ທະຫານຊູດານໃຕ້ ແລະ ພັນທະມິດ ຖືກກ່າວຫາ ກໍ່ອາຊະຍາກຳສົງຄາມ

ພວກທະຫານ ຈາກກອງທັບ ປົດປ່ອຍ ປະຊາຊົນ ຊູດານ Sudan People's Liberation Army (SPLA) ກຳລັງກວດສອບເບິ່ງແຜນທີ່ ໃນເມືອງ Pana Kuach ລັດ Unity ຂອງປະເທດຊູແດນໃຕ້.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ສາກົນກຸ່ມນຶ່ງ ​ໄດ້​ກ່າວ​ຫາກອງ​ກຳລັງ​
ຂອງລັດຖະບານຊູ​ດານ​ໃຕ້ ​ແລະ ພວກ​ນັກ​ຕໍ່ສູ້​ທີ່​ເປັນ​ພັນທະ​ມິດ
ວ່າ ທຳ​ການເຂັ່ນຂ້າ​ພົນລະ​ເຮືອນ ຂົ່ມຂືນ​ຊຳ​ເລົາ ​ແລະ ​ທຳລາຍ
​ຊັບ​ສິນ ​ໃນ​ລະຫວ່າງ ການປະຕິບັດງານທາງ​ດ້ານ​ທະຫານ ຢູ່ໃນ
ລັດ Unity.

​ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຫຼື HRW
​ກ່າວໃນ​ຖະ​ແຫລ​ງການ​ສະບັບ​ໜຶ່ງ ​ໃນ​ວັນ​ພຸດ​ມື້​ນີ້ ວ່າ ການກ່າວ
ຫາກ່ຽວກັບ ການ​ໂຈມຕີຕໍ່​ພົນລະ​ເຮືອນ ​ທີ່​ວ່ານັ້ນ ​ແມ່ນ​ເກີດ​ຂຶ້ນ
ລະຫວ່າງ ​ເດືອນ​ເມສາ ​ແລະ ມິ​ຖຸນາ ປີ 2015 ທີ່​ເທົ່າກັບ ​ເປັນ
ການກໍ່ອາ​ຊະ​ຍາ​ກຳ​ສົງຄາມ ​ ແລະການເຂັ່ນຂ້າ ​ພ້ອມທັງການ
ຂົ່ມຂືນ​ຊຳ​ເລົາ ຍັງອາດ​ເປັນການກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະນຸດຊາດນຳດ້ວຍ.

ຢູ່​ໃນ​ບົດ​ລາຍ​ງານ​ທີ່​ເປີດ​ເຜີຍໃນ​ວັນ​ພຸດ​ມື້​ນີ້ ກຸ່ມປົກປ້ອງສິດທິມະນຸດ HRW ​ໄດ້ໃຫ້ລາຍ​ລະອຽດ​ຂອງ​ການຄົ້ນພົບ ​ໃນການ​ສຳພາດຜູ້​ທີ່​ລອດ​ຊີວິດ​ຈາກ​ການ​ໂຈມ​ຕີ​ດັ່ງກ່າວ ຫຼາຍກວ່າ 170 ຄົນ ເມື່ອ​ເດືອນ​ພຶດສະພາ ​ແລະ ມິ​ຖຸນາຜ່ານ​ມາ. ກຸ່ມ HRW ກ່າວ​ວ່າ ຜູ້ຖືກ​ສຳພາດ ຫຼາຍກວ່າ 125 ຄົນແມ່ນຜູ້ປະສົບໄພສົງຄາມຍ້ອນການສູ້ລົບກັນແລະ ການ​ໂຈມ​ຕີ ​ຕໍ່​ໝູ່​ບ້ານ​ຂອງ​ພວກ​ເຂົາ​ເຈົ້າ.

ກຸ່ມ HRW ກ່າວ​ອີກ​ວ່າ ຕົນ​ໄດ້​ບັນທຶກ ການ​ສັງຫານທີ່​ຜິດ​ກົດໝາຍ ​ຕໍ່​ພວກ​ຜູ້​ຊາຍ ​ແມ່ຍິງ ​ແລະ ​ເດັກນ້ອຍ ລວມທັງ ຜູ້​ຊະລາ​ນຳ​ດ້ວຍ ປະມານ 60 ຄົນ. ກຸ່ມ HRW ກ່າວ​ຕໍ່​ໄປ​ວ່າ ຜູ້​ເຄາະ​ຮ້າຍ​ບາງ​ສ່ວນ ຖືກ​ແຂວນ​ຄໍ ອີກ​ສ່ວນໜຶ່ງ​ຖືກ​ຍິງ​ສັງຫານ ​ແລະ ​ຄົນ​ອື່ນໆ​ອີກຖືກ​ເຜົາທັງ​ເປັນ.

ທ່ານ Daniel Bekele ຜູ້ອຳນວຍ​ການ ກຸ່ມປົກ​ປ້ອງ​ສິດທິ​ມະນຸດ ​ Human Rights Watch ປະຈຳເຂດອາຟຣິກາ ​ເອີ້ນ​ການ​ໂຈມ​ຕີ​ດັ່ງກ່າວ​ນັ້ນ ວ່າ “​ເປັນ​ການ​ບຸກ​ໂຈມ​ຕີ​ທີ່​ຮ້າຍ​ກາດ”
ທີ່ມີ​ລັກສະນະ​ “ບໍ່​ໜ້າ​ເຊື່ອ​ເລີຍ​ວ່າ ພວກ​ເຂົາບໍ່​ຫົວຊາ​ນຳ​ຊີວິດ​ຂອງ​ພົນລະ​ເຮືອນ​ເລີຍ.”

ບົດ​ລາຍ​ງານ​ກ່າວ​ວ່າ ພວກ​ນັກ​ຕໍ່ສູ້​ຈາກ​ກຸ່ມ​ຊົນ​ເຜົ່າ Bul Nuer ​ໄດ້​ປະຕິບັດ​ງານ​ ຄຽງ​ບ່າ​ຄຽງ​ໄຫລ່​ກັບພວກ​ນັກ​ຕໍ່ສູ້​ລັດຖະບານ ​ໂດຍຍິງປືນ​ໃສ່ ພວກ​ພົນລະ​ເຮືອນໃນ​ຂະນະ​ທີ່​ຫລົບໜີ ​ເຂົ້າ​ໄປ​ໃນ​ປ່າ ​ແລະ ບຶງ​ນັ້ນ. ບົດ​ລາຍ​ງານ​ຍັງ​ກ່າວ​ອີກ​ວ່າ ກອງ​ກຳລັງ​ລັດຖະບານ ​ແລະ ພວກ​ທະຫານບ້ານ​ທີ່ເປັນພັນທະມິດ ມີເຈດ​ຕະນາ​ເຜົາທຳລາຍ​ໝູ່​ບ້ານທັງໝົດ ​ແລະ ທຳລາຍ​ຮ້ານອາຫານ​ການ​ກິນ ​ແລະ​ເມັດ​ພືດ​ຕ່າງໆ ທີ່​ມີ​ຈຸດປະສົງ​ເກັບໄວ້ສຳລັບການ​ປູກຝັງ.

ເບິ່ງວີດີໂອກ່ຽວຂ້ອງ:

Your browser doesn’t support HTML5

SOUTH SUDAN CNPK