ປະທານາທິບໍດີຮັກສາການຂອງສຣີລັງກາ ທ່ານຣານິລ ວິກເກຣມາຊິງເກ ໄດ້ປະກາດພາວະສຸກເສີນໃນວັນອາທິດວານນີ້ ສຳລັບປະເທດເກາະດອນທີ່ໄດ້ປະສົບກັບວິກິດການຮ້າຍແຮງທາງດ້ານເສດຖະກິດ ແລະການປະທ້ວງມາເປັນເວລາຫຼາຍໆອາທິດ.
ການປະກາດພາວະສຸກເສີນແມ່ນມີຄວາມຈຳເປັນ “ເພື່ອຜົນປະໂຫຍດທາງດ້ານຄວາມປອດໄພຂອງສາທາລະນະຊົນ ຄຳສັ່ງໃຫ້ມີການຄວາມຄຸ້ມຄອງສາທາລະນະຊົນ ແລະສືບຕໍ່ປົກປັກຮັກສາໃນການສະໜອງແລະການບໍລິການທີ່ມີຄວາມຈຳເປັນຕໍ່ຊີວິດສຳລັບຊຸມຊົນ.”
ທ່ານວິກເກຣມາຊິງເກ ຊຶ່ງເປັນອະດີດປະທານາທິບໍດີ ໄດ້ສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຮັກສາການໃນອາທິດແລ້ວ ຫຼັງຈາກການໂກຕາບາຢາ ຣາຈາພັກສາ ໄດ້ລາອອກຈາກການເປັນປະທານາທິບໍດີລຸນຫຼັງທີ່ໄດ້ເດີນທາງໄປເຖິງສິງກະໂປ ຈາກເກາະມາລດິບ ຊຶ່ງເປັນບ່ອນທຳອິດທີ່ທ່ານໄດ້ຫຼົບໜີການປະທ້ວງ ຍ້ອນບັນຫາທາງດ້ານເສດຖະກິດຂອງປະເທດ.
ການລາອອກຂອງທ່ານຣາຈາພັກສາໄດ້ມີການຮັບເອົາຢ່າງເປັນທາງການໃນມື້ວັນສຸກອາທິດແລ້ວ ໂດຍປະທານສະພາແຫ່ງຊາດ ທີ່ກ່າວວ່າ ປະທານາທິບໍດີຄົນໃໝ່ຂອງປະເທດ ຈະມີການເລືອກເອົາພາຍໃນນຶ່ງອາທິດ ເພື່ອຮັບຕຳແໜ່ງໃນຊ່ວງເວລາທີ່ຍັງເຫຼືອຢູ່ສອງຂອງປະທານາທິບໍດີ.
ປະທານສະພາ ທ່ານຫິນດາ ອາເບວາເດນາ ກ່າວວ່າ ການເລືອກຕັ້ງຈະຈັດໃຫ້ມີຂຶ້ນໃນ “ວິທີທີ່ວ່ອງໄວແລະໂປ່ງໃສ” ແລະຮຽກຮ້ອງໃຫ້ປະຊາຊາຊົນ “ສ້າງບັນຍາກາດທີ່ສະຫງົບ” ເພື່ອຈັດຕັ້ງປະຕິບັດຂັ້ນຕອນປະຊາທິປະໄຕ.
ການຮຽກຮ້ອງຂອງທ່ານໄດ້ມີຂຶ້ນຫຼັງຈາກທີ່ໄດ້ເກີດອາທິດແຫ່ງຄວາມວຸ້ນວາຍ ຊຶ່ງພວກປະທ້ວງໄດ້ພາກັນບຸກເຂົ້າໄປໃນບ້ານພັກ ແລະທຳນຽບ ຂອງປະທານາທິບໍດີແລະນາຍົກລັດຖະມົນຕີ ຫຼັງຈາກທ່ານຣາຈາພັກສາບໍ່ປະຕິບັດຕາມການຮຽກຮ້ອງໃຫ້ທ່ານລາອອກ ທີ່ມີມາເປັນເລາຫຼາຍເດືອນ. ພວກປະທ້ວງໄດ້ອອກໄປຈາກສະຖານທີ່ເຫຼົ່ານັ້ນ ໃນວັນພະຫັດອາທິດແລ້ວ ໂດຍເວົ້າວ່າ ພວກເຂົາເຈົ້າໄດ້ບັນລຸໃນຈຸດປະສົງໃນການເດີນຂະບວນໂດຍໃຊ້ອຳນາດຂອງປະຊາຊົນແລະໃຫ້ການຄ້ຳປະກັນວ່າ ການຕໍ່ສູ້ຂອງພວກເຂົາເຈົ້າຈະເປັນໄປດ້ວຍຄວາມສະຫງົບ.
ການລາອອກຂອງທ່ານຣາຈາພັກສາ ອາຍຸ 73 ປີ ແມ່ນໄຊຊະນະຂອງຂະບວນການປະທ້ວງ ທີ່ໄດ້ທວງໃຫ້ທ່ານລາອອກຈາກອຳນາດ ຫຼັງຈາກວິກິດການທາງດ້ານເສດຖະກິດ ເຮັດໃຫ້ປະເທດເກາະດອນດັ່ງກ່າວຕ້ອງໄດ້ດີ້ນຮົນກັບອັດຕາເງິນເຟີ້ໃນລະດັບສູງ ພ້ອມທັງການຂາດແຄນເຊື້ອໄຟແລະຢາປົວພະຍາດ ໃນຂະນະທີ່ເງິນຕາສຳຮອງຕ່າງປະເທດໝົດລົງ.