ປະ​ຊາ​ຄົມລາວ ໃນລັດ ຄາລິຟໍເນຍ ເວົ້າວ່າ ຄົນມີ​ຄວາມ ຫ້າວຫັນ ພິ​ເສດ ທີ່ຈະໄປ ປ່ອນ​ບັດ ເລືອກຕັ້ງ ກາງ​ສ​ະ​ໄໝ ຂອງ ສ​ຫລ ປີນີ້

ປະ​ຊາ​ຊົນ​ໃນເມືອງ ​​ໂອກ​ລາ​ໂຮ​ມາ ຂອງ ລັດ​ໂອກ​ລາ​ໂຮ​ມາ ພາ​ກັນ​ລົງໄປ​ປ່ອນ​ບັດ​ເລືອກ​ຕັ້ງຂັ້ນ​ຕົ້ນ ​ຂອງ​ລັດ ໃນ​ວັນ​ທີ 21 ມິ​ຖຸ​ນາ, 2018.

ລາຍການພິເສດຂອງວີໂອເອພາກ​ພາ​ສາ​ລາວ ສໍາລັບແລງມື້ນີ້ ພວກເຮົາຈະນໍາເອົາ
ເລື້ອງລາວ ທີ່ກໍາລັງມີຄວາມໂດ່ງດັງໃນການເມືອງສະຫະລັດ ແລະກໍມີຜົນກະທົບຕໍ່
ປະຊາຊົນອາເມຣິກັນທົ່ວປະເທດລວມທັງ ປະຊາຄົມລາວຫລາຍພໍສົມຄວນ ມາເລົ່າ
ສູ່ທ່ານຟັງ. ການເລືອກ ຕັ້ງກາງສະໄໝ, ຕາມປົກກະຕິແລ້ວ ຄົນຈະບໍ່ຄ່ອຍຕື່ນເຕັ້ນ
ຫລື ຫ້າວຫັນໄປປ່ອນບັດຫລາຍ​ປານໃດ. ແຕ່ວ່າ ສໍາລັບປີນີ້ ຕາມການສັງເກດການ
ຂອງບາງທ່ານ ໃນປະຊາຄົມລາວ ທີ່ລັດຄາລິ ຟໍເນຍ ຮູ້ສຶກວ່າ ມີຄົນສະແດງຄວາມ
ສົນໃຈ ແລະ ຫ້າວຫັນທີ່ຈະໄປເລືອກຕັ້ງ ເປັນພິເສດ ໂດຍສະເພາະໃນປະຊາຄົມ
ຊົນເຜົ່າ ສ່ວນນ້ອຍຫລືຄົນທີ່ບໍ່ແມ່ນ ຄົນຜິວຂາວ, ຊຶ່ງລວມທັງປະຊາຄົມລາວ-ອາ
ເມຣິກັນ ແລະ ພວກຜູ້ຍິງ. ແມ່ນ ຫຍັງຄືແຮງກະຕຸ້ນໃຫ້ເປັນເຊັ່ນນັ້ນ ບົວສະຫວັນ,
ນັກຂ່າວ ວີໂອ ເອ ຈະນໍາເອົາຄໍາຄິດເຫັນຈາກສາມຄົນ ໃນລັດດັ່ງກ່າວມາສະເລົ່າສູ່
ທ່ານຟັງ. ພວກເຮົາ ມາພາກັນ ຟັງເບິ່ງເໜາະວ່າຄວາມຄິດເຫັນພວກເຂົາເຈົ້າ ຈະ
ຄ້າຍຄື ແລະແຕກຕ່າງກັນຫລາຍປານໃດ.

