ຮືຮາ! ສເປສ ແອັກສ໌ ໃຊ້ແຂນກົນຈັກຈັບຊິ້ນສ່ວນຈະຫຼວດ ຂະນະທີ່ເຫີນລົງຈອດ ໄດ້ຢ່າງສຳເລັດ

ພາບຖ່າຍນີ້ສະໜອງໂດຍບໍລິສັດ SpaceX ສະແດງໃຫ້ເຫັນ ຈະຫຼວດເສີມກຳລັງ ຫຼື booster ຂອງ SpaceX ທີ່ກຳລັງບິນກັບຄືນລົງສູ່ຖານຍິງ ຊຶ່ງມັນຖືກຄີບໂດຍແຂນກົນຈັກ ໃນລະຫວ່າງການບິນທົດລອງ, ວັນທີ 13 ຕຸລາ 2024, ໃນເມືອງ ໂບກາ ຊິກາ (Boca Chica) ລັດເທັກຊັສ. (SpaceX via AP)

ບໍລິສັດ ສເປສ ແອັກສ໌ (SpaceX) ຂອງມະຫາເສດຖີ ອີລອນ ມັສຄ໌ ປະສົບຄວາມສຳເລັດ ໃນການທົດລອງສົ່ງຈະຫຼວດຂະໜາດໃຫຍ່ ທີ່ເອີ້ນວ່າ ສະຕາຣຊິປ (Starship) ແລະສາມາດໃຊ້ແຂນກົນຈັກ ໃນການຈັບຊິ້ນສ່ວນດ້ານລຸ່ມຂອງຈະຫຼວດທີ່ກຳລັງບິນລົງມາຢູ່ນັ້ນ ໄວ້ໄດ້ ອີງຕາມລາຍງານຂອງອົງການຂ່າວເອພີ.

ຈະຫຼວດສະຕາຣຊິປ ເຊິ່ງມີຄວາມສູງເກືອບ 121 ແມັດ ທະຍານອອກຖານຍິງທາງພາກໃຕ້ຂອງລັດເທັກຊັສ ໃກ້ກັບເຂດຊາຍແດນຕິດກັບເມັກຊິໂກ ໃນວັນອາທິດວານນີ້ ແລະບິນວົນອ້ອມຮອບອ່າວເມັກຂິໂກ ກ່ອນທີ່ຈະບິນເດີນທາງຂ້າມໂລກໄປຕົກລົງຢູ່ມະຫາສະໝຸດອິນເດຍ.

ແຕ່ທີ່ສ້າງສຽງຮືຮາຫຼາຍທີ່ສຸດ ໃນການທົດລອງຄັ້ງນີ້ ກໍຄືການທີ່ສ່ວນລຸ່ມຂອງຈະຫຼວດທີ່ຕົກລົງມາຫລັງຈາກທີ່ຈະຫຼວດຖືກແຍກອອກໄປແລ້ວນັ້ນ ກໍສາມາດກັບຄືນສູ່ຖານຍິງໄດ້ສຳເລັດ ດ້ວຍການໃຊ້ແຂນກົນຈັກຂະໜາດໃຫຍ່ຈັບເອົາໄວ້.

ແຂນກົນຈັກທີ່ຕິດຕັ້ງໄວ້ກັບຖານປ່ອຍຈະຫຼວດນັ້ນ ມີຊື່ທີ່ເອີ້ນວ່າ ຊ໊ອປສຕິກສ໌ (chopsticks) ຫຼືໄມ້ຄີບທູ່ນັ້ນເອງ ທີ່ເຮັດໜ້າທີ່ຍຶດສ່ວນລຸ່ມຂອງຈະຫຼວດເພີ້ມກຳລັງ ຫຼື booster ເຊິ່ງມີຄວາມສູງ 71 ແມັດນັ້ນ ເອົາໄວ້ໄດ້.

ເຄທ ໄທຊ໌ Kate Tise ຈາກບໍລິສັດສເປສແອັກສ໌ ກ່າວວ່າ “ນີ້ຄືວັນທີ່ຕ້ອງຖືກຈາລຶກໄວ້ໃນປະຫວັດສາດຂອງຄວາມກ້າວໜ້າດ້ານວິສະວະກອນ.”

ການນຳສ່ວນລຸ່ມຂອງຈະຫຼວດກັບມາໃຊ້ໃໝ່ນີ້ ຈະຊ່ອຍໃຫ້ທາງບໍລິສັດສາມາດປະຢັດເງິນໄດ້ຫຼາຍລ້ານໂດລາ ແລະຊ່ອຍເລັ່ງການພັດທະນາການປ່ອຍຈະຫຼວດຂອງສເປສແອັກສ໌ ໄດ້ຢ່າງຫຼວງຫຼາຍ.

ທັງນີ້ ຈະຫຼວດສະຕາຣຊິປ ຄືຈະຫຼວດຂະໜາດໃຫຍ່ທີ່ສຸດ ແລະມີພະລັງຫຼາຍທີ່ສຸດເທົ່າທີ່ເຄີຍສ້າງຂຶ້ນ ເພື່ອໃຊ້ກັບເຄື່ອງຍົນເຊື້ອເພີງທີ່ເປັນແກັສເມັດເທນໃນຈະຫຼວດບຸສເຕີນັ້ນ.

ອົງການອະວະກາດສະຫະລັດ ຫຼື NASA ມີໂຄງການສົ້ງຈະຫຼວດສຕາຣຊິປຂອງສເປສແອັກສ໌ ພ້ອມກັບນັກບິນອະວະກາດໄປລົງຢູ່ເທິງພື້ນດວງເດືອນພາຍໃນທົດສະວັດນີ້ ຂະນະທີ່ບໍລິສັດສເປສແອັກສ໌ເອງ ກໍຕັ້ງເປົ້າທີ່ຈະໃຊ້ຈະຫຼວດຂະໜາດໃຫຍ່ລຳນີ້ ໃນການຂົນສົ່ງມະນຸດ ແລະສຳພາລະຕ່າງໆ ໄປຍັງດວງເດືອນ ລວມທັງດາວອັງຄານ ໃນອະນາຄົດ ນຳດ້ວຍ.

ອ່ານຂ່າວນີ້ຕື່ມໃນພາສາອັງກິດ