ກະຊວງຕ່າງປະເທດ ສະຫະລັດ ກ່າວວ່າ ອີແມລເກືອບເຖິງ 305 ອັນ ອາດມີຂໍ້ມູນຄວາມລັບ

ທ່ານນາງ Hillary Clinton ຜູ້ສະມັກແຂ່ງຂັນ ເປັນ ປະທານາທິ ບໍດີ ສະຫະລັດ ກຳລັງທັກທາຍກັບ ຜູ້ສະໜັບສະໜູນ.

ລາຍ​ງານ​ ທີ່​ສົ່ງ​ເຖິງ ຜູ້​ພິພາກສາ ສານ​ລັດຖະບານ​ກາງ ກ່າວ​ວ່າ
ການ​ທົບ​ທວນຄືນ​ ອີ​ແມລ ຂອງ​ອ​ະດີດ ລັດຖະມົນຕີ ຕ່າງປະ​
ເທດ ທ່ານ​ນາງ Hillary Clinton ​ໄດ້​ພົບ​ເຫັນ​ວ່າ ຈຳນວນຫລາຍ
ເຖິງ 305 ອີ​ແມ​ລ ​ອາດ​ບັນຈຸຂໍ້​ມູນ​ລັບ.

ກະຊວງ​ຕ່າງປະ​ເທດ ​ໄດ້​ສົ່ງລາຍ​ງານດັ່ງກ່າວ​ໃນ​ວັນ​ຈັນ​ວານ​ນີ້
​ ຫລັງ​ຈາກ​ການ​ທົບ​ທວນ​ຂອງ ບັນດາ​ເຈົ້າ​ໜ້າ​ທີ່​ສື​ບລັບ ທີ່​ໄດ້​ຖືກ
ແຕ່ງຕັ້ງ​ໃຫ້​ວິ​ເຄາະ​ອີ​ແມ​ລ ຈາກ​ໜ່ວຍ​ຄອມ​ພິວ​ເຕີ​ສ່ວນ​ໂຕ ທີ່​ທ່ານ
​ນາງ​ໄດ້​ໃຊ້​ສົ່ງ ​ແລ​ະຮັບ​ຂ່າວ​ຕ່າງໆ ​ໃນ​ຂະນະ​ທີ່​ທ່ານ​ນາງ​ຢູ່​ໃນ​ໜ້າ
​ທີ່ເປັນ ລັດຖະມົນຕີ ຕ່າງປະ​ເທດ. ປັດຈຸບັນ​ນີ້ ທ່ານ​ນາງ​ເປັນ​ຜູ້ນຳ​
ໜ້າຜູ້​ສະມັກ​ແຂ່ງຂັນ​ເປັນ ປະທານາທິບໍດີ ພັກ​ເດ​ໂມ​ແຄຣັດ.

ຫ້ອງການ​ສືບສວນ ກ່າວ​ວ່າ ຈຳນວນ 305 ອີ​ແມ​ລ ອາດ​ເປັນ​ຂໍ້​ມູນ​ລັບ ປະມານ 5 ​ເປີ​ເຊັນ​
ໄດ້​ຖືກ​ວິ​ເຄາະ​ແລ້ວ.

ການ​ຟ້ອງ​ຮ້ອງ​ຕ້ານ ກະຊວງ​ຕ່າງປະ​ເທດ ບັງຄັບ​ໃຫ້​ທວນຄືນ​ ອີ​ແມ​ລ ຢູ່​ໃນ ຄອມ​ພິວ​ເຕີ
​ສ່ວນ​ໂຕຂອງ ທ່ານ​ນາງ Clinton. ບັນດາ​ອີ​ແມ​ລ ທີ່​ພົບ​ເຫັນ​ວ່າ ອາດ​ເປັນຄວາມ​ລັບນັ້ນ
ຈະ​ຖືກ​ສະ​ເໜີໄປ​ຫາ​ຫ້ອງການລັດຖະບານ​ກາງ​ອື່ນໆ ​ເພື່ອ​ຊັ່ງ​ຊາ​ຕໍ່​ໄປ​ອີກ.