Your browser doesn’t support HTML5

ລາຍ​ງານ​ກ່ຽວ​ກັບມຸມມອງຂອງ​ປະ​ຊາ​ຄົມ​ລາວ ກ່ຽວ​ກັບ​ການ​ເລືອກ​ຕັ້ງກາງສະ​ໄໝ ປີນີ້

ສະບາຍດີ ທ່ານຜູ້ຟັງ, ລະບົບລັດຖະສະພາສະຫະລັດນັ້ນ ມີຢູ່ສອງພາກສ່ວນ ຄືສະ
ພາສູງ ຫລື Senate ແລະສະພາຕໍ່າ ຫລື House of Representatives. ໃນນີ້
ສະພາສູງ ແມ່ນມີສະມາຊິກຢູ່ 100 ທ່ານ ທີ່ມາຈາກ 50 ລັດທັງ​ໝົດ ທີ່ມີຜູ້ແທນຂອງ
ຕົນໃນລັດຖະສະພາ ຍົກເວັ້ນນະຄອນຫລວງວໍຊິງຕັນ ແລະເກາະເພີດໂຕຣິກໂກ
ເທົ່ານັ້ນທີ່ບໍ່ມີ. ສ່ວນສະພາຕໍ່ານັ້ນມີສະມາຊິກ ທັງໝົດ 435 ທ່ານ ຊຶ່ງກໍມາຈາກ 50
ລັດເຊັ່ນກັນ.

ຕຶກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫລວງ ວໍ​ຊິງ​ຕ​ັນ ທີ່​ມີ​ສະ​ມາ​ຊິກ ສະ​ພາ​ຕ່ຳ 435 ທ່ານ ແລະ​ສະ​ພາ​ສູງ 100 ທ່ານ​ ທີ່​ມາຈາກ​ 50 ລັດ

ການເລືອກກາງສະໄໝ ແມ່ນການເລືອກຕັ້ງເອົາ​ສະ​ມາ​ຊິກ​ ມາ​ປະ​ຈຳ​ໃນ​ລັດ​ຖະ​ສະ​ພາ
ສະ​ຫະ​ລັດ ທີ່ຈັດຂຶ້ນໃນກາງສະໄໝຂອງການດໍາລົງຕໍາແໜ່ງ ເປັນ​ເວ​ລາ 4 ປີ ຂອງປະ
ທານາທິບໍດີສະຫະລັດ. ສຳ​ລັບການເລືອກຕັ້ງກາງສະໄໝຂອງປະ​ທາ​ນາ​ທິ​ບໍ​ດີ ຄົນ​ປັດ​
ຈຸ​ບັນ ກໍ​ຄື ທ່ານ ດໍ​ໂນ​ລ ທ​ຣຳ ນັ້ນ ຕາມຄໍາຄິດເຫັນຂອງສະມາ ຊິກປະຊາຄົມລາວ-ອາ
ເມຣິກັນບາງຄົນ ຄາດ​ວ່າຈະມີຄົນໄປປ່ອນບັດຫລາຍເປັນພິເສດ ຍ້ອນ​ເຫດ​ຜົນຫລາຍ
ຢ່າງແຕກຕ່າງກັນ. ບາງຄົນຢາກໄປປ່ອນບັດ ກໍເພື່ອຢາກໃຫ້ ຮັກສາພັກການເມືອງ ກໍຄື
ພັກຣິພັບບລິກັນທີ່ຄອບງໍາທັງສອງພາກສ່ວນຂອງລັດຖະສະພານັ້ນໄວ້. ແຕ່ວ່າ ບາງ
ພວກກໍຢາກເຫັນການປ່ຽນແປງໃນຫລາຍດ້ານ ແລະກໍຢາກໃຫ້ມີພັກເດໂມແຄຣັດ ຊຶ່ງ
ເປັນພັກຝ່າຍຄ້ານນັ້ນ ຂຶ້ນມາເປັນພັກທີ່ມີສຽງສ່ວນຫລາຍ ຢ່າງໜ້ອຍກໍຢູ່ໃນສະພາຕໍ່າ.

