ທູດພິເສດອາຊ່ຽນ ສໍາລັບມຽນມາ ທີ່ວຸ້ນວາຍ ໄດ້ຮັບຄວາມຄິດເຫັນທີ່ແຕກຕ່າງກັນ

ພວກນັກເຄື່ອນໄຫວພາກັນສະແດງປ້າຍຄໍາຂວັນ ແລະຂີດຂ້າໜ້າຂອງນາຍພົນ Min Aung Hlaing ຜູ້ບັນຊາການທະຫານມຽນມາ ຢູ່ໃນການໂຮມຊຸມນຸມຕໍ່ຕ້ານການລັດຖະປະຫານ ຢູ່ນະຄອນຈາກາຕາ ຂອງອິນໂດເນເຊຍ, ວັນທີ 24 ເມສາ, 2021

ລັດຖະບານທີ່ຢູ່ໃນເງົາມືດຂອງມຽນມາກ່າວວ່າ ຕົນຍິນດີຕ້ອນຮັບການແຕ່ງ ຕັ້ງທູດພິເສດຂອງສະມາຄົມປະຊາຊາດເອເຊຍຕາເວັນອອກສຽງໃຕ້ ຫລືອາຊ່ຽນ ເພື່ອຊ່ວຍແກ້ໄຂວິກິດການຫຼັງການກໍ່ລັດຖະປະຫານຂອງປະເທດເຖິງແມ່ນວ່າ ກຸ່ມປົກປ້ອງສິດທິມະນຸດບາງກຸ່ມ ປະຕິເສດການເລືອກເອົາທີ່ວ່ານີ້ ແລະບັນດາສະມາຊິກສະພາຢູ່ພາກພື້ນຍົກເອົາຄວາມເປັນຫ່ວງກ່ຽວກັບເລື້ອງນີ້ຂຶ້ນມາກໍຕາມ.

ອາຊ່ຽນ, ເຊິ່ງເປັນກຸ່ມປະກອບດ້ວຍ 10 ປະເທດ ທີ່ລວມມີມຽນມາ, ຫຼືພະ ມ້ານັ້ນ ໄດ້ແຕ່ງຕັ້ງລັດຖະມົນຕີການຕ່າງປະເທດຄົນທີສອງ ຂອງບຣູນາຍ, ທ່ານ ອີຣີວານ ຢູຊັອຟ (Erywan Yusof) ໃຫ້ຮັບໜ້າທີ່ເປັນທູດພິເສດໃນອາທິດແລ້ວນີ້.

ການແຕ່ງຕັ້ງດັ່ງກ່າວມີຂຶ້ນ 6 ເດືອນ ຫຼັງຈາກທະຫານມຽນມາໄດ້ໂຄ່ນລົ້ມລັດຖະບານທີ່ມີການເລືອກຕັ້ງແບບປະຊາທິປະໄຕ, ການປະທ້ວງຂະໜາດໃຫຍ່ ຕ້ານລັດຖະບານທະຫານ ທີ່ໄດ້ປະເຊີນກັບການປາບປາມຢ່າງນອງເລືອດ ແລະຄວາມພະຍາຍາມສຸດຂີດ ເພື່ອເອົາຊະນະການລະບາດຂອງພະ ຍາດໂຄວິດ-19 ທີ່ກໍາລັງແຜ່ລາມອອກໄປ.

ບັນດາສະມາຊິກສະພາທີ່ຖືກປົດຕໍາແໜ່ງ, ກຸ່ມຊົນເຜົ່າສ່ວນນ້ອຍ ແລະຜູ້ນໍາຂອງຂະບວນການພົນລະເຮືອນຂັ້ນຮາກຖານຂອງທີ່ບໍ່ເຊື່ອຟັງລັດຖະບານ ໄດ້ເຂົ້າຮ່ວມກໍາລັງທີ່ວ່ານີ້ ພາຍໃຕ້ປ້າຍຄໍາຂວັນຂອງລັດຖະບານສາມັກຄີແຫ່ງຊາດ ຫລື NUG ເພື່ອພະຍາຍາມຊີງເອົາອໍານາດຄວບຄຸມ ມາຈາກລັດຖະບານທະຫານ. ໂຄສົກຂອງ NUG ແລະລັດຖະມົນຕີກະຊວງຮ່ວມມືສາກົນ, ທ່ານຊາຊາ (Sasa), ຜູ້ທີ່ບໍ່ມີນາມສະກຸນ, ຍິນດີກັບການແຕ່ງຕັ້ງຂອງທ່ານອີຣີວານ.

"ຂ້າພະເຈົ້າຢາກເຫັນຜົນສໍາເລັດຂອງທ່ານ ຫຼາຍເທົ່າທີ່ຈະຫລາຍໄດ້, ແລະພວກເຮົາຢູ່ທີ່ນີ້ ແລະພ້ອມທີ່ຈະກຽມເຂົ້າຮ່ວມກັບທູດພິເສດຂອງພວກເຮົາ," ນັ້ນຄືຄໍາເວົ້າຂອງທ່ານທີ່ບອກກັບ VOA. "ໃນທີ່ສຸດທ່ານກໍຢູ່ໃນຕໍາແໜ່ງທີ່ດີທີ່ສຸດ [ທີ່ຈະຊ່ວຍໄດ້]."

ທ່ານ ຊາຊາ ກ່າວວ່າ ທ່ານໄດ້ໂອ້ລົມກັບທ່ານອີຣີວານນັບຕັ້ງແຕ່ມີການກໍ່ລັດ ຖະປະຫານ ແລະໄດ້ເປີດຊ່ອງທາງການສື່ສານໃຫ້ກວ້າງກັບນັກການທູດຈາກປະເທດບຣູນາຍ, ເຊິ່ງໄດ້ນຳພາຄວາມພະຍາຍາມຂອງອາຊ່່່່່່່່ຽນໃນການຮັບມືກັບວິກິດການໃນຖານະເປັນປະທານຂອງກຸ່ມໃນປີນີ້.

ບົດບາດຂອງທູດພິເສດອາຊ່ຽນປະຈຳມຽນມາ ແມ່ນສ່ວນນຶ່ງຂອງແຜນການ 5 ຈຸດ ທີ່ຜູ້ນຳກຸ່ມໄດ້ຕົກລົງກັນ ໃນວັນທີ 24 ເມສານີ້ ຢູ່ໃນກອງປະຊຸມສຸກເສີນເພື່ອແກ້ໄຂວິກິດການ ຫຼັງການກໍ່ລັດຖະປະຫານຢູ່ໃນປະເທດ. ແຜນການດັ່ງກ່າວແມ່ນມອບໃຫ້ທູດໄປຢ້ຽມຢາມມຽນມາເພື່ອພົບປະກັບ “ທຸກ ຝ່າຍທີ່ກ່ຽວຂ້ອງ” ແລະໄກ່ເກ່ຍການເຈລະຈາ ລະຫວ່າງພວກເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