ຍານ SpaceX ເລີ້ມ ການປະຕິບັດງານ ນໍາສົ່ງສະບຽງ ໃຫ້ສະຖານີອາວະກາດ ຄັ້ງທໍາອິດ

ຈະຫລວດ Falcon 9 ທະຍານຂຶ້ນສູ່ທ້ອງຟ້າ ຈາກຖານສົ່ງ Space Complex 40 ເພື່ອນໍາເອົາຍານອາວະກາດ Dragon ເຂົ້າສູ່ວົງໂຄຈອນ, ທີ່ Cape Canaveral, ລັດຟລໍຣີດາ, ວັນທີ 7 ຕຸລາ 2012. (NASA/Gianni Woods)

ຈະຫລວດ Falcon 9 ທີ່ບັນທຸກ ຍານອາວະກາດ Dragon ຕັ້ງຢູ່ໃນທ່າກຽມຈະທະຍານຂຶ້ນສູ່ທ້ອງຟ້າ ຈາກຖານສົ່ງ Space Complex 40, ທີ່ ຄ້າຍທະຫານອາກາດ Cape Canaveral, ລັດຟລໍຣີດາ, ວັນທີ 7 ຕຸລາ 2012. (NASA/Jim Grossmann)

ຈະຫລວດ Falcon 9 ທີ່ບັນທຸກ ຍານອາວະກາດ Dragon ກໍາລັງຖືກຍົກຂຶ້ນສູ່ທ່າຕັ້ງ ເພື່ອກຽມຈະທະຍານຂຶ້ນ ສູ່ທ້ອງຟ້າ ຈາກຖານສົ່ງ Space Complex 40, ທີ່ ຄ້າຍທະຫານອາກາດ Cape Canaveral, ລັດຟລໍຣີດາ, ວັນທີ 7 ຕຸລາ 2012.(NASA/Jim Grossmann)

ພາບຈາກມຸມມອງເບິ່ງຂຶ້ນໄປຈາກພື້ນດິນ ສະແດງໃຫ້ເຫັນ ຈະຫລວດ Falcon 9 ຂອງບໍລິສັດ SpaceX ທີ່ບັນທຸກຍານອາວະກາດ Dragon ຫລັງຈາກຖືກຍົກຂຶ້ນສູ່ທ່າຕັ້ງ ໃນລະຫວ່າງການທົດລອງ, ຢູ່ຖານສົ່ງ Space Complex 40, ທີ່ ຄ້າຍທະຫານອາກາດ Cape Canaveral, ລັດຟລໍຣີດາ, ວັນທີ 2 ຕຸລາ 2012. (NASA/Jim Grossmann)

ບັນດານາຍຊ່າງຂອງ SpaceX ກວດກາເບິ່ງຍານອາວະກາດ Dragon ຂະນະທີ່ກໍາລັງເອົາມັນໄປຕິດໃສ່ກັບ ຈະຫລວດ Falcon 9 ທີ່ຈະນໍາເອົາມັນຂຶ້ນໄປສູ່ວົງໂຄຈອນ ເພື່ອນໍາເອົາສຽງແລະອຸບປະກອນຕ່າງໆ ໄປສົ່ງໃຫ້ ສະຖານີອາວະກາດສາກົນ, ວັນທີ 30 ກັນຍາ 2012. (NASA/Ben Smegelsky)

ຈະຫລວດ Falcon 9 ຂອງບໍລິສັດ SpaceX ກໍາລັງຖືກກະກຽມ ສໍາລັບສົ່ງຍານອາວະກາດ Dragon ຂຶ້ນສູ່ ວົງໂຄຈອນ ເພື່ອນໍາເອົາສະບຽງແລະອຸບປະກອນຕ່າງໆ ໄປສົ່ງໃຫ້ສະຖານີອາວະກາດສາກົນ ຊຶ່ງເປັນການບໍລິການດ້ານນີ້ ເທື່ອທໍາອິດ ໂດຍບໍລິສັດພານິດ ຫລັງຈາກທີ່ອົງການ NASA ຂອງສະຫະລັດ ໄດ້ຍຸດຕິໂຄງການຍານອາວະກາດໄປກັບ ຫລື Space shuttle ລົງ, ວັນທີ 30 ກັນຍາ 2012. (NASA/Ben Smegelsky)