ສະຫະລັດຈະບໍ່ພິຈາລະນາການຍົກເລີກມາດຕະການລົງໂທດໃນປັດຈຸບັນ ຕໍ່ຫົວໜ້າປ້ອງກັນປະເທດຂອງຈີນ, ທ່ານ ຫລີ ຊາງຟູ (Li Shangfu), ກະຊວງການຕ່າງປະເທດສະຫະລັດກ່າວວັນຈັນວານນີ້.
ເຈົ້າໜ້າທີ່ສະຫະລັດກ່າວວ່າ ມາດຕະການລົງໂທດຕໍ່ ທ່ານຫລີ ບໍ່ໄດ້ກີດກັນທ່ານຈາກການດຳເນີນກອງປະຊຸມທາງການກັບຄູ່ຮ່ວມຝ່າຍອາເມຣິກາ, ພ້ອມນັ້ນ ມາດຕະການລົງໂທດກໍໍ່ບໍ່ຄວນເປັນອຸປະສັກຕໍ່ການເຈລະຈາທາງທະຫານລະຫວ່າງວໍຊິງຕັນ ແລະ ປັກກິ່ງເຊັ່ນກັນ.
ໃນທ້າຍອາທິດຜ່ານມາ, ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ, ທ່ານຈະບໍ່ພິຈາລະນາການຜ່ອນຜັນມາດຕະການລົງໂທດຕໍ່ບັນດາເຈົ້າໜ້າທີ່ຈີນ ເພື່ອປັບປຸງສາຍພົວພັນ. ຕໍ່ມາທ່ານໄດ້ສະເໜີວ່າ ການຍົກເລີກມາດຕະການລົງໂທດຕໍ່ຫົວໜ້າປ້ອງກັນປະເທດແມ່ນ "ຢູ່ລະຫວ່າງການເຈລະຈາໃນຂະນະນີ້."
ກະຊວງການຕ່າງປະເທດໄດ້ໃຫ້ຄວາມກະຈ່າງແຈ້ງກ່ຽວກັບຈຸດຢືນຂອງສະຫະລັດໃນວັນຈັນວານນີ້.
"ບໍ່, ພວກເຮົາບໍ່," ໂຄສົກກະຊວງການຕ່າງປະເທດ ທ່ານແມັທທິວ ມິລເລີຣ໌ (Matthew Miller) ໄດ້ກ່າວຕໍ່ວີໂອເອ ໃນວັນຈັນ ລະຫວ່າງການຖະແຫຼງຂ່າວຄັ້ງທໍາອິດຂອງທ່ານ. ທ່ານ ມິລເລີຣ໌ ໄດ້ຖືກຖາມວ່າສະຫະລັດ ກຳລັງພິຈາລະນາ ຫຼືຊັ່ງຊາກ່ຽວກັບຄວາມຄິດທີ່ຈະຜ່ອນຜັນການລົງໂທດຕໍ່ເຈົ້າໜ້າທີ່ທະຫານລະດັບສູງຂອງຈີນ ເພື່ອຈຸດປະສົງໃນການເຈລະຈາຫຼືບໍ່.