​ໄປ​ຫາ ລັດ Massachusetts. ພະ​ແນ​ກພະຍາກອນ​ອາກາດແຫ່ງ​ຊາດທໍານາຍ​ວ່າ​ ພາຍຸ​ຈະກໍ່​ໃຫ້​ເກີດ​ຄື້ນຟອງ​ນໍ້າ​ທີ່​ເປັນ ​“ອັນຕະລາຍ​ຕໍ່​ຊີ​ວິດ” ທີ່ສູງ​ເຖີງ 3 ​ແມດ ຢູ່​ໃນ​ບໍລິ​ເວນ​ອ່າວ ນິວຢອກ.

ປະທານາທິບໍດີໂອບາມາຖະແຫລງຕໍ່ບັນດາເຈົ້າໜ້າທີ່ລັດຖະບານແລະລັດຕ່າງໆ
ກ່ຽວກັບມາດຕະການຮັບມື ກັບພາຍຸແຊນດີ:


ພາຍຸ​ໄດ້​ບັງ​ຄັບ​ໃຫ້​ຫລາຍໆ​ຫົວເມືອງ ຮວມ​ທັງນະຄອນ​ຫລວງ Washington, Philadelphia ​ແລະ New York ຕ້ອງ​ໄດ້​ປິດ​ໂຮງຮຽນ ​ແລະ ​ລະ​ບົບຂົນ​ສົ່ງສາທາ
ລະນະ. ຕະຫລາດຮຸ້ນ​ຂອງ ສະຫະລັດ ​ໄດ້​ປິດ​ລົງ​ໃນ​ວັນ​ຈັນມື້​ນີ້ ​ແລະ ອົງການ​ສະຫະ​ປະຊາ​ຊາດ ​ກໍໄດ້​ລົບ​ລ້າງການ​ປະ​ຊຸມ​ຕ່າງໆ ​ແລະ​ປິດ​ຫ້ອງການ​ທັງ​ໝົດ.

ເບິ່ງຮູບພາບ ກ່ຽວກັບ ພາຍຸ ແຊນດີ:

Hurricane Sandy