ປະຊາຊົນ ໃນເຂດເອເຊຍ ໄວ້ທຸກໃຫ້ທ່ານ Steve Jobs (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ທ້າວ Takashi Udagawa ນັກຮຽນມັດທະຍົມຍີ່ປຸ່ນອາຍຸ 15 ພວມອະທິຖານ ຫຼັງຈາກໄດ້ວາງຊໍ່ດອກໄມ້ສະ ແດງການຄາລະວະຕໍ່ ທ່ານ Steve Jobs ຜູ້ກໍ່ຕັ້ງບໍລິສັດ Apple ທີ່ເຖິງແກ່ມໍລະນະກຳ ໃນມື້ວັນພຸດວານນີ້ (6 ຕຸລາ 2011)

ຂ່າວການເຖິງແກ່ມໍລະນະກຳຂອງທ່ານ Steve Jobs ຜູ້ກໍ່ຕັ້ງບໍລິສັດ Apple ແມ່ນໄດ້ສ້າງ
ຄວາມເສົ້າໂສກເສຍໃຈເປັນຢ່າງໃຫຍ່ໃຫ້ແກ່ເຂດເອເຊຍ​ເຊ່ນ​ກັນບ່ອນທີ່ຜະລິດຕະພັນທີ່ທ່ານ
ເປັນຜູ້ບຸກເບີກນັ້ນ ໄດ້ຖືກຜະລິດຂຶ້ນມາ ​ເປັນສ່ວນໃຫຍ່ ແລະໄດ້ຮັບຄວາມນິຍົມຢ່າງກວ້າງ
ຂວາງ.

ຂໍ້ຄວາມໄວ້ທຸກສັ້ນໆໃຫ້ທ່ານ Jobs ຈຳນວນຫຼາຍລ້ານສະບັບ ໄດ້ຖືກສົ່ງໄປຍັງເວັບໄຊທ໌
Microblog ແຫ່ງຕ່າງໆໃນຈີນບ່ອນທີ່ສະມາຊິກຂອງປະຊາຄົມອິນເຕີແນັດທີ່ໃຫຍ່ທີ່ສຸດໃນ
ໂລກພາກັນເຂົ້າຄິວ ລໍຖ້າເປັນເວລາຫຼາຍໆມື້ ເພື່ອຊື້ຜະລິດຕະພັນທີ່ອອກໃໝ່ ຂອງບໍລິສັດ
Apple ໃນແຕ່ລະເທື່ອນັ້ນ. ພວກລັກລອບປອມແປງລິຂະສິດຢູ່ຈີນ ບໍ່ພຽງແຕ່ໄດ້ຮຽນແບບ
ຜະລິດ iPhone ແລະ iPad ຂຶ້ນມາເທົ່ານັ້ນ ແຕ່ຍັງໄດ້ເປີດຮ້ານ Apple ຂາຍຜະລິດຕະ
ພັນປອມນຳດ້ວຍ.

ທີ່ນະຄອນຫຼວງປັກກິ່ງທ້າວ Li Zilong ນັກສຶກສາມະຫາວິທະຍາໄລອາຍຸ 20 ປີມີຄວາມ
ວິຕົກກັງວົນຢ້ານວ່າ ຖ້າ​ບໍ່​ມີທ່ານ Jobs ແລ້ວ ບໍລິສັດ Apple ກໍອາດຈະບໍ່ສາມາດສືບຕໍ່ ນຳອອກຈຳໜ່າຍຜະລິດຕະພັນຕ່າງໆເຊັ່ນ iPhone4s ທີ່ຫາກໍມີການເປີດ​ໂຕນັ້ນ.

ລາວເວົ້າວ່າ ລາວຫວັງວ່າຜູ້ທີ່ສືບຕຳແໜ່ງຕໍ່ຈາກທ່ານ Jobs ຈະສືບຕໍ່ທະນຸບຳລຸງບໍລິສັດ
ໄວ້ເປັນຢ່າງດີຊຶ່ງໄດ້ສ້າງຜະລິດຕະພັນຫຼາຍໆຢ່າງທີ່ໂຮງງານ Foxconn ໃນແຂວງກວາງ
ຕຸ້ງທາງພາກໃຕ້ຂອງຈີນນັ້ນ.