ຍັງບໍ່ແນ່ນອນວ່າ ມາດຕະການລົງໂທດ ຂອງ ສປຊ ໃຊ້ການໄດ້ ຫຼືບໍ່ ຢູ່ໃນເກົາຫຼີເໜືອ

ແມ່ຍິງເກົາຫຼີເໜືອ ຄົນໜຶ່ງ ຍ່າງຜ່ານປ້າຍທີ່ມີຂໍ້ຄວາມວ່າ "200 ມື້ ຂອງການປຸກລະດົມ" ຢູ່ໃນນະຄອນຫຼວງ Pyongyang, ຂອງເກົາຫຼີເໜືອ ເມື່ອວັນເສົາ ທີ 25 ມິຖຸນາ 2016.

ຍັງສືບຕໍ່ເປັນເລື່ອງຫຍຸ້ງຍາກ ທີ່ຈະຊັ່ງຊາຢ່າງປະສິດທິພາບ ​ເບິ່ງມາດຕະການລົງໂທດ ຂອງອົງການສະຫະປະຊາຊາດ ຕໍ່ເກົາຫຼີເໜືອ ໃນເດືອນມີນາ ຍ້ອນ​ເກົາຫຼີ​ເໜືອ​ໄດ້​ທຳ​ການທົດລອງນິວເຄລຍ ແລະ ການຍິງລູກສອນໄຟຂີປະນາວຸດ ໄລຍະໄກ ເມື່ອຕົ້ນປີນີ້.

ໃນຂະນະທີ່ ລາຄາຂອງສິນຄ້າທີ່ຈຳເປັນ ຢູ່ໃນເກົາຫຼີເໜືອ ຍັງຄົງມີ​ຄວາມ​ທຸ່ນ​ທ່ຽງ​ຢູ່ກໍ​ຈິງ ​ແຕ່ມີລາຍງານວ່າ ທຸລະກິດແມ່ນບໍ່ເໜັງຕີງ ຢູ່ທີ່ເຂດພັດທະນາເສດຖະກິດຕ່າງໆ ທີ່ໄດ້ ຕັ້ງຂຶ້ນ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ.

ຊາຍຄົນໜຶ່ງ ຍ່າງຜ່ານ ລາຍງານຂ່າວຂອງໂທລະພາບ ທີ່ສະແດງໃຫ້ເຫັນ ການຍິງລູກສອນໄຟ ຂີປະນາວຸດ ຂອງເກົາຫຼີເໜືອ ຢູ່ທີ່ສະຖານີ ລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ເມື່ອວັນພຸດ ທີ 3 ສິງຫາ 2016.

ນັກວິເຄາະ ທ່ານ Lim Eul-chul ຢູ່ທີ່ ສະຖາບັນສຶກສາພາກຕາເວັນອອກ​ໄກ ຂອງ ມະຫາວິທະຍາໄລ Kyungnam ໄດ້ບອກຕໍ່ ວີໂອເອ ພະແນກພາສາເກົາຫຼີ ວ່າ ການ ເຄື່ອນໄຫວດ້ານເສດຖະກິດ ໃນເຂດພັດທະນາສອງແຫ່ງ ຢູ່ໃກ້ກັບຊາຍແດນຂອງຈີນ ໄດ້ຫລຸດລົງ ຢ່າງຫຼວງຫຼາຍ ໃນໄລຍະ 5 ເດືອນທີ່ຜ່ານມາ.

ທ່ານ Lim ໄດ້ກ່າວວ່າ “ເຂດພັດທະນາເສດຖະກິດ Mubong ແລະ ເຂດພັດທະນາ ເສດຖະກິດ ທີ່​ເກາະ Onsung ໄດ້ຈັດຕັ້ງລາຍລະອຽດແຜນການພັດທະນາຕ່າງໆ ແລະ ຈີນ ໄດ້ວາງແຜນທີ່ຈະລົງທຶນຢູ່ໃນເຂດເຫຼົ່ານັ້ນ. ແຕ່ຫາກວ່າ ນັບຕັງແຕ່ ປະຊາ ຄົມນາໆຊາດ ໄດ້ວາງມາດຕະການລົງໂທດຕ່າງໆ ຕໍ່ເກົາຫຼີເໜືອ ແລະ ໂດຍສະເພາະ ແລ້ວ ຫຼັງຈາກທີ່ຈີນ ໄດ້ເຂົ້າຮ່ວມໃນການວາງມາດຕະການລົງໂທດ ຊຶ່ງການເຄື່ອນ ໄຫວຕ່າງໆນັ້ນ ໄດ້ຍຸຕິລົງ.”

ທ່ານ Curtis Melvin ນັກຄົ້ນຄວ້າ ກ່ຽວ​ກັບເກົາຫຼີເໜືອ ຈາກສະຖາບັນສະຫະລັດ- ເກົາຫຼີຢູ່ທີ່ມະຫາວິທະຍາໄລ Johns Hopkins ກ່າວຕໍ່ວີໂອເອ ວ່າ ພາບຖ່າຍຈາກ ດາວທຽມຕ່າງໆ ຂອງພວກເຂດພັດທະ ນາເສດຖະກິດຂອງເກົາຫຼີເໜືອ ສະແດງໃຫ້ ເຫັນວ່າ ບໍ່ມີການປ່ຽນແປງ ໃນໄລຍະປີໜຶ່ງທີ່ຜ່ານມາທີ່ຊີ້ໃຫ້ເຫັນເຖິງການ​ເຕີບ​ໂຕ ຫຼື ການຂະຫຍາຍ ຕົວ​ໃດໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