ບັນດາເຈົ້າໜ້າທີ່ຢູ່ພາກກາງຂອງອິນເດຍ ໄດ້ສັ່ງໃຫ້ສືບສວນ
ກ່ຽວກັບ ການແຕກຕື່ນຢຽບກັນຕາຍ ຢູ່ເທິ່ງຂົວຂ້າມນໍ້າໄປສູ່
ວັດຮິນດູແຫ່ງນຶ່ງ ທີ່ຕັ້ງຢູ່ບ່ອນໂດດດ່ຽວ ໃນລັດ Madhya
Pradesh ທີ່ເຮັດໃຫ້ຢ່າງໜ້ອຍ 110 ຄົນເສຍຊີວິດ.
ພວກເຈົ້າໜ້າທີ່ກ່າວວ່າ 100 ໄດ້ຮັບບາດເຈັບ ໃນອຸປະຕິເຫດ
ດັ່ງກ່າວເມື່ອວັນອາທິດວານນີ້.
ບັນດາຜູ້ເຫັນເຫດການ ກ່າວວ່າ ພວກສະແຫວງບຸນພາກັນແຕກຕື່ນຢ້ານກົວ ແລະໄດ້ເລີ້ມແລ່ນຢຽບກັນ ຫລັງຈາກຮາວຈັບຈໍານວນນຶ່ງຢູ່ເທິງຂົວຫັກ ກໍ່ເກີດການຊ່າລືວ່າ ຂົວອາດຈະຫັກພັງລົງ.
ຜູ້ສະແຫວງບຸນຈໍານວນນຶ່ງໄດ້ຖືກຢຽບເຖິງແກ່ຄວາມຕາຍ ພາຍໃຕ້ຕີນຂອງເພື່ອນໄປຮ່ວມສະແຫວງບຸນ ໃນຂະນະທີ່ອີກຈໍານວນນຶ່ງຈົມນໍ້າຕາຍ ຫລັງຈາກຕົກລົງໄປ ຫລືໂຕນລົງໄປໃນແມ່ນໍ້າ Sinh.
ຂ່າວທ້ອງຖິ່ນກ່າວວ່າ ມີຜູ້ສະແຫວງບຸນ 5 ແສນຄົນ ພາກັນເຕົ້າໂຮມກັນເພື່ອສະຫລອງບຸນ Naravatra ເປັນເວລາ 10 ມື້ຢູ່ທີ່ວັດ Ratangarth. ຫລາຍຄົນໄດ້ຢູ່ໃນວັດເປັນທີ່ຮຽບຮ້ອຍແລ້ວ ເວລາເກີດເຫດແຕກຕື່ນຢຽບກັນຕາຍ.
ບັນດາຜູ້ເຫັນເຫດການ ກ່າວວ່າ ສະຖານະການໄດ້ຖືກເຮັດໃຫ້ຮ້າຍແຮງຍິ່ງຂື້ນ ໂດຍ
ພວກຕໍາຫລວດ ທີ່ພະຍາຍາມຈະຄວບຄຸມຝຸງຊົນ ໂດຍໃຊ້ໄມ້ຄ້ອນຕີເຂົາເຈົ້າ.
ອິນເດຍ ມີປະວັດສາດອັນຍາວນານ ກ່ຽວກັບການແຕກຕື່ນຢຽບກັນຕາຍ ຢູ່ໃນພິທີສະ
ຫລອງບຸນທາງສາສະໜາຕ່າງໆ.