ສິບຫ້າລັດ ແລະ ເຂດວໍຊິງຕັນ ດີຊີ ກຳລັງຟ້ອງຮ້ອງ ລັດຖະບານທ່ານທຣຳ ໃຫ້ຢຸດເຊົາ
ແຜນການ ທີ່ຈະຍຸຕິໂຄງການປົກປ້ອງພວກເດັກນ້ອຍທີ່ເຂົ້າມາໃນ ສະຫະລັດ ໂດຍຜິດ
ກົດໝາຍ ຈາກການຖືກເນລະເທດ.
ຫົວໜ້າພະແນກຍຸຕິທຳຂອງລັດຕ່າງໆ ໄດ້ຍື່ນຟ້ອງ ຕໍ່ສານລັດຖະບານກາງ ໃນເຂດ
Brooklyn ນະຄອນ New York ໃນວັນພຸດວານນີ້.
ຫົວໜ້າພະແນກຍຸຕິທຳຂອງລັດ New York ທ່ານ Eric T. Schneiderman ກ່າວປະກາດ ການຍື່ນຄຳຟ້ອງຈາກຫຼາຍລັດ ເພື່ອປົກປ້ອງພວກເດັກນ້ອຍ ຂອງໂຄງການເລື່ອນເວລາ ໃນການເອົາມາດຕະການ ຕໍ່ພວກເດັກນ້ອຍ ທີ່ເຂົ້າມາໃນສະຫະລັດ ແບບຜິດກົດໝາຍ ຫຼື (DACA) ໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ ມະຫາວິທະຍາໄລ John Jay ໃນນະຄອນ New York, ວັນທີ 6 ກັນຍາ 2017.
ພວກຫົວໜ້າພະແນກຍຸຕິທຳ ຖົກຖຽງວ່າ ການຕັດສິນໃຈ ທີ່ຈະຍົກເລີກ ໂຄງການ
ເລື່ອນເວລາ ໃນການເອົາມາດຕະການ ຕໍ່ພວກເດັກນ້ອຍ ທີ່ເຂົ້າມາໃນສະຫະລັດ
ແບບຜິດກົດໝາຍ ຫຼື DACA ນັ້ນ ແມ່ນຂັດຕໍ່ລັດຖະທຳມະນູນ ເພາະວ່າ ພວກທີ່
ໄດ້ຮັບຜົນກະທົບ ຈະບໍ່ໄດ້ຮັບການພິຈາລະນາ ຕາມຂະບວນການຍຸຕິທຳ ຕໍ່ການ
ຖືກລົງໂທດໂດຍພະລະການ.
ຫົວໜ້າພະແນກຍຸຕິທຳຂອງລັດ New York ທ່ານ Eric Schneiderman ເອີ້ນ
ແຜນການຂອງທ່ານທຣຳ ນັ້ນວ່າ “ໂຫດຮ້າຍ, ຂາດວິໄສທັດ ແລະ ໄຮ້ມະນຸດສະທຳ.” ທ່ານໄດ້ກ່າວຫາປະທານາທິບໍດີ ວ່າສະແດງອອກເຖິງຄວາມລຳອຽງຂອງທ່ານ ຕໍ່ຊາວ
ເມັກຊິໂກ ແລະ ຊາວອາເມຣິກາລາຕິນ.
ມາເຖິງເວລານີ້ ຍັງບໍ່ໄດ້ໃຫ້ຄຳເຫັນໃດໆເລີຍ ຈາກທຳນຽບຂາວເທື່ອ.
ແຕ່ຢ່າງໃດກໍຕາມ ທ່ານທຣຳ ໄດ້ກ່າວ ໃນວັນພຸດວານນີ້ ວ່າ ທ່ານໝັ້ນໃຈ ທີ່
ລັດຖະສະພາ ຈະທຳໜ້າທີ່ ປົກປ້ອງພວກເດັກນ້ອຍ 800,000 ຄົນ ເພື່ອບໍ່ໃຫ້
ຖືກເນລະເທດ.
