ພິທີຊາປະນາກິດສົບ ຂອງອະດີດປະທານາທິບໍດີ ຄົນທີ 39 ຈິມມີ ຄາຣ໌ເຕີ ຢ່າງເປັນທາງການ

ສະຕີບ ຟອດ (Steve Ford), ລູກຊາຍຂອງອະດີດມື້ລາງ ປະທານາທິບໍດີ ສະຫະລັດ ເຈີຣອລດ໌ ຟອດ ກ່າວຖະແຫລງຢູ່ໃນພິທີຊາປະນາກິດສົບຢ່າງເປັນທາງການຂອງອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີສ ທີ່ມະຫາວິຫານແຫ່ງຊາດ, ໃນນະຄອນຫຼວງ ວໍຊິງຕັນ, ໃນວັນທີ 9 ມັງກອນ 2025. (Photo by ROBERTO SCHMIDT / AFP)

ຫີບສົບຂອງອະດີດປະທານາທິບໍດີ ຈິມມີ ຄາຣ໌ເຕີສ ຖືກເຄື່ອນຍ້າຍອອກຈາກຫໍລັດຖະສະພາ ມາເຖິງມະຫາວິຫານແຫ່ງຊາດ ເພື່ອພິທີຊາປະນາກິດສົບຢ່າງເປັນທາງການ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 9 ມັງກອນ 2025.

ຫີບສົບຂອງອະດີດປະທານາທິບໍດີສະຫະລັດ ຈິມມີ ຄາຣ໌ເຕີສ ຖືກເຄື່ອນຍ້າຍໄປເຖິງ ມະຫາວິຫານແຫ່ງຊາດ ສຳລັບພິທີຊາປະນາກິດສົບ ຢ່າງເປັນທາງການ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 9 ມັງກອນ 2025. (Photo by Ting Shen / AFP)

ບັນດາແຂກທີ່ຊົງກຽດໂດຍລວມມີປະທານາທິບໍດີ ຄົນປັດຈຸນບັນ, ຮອງປະທານາທິບໍດີ, ວ່າທີປະທານາທິບໍດີ, ບັນດາອະດີດປະທານາທິບໍ ພ້ອມດ້ວຍພັນລະຍາແລະສາມີ ເຂົ້າຮ່ວມໃນພິທີຊາປະນາກິດສົບ ຢ່າງເປັນທາງການຂອງ ອະດີດປະທານາທິບໍດີ ຄົນທີ 39 ຈິມມີ ຄາຣ໌ເຕີສ ຢູ່ທີ່ມະຫາວິຫານແຫ່ງຊາດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 9 ມັງກອນ 2025. (Photo by Mandel NGAN / AFP)

ຫີບສົບຂອງອະດີດປະທານາທິບໍດີສະຫະລັດ ຈິມມີ ຄາຣ໌ເຕີສ ຖືກເຄືອນຍ້າຍອອກຈາກຫໍລັດຖະສະພາ ເພື່ອນຳໄປມະຫາວິຫານແຫ່ງຊາດ ສຳລັບພິທີຊາປະນາກິດສົບ ຢ່າງເປັນທາງການ ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 9 ມັງກອນ 2025. (Photo by SHAWN THEW / POOL / AFP)

ປະຊາຊົນທົ່ວໄປມາສະແດງຄວາມເຄົາລົບແລະຊົມຫີບສົບຂອງອະດີດປະທານາທິບໍດີສະຫະລັດ ຄົນທີ 39, ຈິມມີ ຄາຣ໌ເຕີສ ທີ່ປົກຄຸມດ້ວຍທຸງຊາດ ທີ່ຫໍລັດຖະສະພາ ໂຣທັນດາ, ໃນນະຄອນຫຼວງວໍຊິງຕັນ, ເມື່ອວັນທີ 9 ມັງກອນ 2025.