ສະເປນ ສັ່ງໃຫ້ ກັກຂັງ ຜູ້ນຳ ເອກກະລາດ 2 ຄົນ ຂອງ ກາຕາໂລເນຍ

ທ່ານ Jordi Cuixart ຈາກຂະບວນການ​ເຄື່ອນ​ໄຫວ​ ວັດທະນະທຳ Omnium ​ແລະ ​ທ່ານ Jordi Sanchez ຈາກ​ສະພາແຫ່ງ​ຊາດ Catalonia ໂບກມື ຕໍ່ຜູ້ສະໜັບສະໜູນ.

ສານ​ສູງ​ສຸດຂອງສະ​ເປ​ນ ​ໄດ້​ສັ່ງ​ໃຫ້​ຂັງ ຜູ້ນຳແບ່ງແຍກດິນແດນສູງສຸດ 2 ຄົນ ຂອງ​
Catalonia ​ໃນ​ຂໍ້ຫາປຸກລະດົມຍຸແຍ່ ​ໃນ​ຂະນະ​ທີ່ຄຳຖາມ​ກ່ຽວກັບຄວາມ​ເປັນ​ເອກ​
ກະລາດ​ຂອງ​ຂົງ​ເຂດ ​ທີ່​ຍັງ​ບໍ່​ທັນເປັນທີ່ຈະແຈ້ງ.

ບັນດາ​ໄອ​ຍະ​ການ​ກ່າວ​ຫາ ທ່ານ Jordi Cuixart ຈາກຂະບວນການ​ເຄື່ອນ​ໄຫວ​ວັດ
ທະນະທຳ Omnium ​ແລະ ​ທ່ານ Jordi Sanchez ຈາກ​ສະພາແຫ່ງ​ຊາດ Catalonia
ໃນ​ຖານປຸກລະດົມຍຸແຍ່ໃຫ້ເກີດຄວາມ​ຮຸນ​ແຮງ​ຕໍ່ຕ້ານຕຳ​ຫຼວດ ລະຫວ່າງ​ການ​ເດີນ​ຂະ​ບວນສະໜັບສະໜູນຄວາມ​ເປັນເອກ​ກະລາດ​ໃນ​ເດືອນ​ແລ້ວນີ້.

ພວກ​ປະ​ທ້ວງ​ໄດ້​ປິດລ້ອມ​ເຈົ້າໜ້າ​ທີ່​ຕຳຫລວດ​ໄວ້​ຢູ່​ໃນ​ຕຶກ​ຫລັງ​ນຶ່ງ ​ແລະ​ທຳລາຍ​ລົດ
​ຕຳຫລວດ​ຫລາຍ​ຄັນ.

ປະທານາທິບໍດີ Catalonia ທ່ານ Carles Puigdemont ​ໄດ້​ສົ່ງ​ຂໍ້ຄວາມ​ລົງທາງ
Twitter ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ສະ​ເປ​ນໄດ້ຄຸມຂັງພວກຜູ້ນຳ​ພົນລະ​ເຮືອນ​ ຂອງ
Catalonia ທີ່ໄດ້​ຈັດການ​ເດີນ​ຂະ​ບວນ​ແບບ​ສັນຕິ. ​ເປັນທີ່​ໜ້າ​ເສົ້າ​ໃຈ ​ທີ່​ພວກ​ເຮົາ​ມີ
​ນັກ​ໂທດ​ການ​ເມືອງ​ອີກ” ​ຊຶ່ງເປັນທີ່​ຈະ​ແຈ້ງ​ ໝາຍ​ເຖິງລະດັບຜະເດັດ​ການ​ທະຫານ
ຂອງ​ທ່ານ Francisco Franco ທີ່​ໄດ້​ສິ້ນ​ສຸດ​ລົງ​ ເມື່ອ 40 ປີ​ກ່ອນ.

ສານ​ສູງ​ສຸດ​ຍັງ​ໄດ້​ສັ່ງ​ໃຫ້ສືບສວນ​ຜູ້ບັນຊາການຕຳຫລວດ Catalonia ທ່ານ Joseph
Lluis Trapero. ສານ​ບໍ່ໄດ້​ສັ່ງໃຫ້​ຄຸມຂັງທ່ານ ​ແຕ່​ໄດ້​ຖອນ​ໜັງສື​ເດີນທາງ​ຂອງ​ທ່ານ
​ເພື່ອ​ປ້ອງກັນ​ບໍ່​ໃຫ້​ທ່ານ​ໜີ​ອອກ​ຈາກ​ປະ​ເທດ.

