ສາຍການບິນ Iberia ຂອງສະເປນ ໄດ້ຍົກເລີກຖ້ຽວບິນ 150 ຖ້ຽວໃນວັນຈັນວານນີ້ ຂະນະທີ່ພວກນັກບິນນັດຢຸດງານທໍາການປະທ້ວງຕໍ່ການລິເລີ້ມສາຍການບິນໃໝ່ Iberia Express ໃນລາຄາຖືກນັ້ນ.
ພວກນັກບິນສາຍການບິນ Iberia ກ່າວວ່າ ພວກເຂົາເຈົ້າວາງແຜນທໍາການນັດຢຸດງານ 30 ຄັ້ງ ຄືໃນທຸກໆວັນຈັນແລະວັນສຸກ ນັບແຕ່ປັດຈຸບັນໄປຮອດວັນທີ 20 ກໍລະກົດ. ພວກນັກບິນກ່າວວ່າ ການເລີ້ມສາຍການບິນໃໝ່ເປັນໄພຄຸກຄາມຕໍ່ວຽກການ ແລະສະພາບການເຮັດວຽກເຮັດການຂອງເຂົາເຈົ້າ ແລະຝ່າຝືນກົດໝາຍແຮງງານທີ່ໄດ້ຈັດຕັ້ງຂຶ້ນເວລາສາຍການບິນ Iberia ຮວມເຂົ້າກັນກັບສາຍການບິນ British Airways ນັ້ນ.
ສາຍການບິນລາຄາຖືກ Iberia Express ເລີ້ມດໍາເນີນງານໃນທ້າຍເດືອນແລ້ວນີ້ ທີ່ບິນໃນໄລຍະສັ້ນໄປຍັງຫົວເມືອງຕ່າງໆຂອງສະເປນ ແລະຈຸດໝາຍປາຍທາງບາງແຫ່ງໃນຢູໂຣບ ທີ່ມີວັດຖຸປະສົງເພື່ອຕໍ່ຖ້ຽວບິນໃນໄລຍະຍາວຂອງສາຍການບິນ Iberia ໄປຍັງຈຸດໝາຍປາຍທາງອື່ນໆ.
ບໍລິສັດທີ່ເປັນເຈົ້າຂອງ Iberia Express ກ່າວວ່າ ຕົນຈໍາເປັນຕ້ອງຈັດຕັ້ງສາຍການບິນລາຄາຖືກເພື່ອເພີ່ມກໍາໄລຂອງຕົນຂຶ້ນ.
http://www.voanews.com/templates/widgetDisplay.html?id=146662095&player=article