ປະທານບໍລິຫານບໍລິສັດສຕາຣ໌ບັກສ໌ ໄດ້ໄປຮອດນະຄອນຟີລາເດລເຟຍ ໃນວັນຈັນ
ວານນີ້ ໂດຍຫວັງວ່າຈະພົບກັບຊາຍຜີວດຳ ສອງຄົນ ທີ່ໄດ້ຖືກຈັບກຸມ ໃນຮ້ານກາເຟ
ສຕາຣ໌ບັກສ໌ໃນສັບປະດາຜ່ານມາ ທີ່ໃນຂະນະທີ່ ລໍຖ້າໝູ່ຂອງພວກເຂົາເຈົ້າຢູ່ນັ້ນ.
ໃນກໍລະນີ ຊາຍຜີວດຳ ສອງຄົນ ໄດ້ຮັບຄວາມສົນໃຈໄປທົ່ວປະເທດ ຫຼັງຈາກທີ່ທາງ
ວີດີໂອການຈັບກຸມ ໄດ້ເອົາລົງໃນທວິດເຕີ ໃນວັນພະຫັດຜ່ານມາ ແລ້ວກໍດັງໄປທົ່ວ
ໂລກອອນໄລນ໌.
ພາບວີດີໂອ ໄດ້ສະແດງໃຫ້ເຫັນຊາຍຜີວດຳ ສອງຄົນ ຖືກຈັບກຸມແບບບໍ່ຄັດຂືນ
ໃນຂະນະທີ່ ທີຊາວຜີວຂາວຄົນນຶ່ງ ໄດ້ຖາມຕຳຫຼວດ ກ່ຽວກັບວ່າພວກຊາຍພວກນີ້
ມາເຮັດຫຍັງ. ລູກຄ້າອີກຄົນນຶ່ງ ໄດ້ຍິນສຽງການຈັບກຸມຊາຍສອງຄົນພວກນີ້ ທີ່ບໍ່ໄດ້
ເຮັດຫຍັງຜິດ ແລະບໍ່ເປັນທີ່ຈະແຈ້ງທີ່ວ່າ ເປັນຫຍັງຈຶ່ງເອີ້ນຕຳຫຼວດມາ.
@Starbucks The police were called because these men hadn’t ordered anything. They were waiting for a friend to show up, who did as they were taken out in handcuffs for doing nothing. All the other white ppl are wondering why it’s never happened to us when we do the same thing. pic.twitter.com/0U4Pzs55Ci
— Melissa DePino (@missydepino) April 12, 2018
ຕຳຫຼວດໄດ້ປ່ອຍພວກຜູ້ຊາຍດັ່ງກ່າວ ໃນຫຼາຍຊົ່ວໂມງຕໍ່ມາ ຫຼັງຈາກທີ່ໄດ້ຈັບກຸມ ແຕ່ບໍ່
ໄດ້ນຳສະເໜີ ຕໍ່ສາທາລະນະຊົນ.
ນັກຂ່າວທ້ອງຖິ່ນ ໄດ້ກ່າວວ່າ ຜູ້ຈັດການຂອງຮ້ານ ໄດ້ຖືກໄລ່ອອກໃນວັນຈັນວານນີ້
ໃນຂະນະທີ່ພວກປະທ້ວງຍັງສືບຕໍ່ ໃນຮ້ານກາເຟ ບ່ອນທີ່ໄດ້ມີການຈັບກຸມນັ້ນ,
ດ້ວຍພວກປະທ້ວງທັງຫຼາຍພາກັນຖືປ້າຍ ແລະຮ້ອງໂຮຄຳຂັວນອອກມາວ່າ “ຮ້ານກາເຟ ສຕາຣ໌ບັກສ໌ ແມ່ນກີດກັນຄົນຜີວດຳ.”
ໃນທ້າຍສັບປະດາຜ່ານມານີ້ ທ່ານຈອນສັນ ໄດ້ກ່າວຂໍໂທດຂໍໂພຍ ກ່ຽວກັບເຫດທີ່
ເກີດຂຶ້ນແລະໄດ້ກ່າວວ່າ ຈະມີການສືບສວນກ່ຽວກັບເລື່ອງນີ້, ໄດ້ປັບປຸງການປະກອບ
ສ່ວນ ແລະພັດທະນາການຝຶກແອບການປະກອບການໃນການເປັນຜູ້ຈັດການ ເພື່ອຈະ
ບໍ່ໃຫ້ກະທຳເຊັ່ນນີ້ອີກ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
We regret that our practices and training led to the reprehensible outcome at our Philadelphia store. We’re taking immediate action to learn from this and be better. A statement from ceo Kevin Johnson: https://t.co/kPav8bEeOX
— Starbucks Coffee (@Starbucks) April 15, 2018