ສໍາລັບການເລືອກຕັ້ງທີ່ຈະຈັດຂຶ້ນໃນວັນທີ 6 ພະຈິກທີ່ຈະມາເຖິງນີ້ ແມ່ນການເລືອກ
ຕັ້ງກາງສະໄໝ ທີ່ວ່າປະຊາຊົນອາເມຣິກັນ ຈະໄປປ່ອນບັດເລືອກເອົາສະມາຊິກຂອງ
ສະພາສູງ 35 ທ່ານທີ່​ມາຈາກ 33 ລັດ. ສໍາລັບສະພາຕໍ່າຂອງລັດຖະສະພາຂອງສະ
ຫະລັດແລ້ວ ການເລືອກຕັ້ງກາງສະໄໝນີ້ ແມ່ນການເລືອກເອົາສະມາຊິກຊຸດໃໝ່ ມາປະຈໍາບ່ອນນັ່ງທັງໝົດ 435 ບ່ອນໃນສະພາດັ່ງກ່າວ.

ອາທິດຜ່ານມານີ້ ວີໂອເອ ມີໂອກາດໄດ້ໂອ້ລົມກັບ ທ່ານ ແສງເພັດ ສອນ ພິມມະເສນ,
ອາຍຸ 63 ປີ ຈາກເມືອງ ແຣນໂຈ ຄອກໂດວາ (Rancho Cordova) ແລະ ທ່ານ ເດວິດ ພົມມະວົງ, ອາ​ຍຸ 46 ປີ ຈາກເມືອງ ຊາກຣາເມນໂຕ ຈາກລັດຄາລິຟໍເນຍ ຊຶ່ງເປັນລັດ
ທີ່ມີພົນລະເມືອງຫລາຍກວ່າລັດໃດໆ ໃນ​ປະ​ເທດ ແລະ​ປະ​ຊາຊົນ​ໃນ​ລັດ​ນີ້ຈະໄດ້ເລືອກ ເອົາຜູ້ນຶ່ງມາເປັນສະມາຊິກສະພາສູງຂອງລັດຖະສະພານຶ່ງ ທ່ານ ແລະ ກໍເລືອກເອົາ 53 ຄົນມາປະຈໍາບ່ອນນັ່ງທັງໝົດຂອງລັດໃນສະພາຕໍ່າຂອງສະຫະລັດ.

​ທ່ານ ແສງ​ເພັດ ສອນ ພິມ​ມະ​ເສນ, ທີ່​ລັດ​ຄາ​ລິ​ຟໍ​ເນຍ

ສອງທ່ານນີ້ ມີມຸມມອງທາງການເມືອງຂອງສະຫະລັດທີ່ແຕກຕ່າງກັນ. ໂດຍທີ່ທ່ານ
ແສງເພັດທີ່ອອກກິນເບ້ຍບໍານານກ່ອນກະສຽນອາຍຸ ແລະ ມີຫົວອະນຸລັກນິຍົມ ແມ່ນ
ເຫັນພ້ອມກັບແນວທາງຂອງລັດຖະບານຂອງປະທານາທິບໍດີ ທຣໍາ ທີ່ມີຢູ່ປັດຈຸບັນ
ແລະຢາກໃຫ້ພັກຣີພັບລິກັນທີ່ເປັນພັກມີສຽງສ່ວນຫລາຍ ຢູ່ທັງສະພາຕໍ່າ ແລະສະພາສູງ
ຂອງລັດຖະສະພາສະຫະລັດແລ້ວນັ້ນ ສືບ​ຕໍ່​ໃຫ້​ຄວບ​ຄຸມ​ທັງ​ສອງ​ພາກ​ສ່ວນ​ຂອງ​ລັດ​
ຖະ​ສະ​ພານັ້ນ​ຕໍ່​ໄປ ແລະ​ທ່ານ​ເວົ້າ​ວ່າ

