ກະຊວງຕ່າງປະເທດ ສຫລ ຢືນຢັນ ໃນຄວາມຖືກຕ້ອງ ຂອງ ລາຍງານການຄ້າມະນຸດ

ຜູ້ຊ່ວຍລັດຖະມົນຕີ ຕ່າງປະເທດ ຝ່າຍຄວາມປອດໄພ ພົນລະເຮືອນ ປະຊາທິປະໄຕ ແລະສິດທິມະນຸດ ທ່ານນາງ Sarah Sewall.

ກະຊວງ​ຕ່າງປະ​ເທດ ສະຫະລັດ ຢືນຢັນ​ໃນຄວາມຖືກຕ້ອງ ໃນ​
ລາຍ​ງານປະຈຳປີຂອງຕົນ ກ່ຽວກັບການ​ຄ້າ​ມະນຸດ​ຢູ່​ໃນທົ່ວ​ໂລກ
ຫລັງ​ຈາກມີ​ລາຍ​ງານ​ຂ່າວ​ທີ່ກ່າວ​ຫາວ່າ ບັນດານັກ​ການ​ທູດ​ຂັ້ນ
ສູງໄດ້​ປ່ຽນແປງ​ລະດັບຂອງປະເທດຕ່າງໆ ຫລາຍ​ກວ່າສິບປະ​
ເທດ ທີ່ມີຄວາມສຳຄັນທາງ​ຍຸດ​ທະ​ສາດ​.

​ໂຄສົກ​ກະຊວງ​ຕ່າງປະ​ເທດ ທ່ານ Mark Toner ​ໃນ​ວັນ​ອັງຄານ
​ວານ​ນີີ້ ກ່າວ​ວ່າ ລາຍ​ງານນີ້ ແມ່ນ “ບໍ່ລຳອຽງ” ​ແລະ “ເຊື່ອຖືໄດ້.”

ທ່ານ Toner ໄດ້ກ່າວວ່າ “ເປົ້າໝາຍທີ່ນີ້ ກໍຄືຊ່ວຍໃຫ້ບັນດາປະ
ເທດຕ່າງໆ ປັບປຸງຄວາມພະຍາມຂອງເຂົາເຈົ້າ ເພື່ອຍຸດຕິການ
ຄ້າມະນຸດ ແລະຕໍ່ສູ້ກັບລະ ບົບຂ້າທາດສະໄໝໃໝ່. ແລະນັ້ນຄືເປົ້າໝາຍ ງ່າຍ ແລະແຈ້ງ
ຂາວ ແລະພວກ ເຮົາຢືນຢັນກ່ຽວກັບຂັ້ນຕອນທີ່ພວກເຮົາກ້າວມາເຖິງຈຸດການລົງຄວາມ
ເຫັນເຫລົ່າ ນັ້ນ. ນີ້ເປັນບັນດາລະດັບທີ່ສຳຄັນ. ພວກເຮົາເຂົ້າໃຈວ່າ ທ່ານຮູ້ດີ ໂລກພາກັນ ເບິ່ງເຂົາເຈົ້າ ຢ່າງໃກ້ຊິດ ແລະດັ່ງນັ້ນ ທ່ານຮູ້ ພວກເຮົາຕ້ອງການ ການຄຳ້ປະກັນວ່າ ຂັ້ນ
ຕອນນີ້ຢັ້ງຢືນຄຸນຄ່າຂອງມັນເອງ.”

ລາຍງານທີ່ນຳອອກເຜີຍແຜ່ ໃນອາທິດແລ້ວນີ້ ໄດ້ຈັດລະດັບ 188 ປະເທດ ວ່າເຂົາເຈົ້າ ຕໍ່ສູ້ກັບການຄ້າມະນຸດຢ່າງໃດ ແລະມີລາຍຊື່ 23 ປະເທດວ່າ ຢູ່ ໃນກຸ່ມທີ 3 ທີ່ບໍ່ໄດ້ປະຕິ
ບັດຕາມມາດຕະຖານຂັ້ນຕ່ຳສຸດ ໃນການຕໍ່ສູ້ກັບກັບ ການຄ້າມະນຸດ ຮວມທັງ ອີຣ່ານ ຣັດເຊຍ ແລະເກົາຫລີເໜືອ.

ແຕ່ວ່າ ນັກວິເຄາະຄົນນຶ່ງ ຂອງອົງການຂ່າວຣອຍເຕີ ໄດ້ສະແດງໃຫ້ເຫັນວ່າ ຫ້ອງການ
ກະຊວງຕ່າງປະເທດທີ່ຕັ້ງຂື້ນຢ່າງເປັນອິດສະຫຼະໃນການໃຫ້ຄະແນນ ຕໍ່ການດຳເນີນ
ຄວາມພະຍາຍາມເພື່ອຕໍ່ສູ້ກັບການຄ້າມະນຸດນັ້ນ ໄດ້ຖືກປ່ຽນແປງ ໂດຍນັກການທູດ
ອະວຸໂສ ແລະຖືກກົດດັນໃຫ້ຍົກລະດັບແກ່ 14 ປະເທດ ຢູ່ໃນ ລາຍງານ. ແຫລ່ງຂ່າວ
ແຈ້ງໃຫ້ອົງການຂ່າວຮອຍເຕີຊາບວ່າ ມາເລເຊຍ ຄິວບາ ຈີນ ອິນເດຍ ອຸສເບັກກິສຖານ ແລະເມັກຊິໂກ ແມ່ນຮວມຢູ່ໃນບັນດາປະເທດທີ່ ໄດ້ຖືກຍົກລະດັບໃຫ້ສູງຂຶ້ນ.