ປະທານາທິບໍດີ ຂອງສຣີລັງກາ ຍອມຮັບ ການປະລາໄຊ ໃນການເລືອກຕັ້ງ

ຜູ້ສະໝັກເປັນປະທານາທິບໍດີ ຂອງສຣີລັງກາ ຈາກພັກຝ່າຍຄ້ານຫຼັກ ທ່ານ Maithripala Sirisena ຍໍມືນົບ ພວກນັກຂ່າວ ໃນຂະນະທີ່ໄດ້ໄປປ່ອນບັດເລືອກຕັ້ງ ຢູ່ທີ່ໜ່ວຍອອກສຽງເລືອກຕັ້ງປະທານາທິບໍດີ ແຫ່ງໜຶ່ງ ໃນເມືອງ Polonnaruwa ປະມານ 200 ກິໂລແມັດ ຫຼື 124 ໄມລ໌ ທາງພາກຕາເວັນອອກສຽງເໜືອ ຂອງນະຄອນຫລວງ Colombo.

ຜົນ​ອອກ​ມາທີ່​ບໍ່​ໜ້າ​ເຊື່ອ ​ຂອງ​ການ​ເລືອກ​ຕັ້ງປະທານາທິບໍດີ
ສຣີລັງກາ ນັ້ນກໍຄື ອະດີດ​ລັດຖະມົນຕີ​ ໃນ​ລັດຖະບານ ທ່ານ
Maithripala Sirisena ​ໄດ້ເອົາຊະນະ ຜູ້ນຳເປັນເວລາດົນນານ
ຂອງປະເທດ ທ່ານ Mahinda Rajapaksa.

ທ່ານ Rajapaksa ​ໄດ້​ຍອມຮັບ​ໃນຄວາມ​ປະລາ​ໄຊ ​ແລະ ​ໄດ້​
ອອກ​ໄປຈາກ Temple Tree ຊຶ່ງ​ເປັນທຳນຽບປະທານາທິບໍດີ
​ເມື່ອຕອນ​ເຊົ້າວັນ​ສຸກ​ມື້​ນີ້.

ຄະນະ​ກຳມະການ​ເລືອກ​ຕັ້ງ ກ່າວ​ວ່າ ທ່ານ Sirisena ​ໄດ້​ຮັບ​
ຄະ​ແນນ​ສຽງ​ 51.2 ​ເປີ​ເຊັນ ໃນການ​ເລືອກ​ຕັ້ງ​ເມື່ອ​ວັນ​ພະຫັດ​
ວາ​ນນີ້ ​ແລະ ທ່ານ Rajapaksa ​ໄດ້​ຮັບ 47.5 ​ເປີ​ເຊັນ.

​ປ. ສ​ຣີ​ລັງ​ກາ ສະ​ໝັກ ເອົາ​ຕຳ​ແໜ່ງ ສະ​ໄໝ​ ທີ 3

ທ່ານ Sirisena ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ອະນຸຍາດໃຫ້ຊາວ​ສຣີລັງກາ​ ໝົດ​ທຸກ​ຄົນ
ຊົມ​ຊື່ນ​ກັບ​ໄຊ​ຊະນະອັນ​ນີ້. ​ເພາະສະນັ້ນ ເພື່ອ​ຫລີກ​ລ້ຽງ ຕໍ່ການສ້າງຄວາມ
ເສຍຫາຍ ຫຼືໝິ່ນ​ປະ​ມາດ​ຄົນ​ອື່ນ. ຂ້າພະ​ເຈົ້າ ຂໍໃຫ້ໝົດ​ທຸກ​ຄົນ ສະໜັບສະໜຸນ ​
ເພື່ອ​ນຳ​ເອົາ​ຂະ​ບວນການ​ນີ້ ​ກ້າວໄປ​ໜ້າພ້ອມ​ກັບຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ
ຄວາມ​ຮັກຫອມກັນ.”

ຈົນເຖິງ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມາ ທ່ານ Rajapaksa ​ແມ່ນຄາດ​ກັນ​ຢ່າງ​ກວ້າງຂວາງ​ວ່າ
ຈະ​ໄດ້​ຮັບ​ໄຊຊະນະ​ ເຂົ້າຮັບຕຳແໜ່ງເປັນສະ​ໄໝ​ທີ 3 ​ຢ່າງ​ງ່າຍດາຍ. ​ແຕ່​ອັນນັ້ນ ​ໄດ້​ປ່ຽນ​
ແປງ​ໄປ​ຢ່າງ​ກະທັນຫັນ ​ໃນ​ເດືອນ​ພະຈິກ​ຜ່ານ​ມາ ເມື່ອ ທ່ານ Sirisena ​ໄດ້​ແຍກ​ໂຕ​ອອກ
​ຈາກ​ທ່ານ Rajapaksa ​ແລະ ໄດ້ຮັບ​ການ​ສະໜັບສະໜຸນ​ຈາກ​ບັນດາ​ຜູ້​ແທນ​ຄົນ​ອື່ນໆ​ທີ່
​ໄດ້​ປ່ຽນ​ພັກ​ ​ແລະ ພວກ​ຊົນ​ກຸ່ມ​ນ້ອຍ​ຂອງ​ປະ​ເທດ ຫຼາຍໆຄົນ ຊຶ່ງ​ໄດ້​ເຮັດ​ໃຫ້ ການ​ເລືອກ​
ຕັ້ງດຸ​ເດືອດຂຶ້ນ ​ໃນ​ການ​ຕໍ່ສູ້ທາງ​ການ​ເມືອງ.

ພວກ​ມີ​ສິດ​ອອກສຽງ ​ໃນ​ສຣີລັງກາ ພາກັນ​ໄປປ່ອນບັດ​ໃນ​ຈຳນວນ​ສູງ​ຜິດ​ປົກກະຕິ ສຳ​ຫລັບ ​ການ​ເລືອກ​ຕັ້ງນີ້ ຊຶ່ງ​ກາຍ​ມາ​ເປັນ​ການ​ລົງ​ປະຊາ​ມະ​ຕິ ​ເລື້ອງ​ການ​ບໍລິຫານ​ງານ​ຂອງທ່ານ Rajapaksa.

ຜົນອອກ​ມາ​ຕ່າງໆ ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ ການ​ຫັນປ່ຽນ​ທິດ​ທາງ​ໃນ​ປະ​ເທດ​ໂດຍ​ມີ ຊົນ​ກຸ່ມ
ນ້ອຍ Tamils ​ແລະ Muslims ຊຶ່ງ​ເປັນ​ຊົນກຸ່ມ​ນ້ອຍ ທີ່​ໃຫຍ່​ທີ່​ສຸດ​ອັນ​ດັບ​ສອງ ທີ່​ທັງ​ສອງ​
ກຸ່ມ​ນີ້ ​ໄດ້​ອອກສຽງ​ຕໍ່​ຕ້ານ​ທ່ານ Rajapaksa.

Your browser doesn’t support HTML5

SRI LANKA ELECTION VIDEO