Your browser doesn’t support HTML5

ແສງ​ເພັດ ສອນ ພິມ​ມະ​ເສນ

ກົງກັນຂ້າມ ທ່ານເດວິດ ພົມມະວົງ ປັດຈຸບັນເປັນເຈົ້າຂອງບໍລິສັດບໍລິການທາງການເງິນ
ແຫ່ງນຶ່ງໃນເມືອງຊາຄຣາແມນໂຕ ແລະເປັນຜູ້ສະໜັບສະໜູນ ພັກເດໂມແຄຣັດມາໂດຍ
ຕະຫລອດນັ້ນ ກັບເວົ້າວ່າ ລັດຄາລິຟໍເນຍ ສ່ວນໃຫຍ່ແລ້ວ ຄົນແມ່ນມີແນວຄິດກ້າວໜ້າ ແລະເຊື່ອວ່າ ປະທານາທິບໍດີ ຄົນປັດຈະບັນນີ້ ບໍ່ໄດ້ນໍາພາປະເທດ ກ້າວໄປທາງໜ້າ.
ແລະ​ເມື່ອເວົ້າເຖິງບັນຍາກາດ ແລະຄວາມສົນໃຈຂອງຄົນທີ່ຈະໄປປ່ອນບັດເລືອກຕັ້ງ
ກາງສະໄໝນັ້ນ ທ່ານ ເດວິດເວົ້າວ່າໂດຍລວມແລ້ວ ລະດັບຄວາມສົນໃຈຂອງຄົນ
ຂ້ອຍເຊື່ອວ່າ ມັນສູງຫລາຍ. ແລະທ່ານບອກວ່າ ມີ​ຫລາຍສາ​ເຫດ​ທີ່​ພາ​ໃຫ້​ເປັນ​ເຊັ່ນ​
ນັ້ນມີ​ຫລາຍ​ສາ​ເຫດ. ນຶ່ງ​ໃນ​ນັ້ນ ກໍ​ຄື​ບັນ​ຫາ ການ​ຈຳ​ແນກ​ຜິວ​ພັນ​ທີ່​ກໍ​າລັງເພີ້ມ​ຂຶ້ນ
ຊຶ່ງ​ທ່ານ​ເລົ່າ​ສູ່​ຟັງ​ວ່າ:

Your browser doesn’t support HTML5

​ເດ​ວິດ ພົມ​ມະ​ວົງ

“My wife experienced it right after Trump’s won [election]. There were some ladies standing outside of a bank. People lining up to go to an ATM machine. She said randomly pointed to people, telling them to go back to their countries."

“ເມຍ​ຂ້ອຍ​ໄດ້​ປະ​ສົບ​ກັບ​ບັນ​ຫານີ້ ໃນ​ທັນ​ທີ​ທີ່​ທ່ານ​ທ​ຣຳ ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ນັ້ນ
​ໂລດ. ມີ​ແມ່​ຍິງ​ບາງ​ຄົນ​ຢືນ​ລຽນ​ແຖວ​ຢູ່​ຂ້າງນອກ​ຂອງ​ທະ​ນາ​ຄານ. ຄົນ​ພາ​ກັນ​ລຽນ​
ແຖວ​ກັນ​ເພື່ອ​ໄປ​ໃຊ້​ຕູ້ ATM. ລາວ​ທັນ​ໃດ​ກໍ​ເລືອກ​ທີ່​ຈະ​ຊີ້​ໜ້າ​ຄົນ ບອກ​ໃຫ້​ເຂົ​າ​ເຈົ້າ
​ກັບ​ຄືນ​ໄປ​ປະ​ເທດ​ຂອງ​ເຂົາ​ເຈົ້າ."