ປະທານາທິບໍດີ ດໍໂນລ ທຣຳ ພົບປະ ກັບປະທານ ສະພາຕ່ຳ ທ່ານ Paul Ryan ສັງກັດພັກຣີພັບບລີກັນ ຈາກລັດ Wisconsin ແລະ ຜູ້ນຳສຽງສ່ວນຫຼາຍ ຂອງສະພາສູງ ທ່ານ Mitch McConnell ສັງກັດພັກຣີພັບບລີກັນ ຈາກລັດ Kentucky ແລະ ບັນດາຜູ້ນຳ ສະມາຊິກລັດຖະສະພາ ສັງກັນພັກຣີພັບບລີກັນ ຄົນອື່ນໆ ເພື່ອປຶກສາຫາລື ເລື່ອງການປະຕິຮູບກົດໝາຍພາສີ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 5 ກັນຍາ 2017.
ທ່ານທຣຳ ໄດ້ກ່າວໃນຂະນະທີ່ຢູ່ເທິງເຮືອບິນປະຈຳຕຳແໜ່ງ Air Force One ກ່ອນທີ່
ຈະມຸ້ງໜ້າໄປ ລັດ Dakota ເໜືອ ເພື່ອກ່າວຄຳປາໄສ ກ່ຽວກັບ ການປະຕິຮູບພາສີ ວ່າ
“ລັດຖະສະພາ ນັ້ນ ຂ້າພະເຈົ້າເຊື່ອແທ້ໆ ຢາກຈະຈັດການກັບສະຖານະການນີ້.
ຂ້າພະເຈົ້າເຊື່ອໝັ້ນແທ້ໆ ແມ່ນກະທັງ ບັນດາສະມາຊິກ ລັດຖະສະພາ ຫົວອະນຸລັກ
ນິຍົມຫຼາຍ.”
ທ່ານທຣຳ ໄດ້ໃຫ້ເວລາແກ່ລັດຖະສະພາ 6 ເດືອນ ເພື່ອຈະລົງຄະແນນສຽງ ກ່ຽວກັບ
ບັນຫາດັ່ງກ່າວ. ທ່ານໄດ້ກ່າວຕື່ມວ່າ ຈະກັບຄືນໄປຕິດຕາມເບິ່ງ ການຕັດສິນໃຈຂອງ
ທ່ານ ເພື່ອຍົກເລີກການຫ້າມບໍ່ໃຫ້ເນລະເທດ ຖ້າຫາກລັດຖະສະພາ ບໍ່ເຮັດຫຍັງ. ທ່ານບໍ່ໄດ້ອະທິບາຍຢ່າງຈະແຈ້ງວ່າ ອັນນັ້ນ ໝາຍຄວາມວ່າ ທ່ານຈະປ່ຽນໃຈ ຂອງ
ທ່ານຫຼືບໍ່.
ບັນດາສະມາຊິກຈາກພັກເດໂມແຄຣັດ ແລະ ບາງສ່ວນຈາກຣີພັບບລີກັນ ຫຼາຍຄົນ
ພ້ອມກັນກັບ ບັນດາຜູ້ນຳນັກທຸລະກິດຂອງສະຫະລັດ ໄດ້ຕຳນິທ່ານທຣຳ ຢ່າງໜັກ
ຕໍ່ການຕ່າວປີ້ນ ໂຄງການ DACA ເຊຶ່ງອະດີດປະທານາທິບໍດີ ບາຣັກ ໂອບາມາ ໄດ້
ລິເລີ່ມຂຶ້ນ ດ້ວຍດຳລັດຝ່າຍບໍລິຫານ ໃນເມື່ອລັດຖະສະພາ ບໍ່ສາມາດທຳໜ້າທີ່
ກ່ຽວກັບ ການປະຕິຮູບເລື່ອງຄົນເຂົ້າເມືອງ.
Your browser doesn’t support HTML5
Trump Deportations