ພວກນັກບິນອະວະກາດ ຂົນເຄື່ອງ ອອກຈາກ ຍານ Dragon (ສະໄລດ໌ກັບວີດີໂອ)

ນີ້ແມ່ນຮູບພາບຍານ Dragon ທີ່ພວກນັກບິນອະວະກາດ ເທິງສະຖານີອະວະກາດນາໆຊາດ ໄດ້ໃຊ້ແຂນທີ່ເປັນຫຸ່ນຍົນ ເກາະເອົາຍານໄວ້ ໃນວັນສຸກທີ 25 ເດືອນພຶດສະພາ 2012.

ພວກ​ນັກ​ບິນ​ອະວະກາດ​ທີ່ຢູ່​ເທິງ​ສະຖານີ​ອະວະກາດ​ນາໆ​ຊາດ ​ໄດ້​ເປີດ​ປະຕູ​ຍານ
​ອະວະກາດ Dragon ຊຶ່ງ​ເປັນ​ຍານ​ອະວະກາດ​ເອກ​ກະ​ຊົນ ​ທີ່​ສ້າງ​ໂດຍບໍລິສັດ
Space X ຂອງ​ສະຫະລັດ.

ພວກ​ນັກ​ບິນ​ອະວະກາດ ​ໄດ້​ເປີດ​ປະຕູ​ຍານ Dragon ທີ່​ບັນທຸກ​ສຳພາລະ​ເຕັມ​ລຳ ​
ໃນ​ຕອນ​ເຊົ້າຂອງ​ວັນ​ເສົາ​ມື້ນີ້.

ນຶ່ງ​ໃນ​ພວກ​ນັກ​ບິນ​ອະວະກາດ​ກ່າວ​ວ່າ ຢູ່​ຂ້າງ​ໃນ​ຂອງ​ຍານ​ອະວະກາດ​ລຳນີ້ ມີ​ກິ່ນ​
ຄ້າຍຄື​ກັນ​ກັບ​ລົດ​ໃໝ່.

ຍານ​ອະວະກາດ Dragon ​ໄດ້​ເຊື່ອມ​ຕໍ່​ກັບ​ສະຖານີ​ອະວະກາດ​ນາໆ​ຊາດ​ໃນມື້ວັນ​ສຸກ​
ວານ​ນີ້ ຫຼັງຈາກ​ພວກ​ນັກ​ບິນ​ອະວະກາດ​ໄດ້​ໃຊ້​ແຂນ​ທີ່​ເປັນ​ຫຸ່ນ​ຍົນ​ເກາະ ​ເອົາ​ຍານ​ໄວ້.

ຍານ Dragon ຍັງຈະ​ເຊື່ອມ​ຕໍ່​ກັບ​ສະຖານີ​ອະວະກາດ​ນາໆ​ຊາດ ​ເປັນ​ເວລາ​ນຶ່ງອາທິດ
​ເພື່ອ​ໃຫ້​ພວກ​ນັກ​ບິນ​ອະວະກາດ​ເທິງ​ສະຖານີ​ອະວະກາດ​ນາໆ​ຊາດ​ມີ​ເວລາ ຂົນ​ສຳພາລະ​
ທີ່​ໜັກ​ກວ່າ 500 ກິ​ໂລ​ ອອກຈາກ​ຍານ ​ແລະ​ນຳ​ເອົາ​ອຸບປະກອນ​ທີ່​ໃຊ້​ແລ້ວ ​ໄປ​ບັນທຸກ
​ເຂົ້າ​ໃສ່​ຍານ ​ເພື່ອ​ສົ່ງ​ກັບ​ຄືນ​ມາ​ຍັງ​ໂລກມະນຸດ.