ຄາດວ່າ ຜູ້ເສຍຊີວິດ ຍ້ອນ ຂີ້ຕົມເຈື່ອນທັບ ທີ່ສຣີລັງກາ ຈະເພີ້ມຂຶ້ນອີກ

ພວກພະນັກງານຊ່ອຍກູ້ໄພ ຊອກຄົ້ນຫາ ຜູ້ອາດຈະລອດຊີວິດ ມາໄດ້ ໃນບ່ອນດິນເຈື່ອນ ໃນສວນຊາ Koslanda ໃກ້ເມືອງ Haldummulla ວັນທີ 30 ຕຸລາ 2014.

ຄວາມ​ຫວັງ​ໄດ້​ລົດ​ນ້ອຍ​ລົງ​ໃນ​ວັນ​ພະຫັດ​ມື້​ນີ້ໃນ​ການ​ທີ່​ຈະ​ພົບ​
ເຫັນ​ຜູ້​ລອດ​ຊີວິດ​ມາ​ໄດ້ໃນ​ໄພ​ຂີ້ຕົມ​ເຈື່ອນ​ທັບ​ໃນ​ສຣີລັງກາທີ່
​ລັດຖະບານ​ເອີ້ນ​ວ່າ ​“ໄພ​ທຳ​ມະ​ຊາດ ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ” ​
ໃນ​ຮອບ​ນຶ່ງ​ທົດ​ສະ​ວັດ​.

ປະຊາຊົນ 15 ຄົນ ​ທີ່​ອາ​ໄສ​ຢູ່​ໃນ​ສວນ​ຊາ Koslanda ​ເຂດ
ເມືອງ Badulla ​ໄດ້ຮັບ​ຢືນຢັນ​ແລ້ວ​ວ່າ​ເສຍ​ຊີວິດ ຫຼັງ​ຈາກ
​ຄື້ນຟອງ​ຂີ້​ຕົມ​ເຈື່ອນ​ໄຫຼ​ລົງມາຖົມ​ບ້ານ ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ
ນະຄອນຫຼວງ Colombo ​ໄປ 192 ຫຼັກ​ກິ​ໂລ​ແມັດ ​ໃນ​ວັນ
​ພຸດວານ​ນີ້.

ດິນ​ເຈື່ອນ ຢູ່ ສ​ຣີ​ລັງ​ກາ

ພວກ​ທະຫານ​ສືບ​ຕໍ່​ຂຸດ​ຄົ້ນຕາມຊາກຫັກ​ພັງ​ເພື່ອ​ຊອກ​ຫາ​ພວກ​ຊາວບ້ານ​ຢ່າງ​ໜ້ອຍ 100 ຄົນ ​ທີ່​ຍັງ​ຊອກ​ຫາ​ບໍ່​ເຫັນ.

​ໄດ້​ມີ​ການ​ອອກ​ຄຳ​ເຕືອນ​ກ່ຽວ​ກັບ​ໄພ​ດິນ​ເຈື່ອນ​ໃນ​ຫຼາຍ​ເຂດ ​ໃນ​ຂະນະ​ທີ່​ຝົນ​ຍັງ​ສືບ​ຕໍ່​ຕົກ
ລົງມາ​ຢ່າງ​ໜັກ​ໃນ​ສຣີລັງກາ​ໃນ​ວັນ​ພະຫັດ​ມື້​ນີ້. ລະດູ​ລົມ​ມໍ​ລະ​ສຸມ​ເລີ້ມ​ຂຶ້ນແຕ່​ເດືອນ​ຕຸລາ
​ຫາ​ເດືອນ​ທັນວາ ​ທີ່​ສຣີລັງກາ​.

ກ່ອນ​ໜ້າ​ສັບປະດາ​ນີ້ ​ໄພ​ທຳ​ມະ​ຊາດ​ທີ່​ຮ້າຍ​ແຮງ​ທີ່​ສຸດຂອງປະເທດ ກໍແມ່ນການຖະຫຼົ່ມ
ຂອງ​ຄື້ນຟອງ​ຍັກຊຸ​ນາ​ມິ​ໃນ​ປີ 2004 ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ຫຼາຍ​ກວ່າ 3 ໝື່ນ​ຄົນ​ໃນ​ປະ
​ເທດ​ເກາະດອນ​ທີ່​ວ່າ​ນີ້.

Your browser doesn’t support HTML5

srilankalandslide30october14