​ໃນ​ຂະນະ​ດຽວ​ກັນ ທ່ານ Puigdemont ຍັງ​ບໍ່​ທັນ​ໄດ້​ກ່າວ​ວ່າ ທ່ານ​ຈະ​ປະກາດ​ໃຫ້
Catalonia ​ເປັນ​ເອກ​ກະລາດໃນທັນທີຫຼືບໍ່ຫລັງ​ຈາກ​ສານແລະ​ລັດຖະບານສະ​ເປ​ນ
​ໄດ້​ປະກາດວ່າ ການລົງປະຊາ​ມະຕິ​ເພື່ອຄວາມເປັນເອກກະລາດ ​ຜິດ​ກົດໝາຍ.

ທ່ານ Puigdemont ​ມີເວລາ ຮອດ​ວັນ​ຈັນ​ວານ​ນີ້​ ເພື່ອ​ໃຫ້​ຄຳ​ຕອບ​ແບບ​ງ່າຍໆ​ວ່າ
“​ເຫັນພ້ອມ” ຫລື “ບໍ່​” ກັບຄຳ​ຖາມ​ທີ່​ວ່າ ​ທ່ານ​ຈະ​ປະກາດ​ເປັນ​ເອກ​ກະລາດ. ​ມາຮອດ
ປັດຈຸບັນນີ້ ທ່ານ​ພຽງ​ແຕ່​ໄດ້​ຮຽກຮ້ອງ ໃຫ້ເປີດການເຈລະຈາກັບນາຍົກ ລັດຖະມົນຕີ
ສະ​ເປ​ນ ທ່ານ Mariano Rajoy ​ແລະ ​ເວລານີ້ ​ເສັ້ນ​ຕາຍ​ໄດ້​ຖືກເລື່ອນໄປໃສ່​ວັນ​ພະ
ຫັດ​ຈະ​ມາ​ເຖິງ​ນີ້.

ປະທານາທິບໍດີ ປະຈຳຂົງເຂດ Catalonia ທ່ານ Carles Puigdemont ຖະແຫລງຕໍ່ສື່ມວນຊົນ ໃນນະຄອນ Barcelona ປະເທດ Spain ວັນທີ 15 ຕຸລາ 2017.

ທ່ານ Rajoy ທີ່ອຶດອັດໃຈໄດ້​ກ່າວ​ວ່າ ຄວາມ​ບໍ່​ແນ່ນອນກ່ຽວກັບ Catalonia ​ໄດ້​ເຮັດ​
ໃຫ້​ເສດຖະກິດ​ສະ​ເປ​ນ​ເສຍ​ຫາຍ ​ແລະ​ກະຊວງ​ເສ​ດຖະກິດ​ໃນ​ວັນ​ຈັນ​ວານ​ນີ້​ ໄດ້​ຫລຸດ
ການທຳນາຍກ່ຽວກັບການ​ການ​ເຕີບ​ໂຕ​ເສດຖະກິດສຳລັບ ​ປີ 2018 ລົງ ​ຍ້ອນ​ວິ​ກິດ​ການ​ດັ່ງກ່າວ.

Catalonia ​ເປັນ​ຂົງ​ເຂດ​ອຸດົມ​ຮັ່ງມີທີ່ສຸດ​ຂອງ​ສະ​ເປ​ນ ​ເປັນ​ທີ່ຢູ່​ຂອງປະຊາຊົນ 7 ລ້ານ

5 ​ແສນ​ຄົນ. ນະຄອນຫລວງ Barcelona ​ເປັນຈຸດ​ນຶ່ງທີ່ດຶງດູດເອົານັກ​ທ່ອງ​ທ່ຽວທີ່​ສຳ
ຄັນ​ຂອງ​ຢູ​ໂຣບ. Catalonia ມີ​ພາສາ​ຂອງຕົນ​ເອງ ​ແລະ​ມີ​ປະ​ເພນີ​ທີ່​ແຕກ​ຕ່າງ ​ແລະ​ມີ​
ການ​ແບ່ງ​ແຍກກັນ​ຢ່າງ​ເລິ​ກ​ເຊິ່ງກ່ຽວ​ກັບ​ຄວາມ​ເປັນ​ເອກ​ກະລາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Spain Catalonia