ສຣີລັງກາ ຂາຍຮຸ້ນ ທ່າເຮືອ ຍຸດທະສາດ ໃນ ມະຫາສະໝຸດອິນເດຍ ໃຫ້ຈີນ

ທ່ານ Mahinda Samarasinghe ລັດຖະມົນຕີທ່າເຮືອ ແລະການຂົນສົ່ງ ຂອງສຣີລັງກາ (ກາງ) ແລກປ່ຽນຂອງຂວັນ ກັບ ຮອງປະທານ ບໍລິສັດ Merchants Port Holdings ຂອງຈີນ Dr. Hu Jianhua.

ສຣີລັງກາໄດ້​ເຊັນ​ຂໍ້​ຕົກລົງ 1 ພັນ 1 ຮ້ອຍ​ລ້ານ​ໂດ​ລາ​ ກັບ ບໍລິສັດ​ຈີນ ​ເພື່ອ​ ຂາ​ຍຮຸ້ນ
ສ່ວນໃຫຍ່​ໃນ​ການ​ສ້າງ​ທ່າ​ເຮືອນ້ຳ​ເລິກ​ທີ່​ເປັນ​ຂ່າວ​ນອງ​ນັນ ໃນ​ຄວາມພະຍາຍາມ
ທີ່​ຈະ​ຫລຸດ​ໜີ້​ສິນ ແລະ​ກ່າວ​ວ່າ ຕົນ​ໄດ້ແກ້​ໄຂຄວາມ​ເປັນ​ຫ່ວງ​ທີ່ວ່າ ຈີນ​ອາດ​ສາມາດ​
ໃຊ້​ທ່າ​ເຮືອ​ນີ້ ​ເພື່ອ​ຈຸດ​ປະ​ສົງ​ທາງ​ທະຫານ.

ຂໍ້​ຕົກລົງ​ໄດ້​ເຊັນກັນ ​ຫລັງ​ຈາກ ​ການ​ເຈລະຈາ​ກັນຄືນ​ໃໝ່​ເປັນ​ເວລາ​ຫລາຍໆເດືອນ
ລຸນຫລັງທີ່​ໄດ້ມີ​ການ​ຄັດຄ້ານ​ຢ່າງແຂງ​ຂັນຈາກ​ຝ່າຍ​ຄ້ານ​ຕໍ່​ໂຄງ​ການດັ່ງກ່າວ. ​ໃນ​
ຂະນະ​ທີ່​ພວກຕ້ອງ​ຕິຢູ່​ພາຍ​ໃນ​ປະ​ເທດ ​ໄດ້​ເຕືອນ​ວ່າ ​ການມອບການ​ຄວບ​ຄຸມ​ສ່ວນ
​ໃຫຍ່່ໃຫ້​ຈີນ ​ເປັນ​ການ​ຂົ່ມຂູ່​ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ເທດ ອິນ​ເດຍ ທີ່​ເປັນເພື່ອນ
​ບ້ານ ຊຶ່ງເປັນ​ຫ່ວງ​ກ່ຽວກັບ​ຈີນມີໂອກາດ​ທີ່​ຈະ​ໃຊ້​ທ່າ​ເຮື​ອ ຍຸດ​ທະ​ສາດ​ທີ່ຢູ່​ໃກໆໃນ​
ມະຫາ​ສະໝຸດ​ອິນ​ເດຍ.

ພາບຖ່າຍ ວັນທີ 10 ກຸມພາ 2015 ສະແດງໃຫ້ເຫັນວີວທົ່ວໄປ ຂອງທ່າເຮືອນໍ້າເລິກ ສຣີລັງກາ ທີ່ Hambantota.

ທ່າ​ເຮືອ Hambantota ທີ່​ສ້າງ​ສາ ດ້ວຍທຶນ​ມະຫາສານ ​ທີ່ກູ້ຢືມຈາກ​ຈີນ ​ໃນ​ປີ 2010
ຖືກເບິ່ງກັນ​ວ່າ ເປັນ​ກະແຈ​ສຳຄັນໃນຄວາມໄຝ່ຝັນຂອງ​ຂໍ້​ລິ​ເ​ລີ້​ມ ນຶ່ງ​ແລວທາງ​ນຶ່ງ​ເສັ້ນ
ທາງຂອງປັກກິ່ງ ທີ່​ແນ​ໃສ່​ ເພື່ອເຊື່ອມ ຕໍ່​ເສັ້ນທາງ ​ແລະ​ທ່າ​ເຮືອ​ຕ່າງໆ ຢູ່​ທົ່ວ​ເອ​ເຊຍ
​ແລະ​ຢູ​ໂຣບ ແລະ​ໃນ​ຄວາມ​ພະຍາຍາມ​ ເພື່ອຢາກສະແດງ ການມີໜ້າຂອງຕົນ ​ຢູ່ໃນ
​ມະຫາ​ສະໝຸດ​ອິນ​ເດຍ.

ລັດຖະບານ​ສຣີລັງກາ ກ່າວ​ວ່າ ພາຍ​ໃຕ້​ເງື່ອນໄຂຂອງຂໍ້​ຕົກລົງ ກອງທັບ​ເຮືອສຣີລັງກາ
ຈະ​ກຳກັບ​ນຳດ້ານ​ຄວາມ​ປອດ​ໄພ​ຂອງ​ທ່າ​ເຮືອ Hambantota ​ແລະ​ຈະບໍ່ອະນຸຍາດໃຫ້
ກອງທັເຮືອ​ຕ່າງປະເທດ ​ໃຊ້​ເປັນ​ຖານ​ທັບ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