ອີກ​ສາ​ເຫດ​ນຶ່ງ​ທີ່​ສຳ​ຄັນ​ກໍ​ຄື ເລື່ອງ​ຄວາມເທົ່າທຽມກໍ້າເກິ່ງກັນທາງອໍານາດ ລະຫວ່າງ
ສາມພາກສ່ວນໃນລະບົບການປົກຄອງຂອງສະຫະລັດ ຊຶ່ງລວມມີ ຝ່າຍບໍລິຫານ ຫລື Executive ກໍຄືຄະນະລັດຖະບານ ຊຶ່ງມີປະທານາທິບໍດີ ເປັນຫົວໜ້າ, ຝ່າຍ ນິຕິບັນ
ຍັດ ຫລື Legislative ຊຶ່ງຂຶ້ນກັບລັດຖະສະພາ, ແລະຝ່າຍ ຕຸລາການ ຫລື Judicial ຊຶ່ງແມ່ນສານສູງສຸດ. ຕໍ່​ເລື້ອງ​ດັ່ງ​ກ່າວນີ້ ທາງທ່ານ ແສງເພັດ ຊໍ້າພັດໃຫ້ເຫດຜົນວ່າ
“ໃນ​ສະ​ໄໝປະ​ທາ​ນາ​ທິ​ບໍ​ດີ ໂອ​ບາ​ມາ ດຳ​ລົງ​ຕຳ​ແໜ່ງນັ້ນ ທັງ​ສະ​ພາ​ສູງ ແລະ ສະ​ພາ
​ຕ່ຳ​ກໍ​ມີ​ພັກ​ເດ​ໂມ​ແຄ​ຣັດ​ເປັນ​ພັກ​ທີ່​ຄວບ​ຄຸມ​ທັງ​ສອງ​ສະ​ພາ​ເຊັ່ນກັນ.

ເມື່ອ​ເປັນ​ເຊັ່ນ​ນັ້ນ ທ່ານ​ແສງ​ເພັດ​ບ​ອອກວ່າ ເພິ່ນ​ກໍ​ຢາກ​ໃຫ້​ພັກ​ຣີ​ພັບ​ບ​ລິກັນ​ຄວບ​ຄຸມ
​ທັງ​ສອງ​ສະ​ພາ​ນີ້ ກໍ​ເພື່ອ​ໃຫ້​ລັດ​ຖະ​ສະ​ພາ ຮັບ​ຮອງ​ເອົາ​ແນວ​ທາງ​ທີ່​ທ່ານ​ທ​ຣຳ​ສະ​ເໜີ​
ໄດ້​ງ່າຍ. ​ທັງ​ນີ້​ກໍ​ຍ້ອນ​ວ່າ ທ່ານ​ເຫັນ​ວ່າ ທ່ານ​ທ​ຣຳ ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ເຮັດ​ໃຫ້​ມີ
​ວຽກ​ເຮັດ​ງານ​ທຳ​ຫລາຍ​ຂຶ້ນ ຊຶ່ງ​ທ່ານ​ກ່າວ​ດັ່ງ​ນີ້:

Your browser doesn’t support HTML5

​ແສງ​ເພັດ ສອນ ພິມ​ມະ​ເສນ- ວຽກ​ງານ​ເພີ້ມ​ຂຶ້ນ

ແຕ່ທ່ານເດວິດ ກັບໃຫ້ເຫດຜົນວ່າ:

“One of the things we talk about is check and balances between Congress and the presidency. I think a lot of it is just the Congress, they are in bed with Donald Trump. So, there is not check and balances.”

Your browser doesn’t support HTML5

​ເດ​ວິດ ພົມ​ມະ​ວົງ-ການ​ດຸ່ນດ່ຽງ​ອຳ​ນາດ

ນຶ່ງໃນຫລາຍໆຢ່າງທີ່​ພວກ​ເຮົາ​ນຳ​ມາ​ລົມ​ກັນນັ້ນ ກໍຄື ຄວາມດຸ່ນດ່ຽງທາງດ້ານ
ອໍານາດ
ລະຫວ່າງລັດຖະສະພາ ກັບການເປັນ ປະທານາທິບໍດີ. ຂ້ອຍຄິດວ່າ
ມີຫລາຍອັນ ຫລາຍຢ່າງລັດຖະສະພາ ກໍລ້ວນແຕ່ ເຫັນດີກັບປະທານາທິບໍດີ,”

ສະ​ນັ້ນ ມັນ​ຈຶ່ງເຮັດ​ໃຫ້​ອຳ​ນາດ​ຂອງ​ຝ່າຍ​ບໍ​ລິ​ຫານ ແລະ​ນິ​ຕິ​ບັນ​ຍັດ ນັ້ນ​ ບໍ່​ໄດ້​ແຍກ​ອອກ
​ຈາກ​ກັນ​ເລີຍ.

