ການຍິງຈະຫຼວດ ສົ່ງຍານອະວະກາດ ຂອງບໍລິສັດ Space X ຖືກເລື່ອນຍ້ອນອາກາດ ປັ່ນປ່ວນ

ນັກບິນອະວະກາດ Douglas Hurley (ຊ້າຍ) ແລະ Robert Behnken ຈາກອົງການ NASA ໂບກມືໃສ່ເພື່ອນໃນຂະນະທີ່ ຍ່າງອອກຈາກຕຶກ Neil A. Armstrong Operations Checkout ໄປຫາ ບ່ອນສົ່ງ 39-A ຢູ່ສູນກາງອະວະກາດ Kennedy, ແຫຼມ Canaveral, ລັດຟລໍຣິດາ ໃນວັນທີ 27 ພຶດສະພາ, 2020.

ອົງການນາຊາໄດ້ເລື່ອນການຍິງຈະຫລວດ ສົ່ງຍານອະວະກາດ ຂອງບໍລິສັດ Space X ຊຶ່ງເປັນຖ້ຽວບິນອະວະກາດ ຂອງບໍລິສັດເອກກະຊົນ ທີ່ມີນັກບິນ ຂຶ້ນໄປນຳເປັນຄັ້ງທໍາອິດ ໃນປະຫວັດສາດ.

ອົງການນາຊາ ໄດ້ຍົກເລີກການຍິງຈະຫລວດດັ່ງກ່າວ ໃນເວລາ 16 ນາທີກ່ອນ ມັນຈະທະຍານຂຶ້ນສູ່ທ້ອງຟ້າ ຍ້ອນໄພຂົ່ມຂູ່ມາຈາກຟ້າແມບເຫລື້ອມ ຢູ່ໃກ້ສູນກາງອະວະກາດເຄັນເນດີ ໃນລັດຟລໍຣິດານັ້ນ.

ອົງການນາຊາຈະພະຍາຍາມສົ່ງຍານອະວະກາດ ຄຣູ ແດຣັກກອນ (Crew Dragon) ໄປຫາສະຖານີອະວະກາດສາກົນອີກໃນວັນເສົາຈະມາເຖິງນີ້.

ການຍິງຈະຫລວດຂຶ້ນໄປຄັ້ງນີ້ ຈະເປັນຄັ້ງທໍາອິດນັບແຕ່ຍານອະວະກາດໄປກັບໄດ້ຢຸດການປະຕິບັດງານມາໃນປີ 2011 ທີ່ຈະມີຊາວອາເມຣິກັນບິນຂຶ້ນໄປຍັງ ອະວະກາດ ຈາກພື້ນດິນຂອງສະຫະລັດເອງ.

ພວກນັກບິນອະວະກາດໄດ້ໃຊ້ຍານອະວະກາດໂຊຢຸດ (Soyuz) ຂອງຣັດເຊຍ ເພື່ອເດີນທາງໄປຍັງສະຖານີອະວະກາດ.

ນໍາພາໂດຍອະດີດ ນັກບິນອະວະກາດ ຂອງອົງການນາຊາ ທ່ານ ດັກ ເຮີລີ (Doug Hurley) ແລະ ທ່ານ ບອບ ເບນເຄນ (Bob Behnken) ຖ້ຽວບິນ ດັ່ງກ່າວໄດ້ເປັນຂີດໝາຍໃໝ່ ຂອງການບິນຍານອະວະກາດທີ່ມີຄົນຂັບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