ຍານອະວະກາດບັນທຸກສິນຄ້າ Dragon ຂອງ SpaceX

ພາບຈາກລາຍການໂທລະພາບຂອງອົງການ NASA-TV ສະແດງໃຫ້ເຫັນແຂນຂອງຫຸ່ນຍົນ ຫລື ໂຣບອັດຈັບຍານອະວະກາດ Dragon ຢູ່ສະຖານີຍານອາວະກາດສາກົນ ໃນຂະນະທີ່ພວກຍານດັ່ງກ່າວຜ່ານມະຫາສະມຸດ ອັດລັງຕິກໄປ ໃນວັນທີ 10 ຕຸລາ, 2012.

ຈະຫລວດ Falcon 9 ຍົກອອກຈາກເຂດຍ່ານອາວະກາດ Space Complex 40 ທີ່ Cape Canaveral, ລັດ Florida ໃນວັນທີ 7 ຕຸລາ, 2012 ໂດຍໄດ້ບັນທຸກຍານ Dragon ໄປເຂົ້າສູ່ວົງໂຄຈອນ (NASA/Gianni Woods)

ຈະຫລວດ Falcon 9 ກັບເຄື່ອງບັນທຸກຍານອະວະກາດ Dragon ໄດ້ຖືກຕັ້ງໄວ້ຢ່າງໝັ້ນໃນທ່າຕັ້ງຂຶ້ນ ຢູ່ລະຫວ່າງກາງ ເສົາອາກາດທີ່ຮຸ່ງສະຫວ່າງສອງອັນຢູ່ເທິງແຜ່ນຂອງເຂດຍ່ານສົ່ງຍານອາວະກາດ Space Launch Complex 40, ທີ່ສະຖານີກອງທັບອາກາດ Cape Canaveral Air Force Station ລັດ Florida ໃນວັນທີ 7 ຕຸລາ, 2012. (NASA/Jim Grossmann)

ຈະຫລວດ Falcon 9 ກັບເຄື່ອງບັນທຸກຍານອະວະກາດ Dragon ໄດ້ຖືກຕັ້ງໄວ້ຢ່າງໝັ້ນໃນທ່າຕັ້ງ ຢູ່ລະຫວ່າງກາງ ເສົາອາກາດທີ່ຮຸ່ງສະຫວ່າງສອງອັນຢູ່ເທິງແຜ່ນຂອງເຂດຍ່ານສົ່ງຍານອາວະກາດ Space Launch Complex 40, ທີ່ສະຖານີກອງທັບອາກາດ Cape Canaveral Air Force Station ລັດ Florida ໃນວັນທີ 7 ຕຸລາ, 2012. (NASA/Jim Grossmann)

ພາບຖ່າຍຈາກເທິງເບິ່ງລົງພືນດິນ ທີ່ເຫັນຈະຫລວດ Falcon 9 ຂອງບໍລິສັດ SpaceX ທີ່ມີເຄື່ອງບັນທຸກຍານອະວະກາດ Dragon ໃສ່ໄປນໍາ ລຸນຫລັງທີ່ມັນໄດ້ຖືກຍົກຂຶ້ນຕັ້ງໄວ້ໃນທ່າຕັ້ງ ໃນຂະນະທີ່ມີການດໍາເນີນການທົດລອງສະແດງໃຫ້ເຫັນທີ່ສະຖານີກອງທັບອາກາດ Cape Canaveral Air Force Station ລັດ Florida ໃນວັນທີ 2 ຕຸລາ, 2012. (NASA/Jim Grossmann)

ບັນດານາຍຊ່າງຂອງ SpaceX ກວດກາເບິ່ງຍານອາວະກາດ Dragon ຂະນະທີ່ກໍາລັງເອົາມັນໄປຕິດໃສ່ກັບ ຈະຫລວດ Falcon 9 ທີ່ຈະນໍາເອົາມັນຂຶ້ນໄປສູ່ວົງໂຄຈອນ ເພື່ອນໍາເອົາສຽງແລະອຸບປະກອນຕ່າງໆ ໄປສົ່ງໃຫ້ ສະຖານີອາວະກາດສາກົນ, ວັນທີ 30 ກັນຍາ 2012. (NASA/Ben Smegelsky)

ຈະຫລວດ Falcon 9 ຂອງບໍລິສັດ SpaceX ກໍາລັງຖືກກະກຽມ ສໍາລັບສົ່ງຍານອາວະກາດ Dragon ຂຶ້ນສູ່ ວົງໂຄຈອນ ເພື່ອນໍາເອົາສະບຽງແລະອຸບປະກອນຕ່າງໆ ໄປສົ່ງໃຫ້ສະຖານີອາວະກາດສາກົນ ຊຶ່ງເປັນການບໍລິການດ້ານນີ້ ເທື່ອທໍາອິດ ໂດຍບໍລິສັດພານິດ ຫລັງຈາກທີ່ອົງການ NASA ຂອງສະຫະລັດ ໄດ້ຍຸດຕິໂຄງການຍານອາວະກາດໄປກັບ ຫລື Space shuttle ລົງ, ວັນທີ 30 ກັນຍາ 2012. (NASA/Ben Smegelsky)