ທ່ານເດວິດຍັງເວົ້າອີກວ່າ ເຖິງແມ່ນວ່າ ເສດ​ຖະ​ກິດ​ຈະ​ດີ ແຕ່​ວ່າ ຄະ​ແນນ​ນິ​ຍົມ​ສຳລັບ
ທ່ານ​ທ​ຣຳ​ກໍ​ຍັງ​ຕ່ຳຢູ່ ຊຶ່ງບໍ່​ເໝືອນ​ກັນ​ກັບ ທ່ານ​ໂອ​ບາ​ມາ. ທ່ານ​ຍັງ​ເວົ້າ​ອີກວ່າ ປະ​ທາ
ນາ​ທິ​ບໍ​ດີ​ທ​ຣຳ ແມ່ນ​ທັງ​ເຮັດ​ໃຫ້​ຄົນ​ໃນປະ​ເທດ​ແຕກແຍກ​ກັນ ແລະ​ກໍ​ສາ​ມັກ​ຄື​ກັນ ຍ້ອນ
​ບັນ​ຫາ​ທີ່​ກະ​ທົບ​ຕໍ່​ເຂົາ​ເຈົ້າ ເຊັ່ນ​ເລື້ອງ​ການ​ເກັບພາ​ສີ, ເລື້ອງ​ຄົນ​ເຂົ້າ​ເມືອງ ແລະ​ເລື້ອງ
​ອື່ນໆ ທີ່​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ເປັນ​ຫ່ວງ ຊຶ່ງ​ທ່ານ​ຄິດ​ວ່າ ບັນ​ຫາ​ເຫລົ່າ​ນີ້ ​ຄາດ​ວ່າ​ຈະ
ພັກ​ດັນ​ໃຫ້​ພວກ​ເດ​ໂມ​ແຄ​ຣັດ ​ອອກ​ໄປ​ປ່ອນ​ບັດ ເລືອກ​ຕັ້ງ​ກາງ​ສະ​ໄໝ ຫລາຍກວ່າ
ພ​ວກ​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ຍ້ອນ​ເຫດ​ຜົນ​ຫລາຍ​ຢ່າງ​ທີ່​ກ່າວ​ມານັ້ນ.

ທ້າຍ​ສຸດ​ທ່ານ​ເດ​ວິດ​ຝາກ​ຜ່ານ​ວີ​ໂອ​ເອ ເຖິງ​ບັນ​ດາ​ປະ​ຊາ​ຄົມ​ລາວ​ທີ່​ເປັນ​ພົນ​ລະ​ເມືອງ
​ອາ​ເຣິ​ກັນວ່າ ຂໍ​ໃຫ້​ທ່ານ​ໄປ​ປ່ອນ​ບັດ ເພາະ​ເຖິງ​ແມ່ນ​ວ່າ ທ່ານ​ຈະ​ປ່ອນ​ບັດ​ເລືອກ​ຕັ້ງ
ຫລືບໍ່​ປ່ອນ ທ່ານ​ກໍ​ຍັງ​ຈະ​ຖືກ​ກະ​ທົບ​ຕໍ່​ບັນ​ຫາ​ຕ່າງໆ ທີ່​ມີ​ໃນ​ສະ​ຫະ​ລັດ. ສະ​ນັ້ນທາງ
​ທີ່​ດີ​ທ່ານ​ຄວນ​ໄປປ່ອນ​ ຊຶ່ງ​ເປັນ​ວິ​ທີທີ່​ທ່ານ​ຈະມີ​ໂອ​ກາດ​ໄດ້​ໃຊ້​ສິດ ໃຊ້​ສຽງ​ຂອງ​ຕົນ
ເພື່ອ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ຕົນ.