ທ່ານ​ນາງ Clinton ​ໄດ້​ເນັ້ນ​ໜັກ​ວ່າ ທ່ານ ບໍ່ເຄີ​ຍ​ໄດ້​ສົ່ງ​ລາຍ​ລະ​ອຽດທີ່​ເປັນ ຄວາມ​ລັບ
​ແລະ​ທ່ານ​ນາງ ບໍ່​ເຄີຍ​ໄດ້​ຮັບລາຍ​ລະ​ອຽດຈາກ​ຄົນ​ອຶ່ນໆ ທີ່​ໄດ້​ໝາຍ​ໄວ້​ວ່າ​ເປັນຄວາມ​ລັບ
​ຢູ່ໃນ​ເວລາ​ນັ້ນ.

​ອະດີດ​ລັດຖະມົນຕີ​ຕ່າງປະ​ເທດ​ ​ໄດ້ມອບ​ສົ່ງ​ອີ​ແມ​ລ ທີ່ຢູ່​ໃນ​ຄອມ​ພິວ​ເຕີສ່ວນ​ໂຕ ຕື່ມ​ໃນ​
ອາທິດ​ແລ້ວ​ນີ້. ທ່ານ​ນາງ ​ໄດ້​ຖືກ​ກົດ​ດັນ​ຈາກ ບັນດາ​ສະມາຊິກ​ພັກ ​ຣີພັບ​ບລິ​ກັນ ​ໃຫ້ເປີດ
​ເຜີຍ​ອີ​ເມລ​ອອກ​ມາໃນ​ເ​ດືອນມີນາ. ບັນດາ​ຜູ້​ຕິຕຽນ ​ໄດ້​ກ່າວ​ຫາ​ທ່ານ​ນາງ​ວ່າ ພະຍາຍາມ
​ຊຸກ​ເຊຶ່ອງ ການ​ສົນທະນາ ທີ່​ມີ​ການ​ຂັດ

​ແຍ້​ງກັນ​ຢູ່​ໃນ​ບັນຊີອີ​ແມ​ລສ່ວນ​ໂຕ ຮວມທັງຄວາມ​ເປັນ​ຫ່ວງ​ຕ່າງໆ ກ່ຽວ​ກັບ​ການ​ໂຈມ​ຕີ
ຂອງ​ພວກ​ກໍ່​ການ​ຮ້າຍ ​ທີ່​ຮ້າຍ​ແຮງຢູ່ ກົງສຸນ ສະຫະລັດ ທີ່​ເມືອງ Bengazi ປະ​ເທດ
Libya ​ໃນ​ປີ 2012.

ທ່ານ​ນາງ Clinton ກ່າວ​ວ່າ ທ່ານໄດ້​ສົ່ງຄືນກວ່າ 55,000 ໜ້າ​ຂອງ​ອີ​ແມ​ລ ​ໃຫ້​ແກ່
ກະຊວງ​ຕ່າງປະ​ເທດ ​ແລະ​ໄດ້​ອະນຸຍາດ​ໃຫ້ ກະຊວງ ​ເປີດເຜີຍ​ແກ່​ສາທາລະນະຊົນ.

ຫ້ອງການ​ສັນຕິ​ບານ​ກາງ ​ໄດ້​ເລີ້ມ​ທຳການ​ສືບສວນ ​ກ່ຽວ​ກັບ​ຄວາມ​ປອດ​ໄພ ຢູ່​ໃນ​ຄອມ
​ພິມ​ເຕີ ອີ​ແມ​ລສ່ວນ​ໂຕ​ຂອງ ທ່ານ​ນາງ Clinton ຫລັງ​ຈາກ ຜູ້​ກວດກາ​ທົ່ວ​ໄປ​ຂອງ ປະຊາ​
ຄົມ​ສື​ບລັບ ສະຫະລັດ ກ່າວ​ວ່າ ທ່ານ​ໄດ້​ພົບ​ເຫັນ​ຢ່າງ​ໜ້ອຍ ສີ່​ອີ​ແມ​ລ ທີ່​ເປັນຄວາມ​ລັບ​ໃນ
​ເວລາ​ທີ່​ຖືກ​ສົ່ງ ຮວມອີກ​ສອງອີ​ແມ​ລ ທີ່ເຫັນ​ວ່າ​ເປັນ "ຄວາມ​ຮັບ​ສຸດ​ຍອດ" ທີ່ຢູ່​ໃນ​ລະດັບ
ຄວາມ​ລັບ​ສຸງສຸດ​ຂອງ ລັດຖະບານ.