ຜູ້ຕ້ອງສົງໄສສີ່ຄົນທີ່ຖືກຈັບໄດ້ໃນການພົວພັນກັບ ການຂັບລົດຕູ້ໂຈມຕີເຖິງຕາຍໃນ
ອາທິດແລ້ວນີ້ ຢູ່ໃນນະຄອນ Barcelona ມີກຳນົດຈະປາກົດໂຕຢູ່ສານໃນວັນອັງຄານ
ມື້ນີ້ ນຶ່ງມື້ ຫລັງຈາກຕຳຫລວດໄດ້ຍິງຜູ້ຊາຍຄົນນຶ່ງຕາຍ ທີ່ເຂົາເຈົ້າກ່າວວ່າ ເປັນຄົນ
ຂັບລົດຕູ້ນັ້ນ.
ພວກເຈົ້າໜ້າທີ່ກ່າວວ່າ ບ່ອນລີ້ຊອນຜູ້ຊາຍ 12 ຄົນທີ່ຢູ່ເບື້ອງຫລັງການໂຈມຕີ ແລະ
ຜູ້ຕ້ອງສົງໄສອີກແປດຄົນອາດຖືກຕຳຫລວດຍິງຕາຍ ຫລືຕາຍຍ້ອນອຸບັດເຫດລະເບີດ
ຢູ່ບ່ອນເຮັດລະເບີດຂອງພວກເຂົາ ກ່ອນມື້ໂຈມຕີ.
ການຕາມລ່າຄັ້ງໃຫຍ່ ຜູ້ຕ້ອງສົງໄສຄົນສຸດທ້າຍ ທ້າວ Younes Abouyaaqoub ໄດ້
ສິ້ນສຸດລົງໃນວັນຈັນວານນີ້ ຢູ່ເຂດນອກເມືອງ ທີ່ເປັນສວນປູກໝາກ raisin ເຮັດເຫລົ້າ
ແວງ ປະມານ 45 ກິໂລແມັດທາງພາກຕາເວັນຕົກຂອງນະຄອນ Barcelona. ພວກ
ເຈົ້າໜ້າທີ່ີກ່າວວ່າ ເຂົາເຈົ້າໄດ້ຍິງຜູ້ລົບໜີ ຫລັງຈາກລາວໄດ້ຍົກຂຶ້ນ ອັນທີ່ປາກົດວ່າ
ເປັນສາຍແອວລະເບີດ ຊຶ່ງເວລາຕໍ່ມາໄດ້ພົບເຫັນວ່າໄດ້ເປັນຂອງປອມ.
ບັນດານັກການເມືອງ ແລະແຂກຜູ້ມີກຽດ ພາກັນໄວ້ອາໄລຢູ່ Barcelona's Sagrada Familia Basilica ແກ່ບັນດາຜູ້ເຄາະຮ້າຍ ແລະໄດ້ຮັບບາດເຈັບ..
ລັດຖະມົນຕີກະຊວງພາຍໃນຂອງເມືອງ Catalan ທ່ານ Joaquin Forn ກ່າວຕໍ່ວິທະ
ຍຸ Catalunya ວ່າ“ທຸກສິ່ງທຸກຢ່າງເນັ້ນໜັກ” ໃສ່ທ້າວ Younes Abouyaaqoub ວ່າ
ຢູ່ເບື້ອງຫລັງການຂັບລົດຕູ້ ລະຫວ່າງການໂຈມຕີຢູ່ນະຄອນ Barcelona ໃນວັນພະຫັດ
ແລ້ວນີ້ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ.
ຕຳຫລວດກ່າວວ່າ ຫຸ່ນຍົນເກັບກູ້ລະເບີດໄດ້ຖືກສົ່ງເຂົ້າໄປຫາສົບຂອງຜູ້ຊາຍ ດັ່ງກ່າວ
ຫລັງຈາກຍິງຕາຍ ເພື່ອກວດເບິ່ງວ່າເປັນສາຍແອວສະຫຼະຊີບແທ້ຫຼືບໍ່.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Spain Attacks