ພວກກະບົດ ຊູດານໃຕ້ ໝັ້ນໝາຍ ຕໍ່ການຈັດຕັ້ງ ປະຕິບັດ ຂໍ້ຕົກລົງ ສັນຕິພາບ ສະບັບໃໝ່

ຜູ້ນຳຂອງພວກກະບົດ ອະດີດຮອງປະທານາທິບໍດີ Riek Machar

ພວກກະບົດໃນຊູດານໃຕ້ ທີ່ຈົງຮັກພັກດີ ຕໍ່ອະດີດຮອງປະທາ
ນາທິບໍດີ Riek Machar ກ່າວວ່າ ພວກເຂົາເຈົ້າມີຄວາມໝັ້ນ
ໝາຍ ໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສັນຕິພາບ ທີ່ນະຄອນ
Addis Ababa ປະເທດເອທິໂອເປຍ ໃນເດືອນແລ້ວນີ້.

ການໃຫ້ຄຳໝັ້ນສັນຍາດັ່ງກ່າວມີຂຶ້ນໃນລະຫວ່າງການປະຊຸມ
ແບບເຮັດວຽກເປັນເວລາ 3 ມື້ ກ່ຽວກັບການຈັດແຈງ ໃນການ
ໂອນການຮັກສາຄວາມປອດໄພຢູ່ທີ່ຊູດານໃຕ້ເລີ້ມຂຶ້ນໃນວັນ
ເສົານີ້ ທີ່ນະຄອນຫຼວງ Addis Ababa.

ເອກອັກຄະລັດຖະທູດ Ezekiel Lol Gatkuoth ຊຶ່ງເປັນເລ
ຂາທິການຮັບຜິດຊອບກິດຈະການຕ່າງປະເທດຂອງກອງທັບປົດປ່ອຍປະຊາຊົນຊູດານຫຼື
SPLA ກ່າວວ່າ ພວກກະບົດ ມີຄວາມໝັ້ນໝາຍຕໍ່ສັນຕິພາບ ແລະ ການເປັນປະຊາທິປະ ໄຕຂອງຊູດານໃຕ້ ແລະໄດ້ເລືອກເອົາຄະນະນາຍທະຫານ ໄປຮ່ວມກອງປະຊຸມ ເພື່ອຈັດ
ແຈງດ້ານຄວາມໝັ້ນຄົງແລ້ວ.

ທ່ານເວົ້າວ່າ “ພວກເຮົາມີຄວາມໝາຍໝັ້ນຕໍ່ສັນຕິພາບອັນນີ້ແລະພວກເຮົາໄດ້ເລືອກເອົາ
ນາຍທະຫານອະວຸໂສ 11 ທ່ານໄປຮ່ວມກອງປະຊຸມທີ່ນະຄອນຫຼວງ Addis Ababa ໃນ
ລະຫວ່າງວັນທີ 5 ຫາວັນທີ 8 ກັນຍານີ້.”

ທ່ານ Gatkuoth ກ່າວວ່າ ພວກກະບົດມີຄວາມດີໃຈແລະຮູ້ບຸນຄຸນປະທານາທິບໍດີ Salva
Kiir ຊຶ່ງໃນທີ່ສຸດ ກໍໄດ້ລົງນາມໃນຂໍ້ຕົກລົງນີ້. ທ່ານເວົ້າວ່າ ຜູ້ນຳຂອງພວກກະບົດ ທ່ານ
Riek Machar ໄດ້ລົງນາມໃນຂໍ້ຕົກລົງນີ້ກ່ອນໝູ່ຍ້ອນ ທ່ານເຊື່ອວ່າ ມັນເປັນຂໍ້ຕົກລົງທີ່
ສາມາດຈັດຕັ້ງປະຕິບັດໄດ້ດີທີ່ສຸດ.

ທ່ານ Gatkuoth ເວົ້າວ່າ “ນີ້ແມ່ນການຜ່ອນສັ້ນຜ່ອນຍາວທີ່ດີທີ່ສຸດທີ່ພວກເຮົາສາມາດ
ນຳໃຊ້ ເພື່ອຫັນປ່ຽນຊູດານໃຕ້. ມັນສາມາດທຳງານໄດ້ ສາມາດຈັດຕັ້ງປະຕິບັດໄດ້ ຈົດ
ໝາຍແມ່ນຢູ່ທີ່ນັ້ນ ແລະພວກເຮົາໄດ້ຮ້ອງຂໍໃຫ້ມີຈິດໃຈຍ້ອນວ່າ ພວກທ່ານສາມາດມີຂໍ້
ຕົກລົງທີ່ດີຫຼາຍ ແຕ່ຖ້າຫາກບໍ່ມີຈິດຢູ່ທີ່ນັ້ນແລ້ວ ມັນກໍຈະບໍ່ສາມາດເຮັດໄດ້.”

ທ່ານກ່າວວ່າ ພວກກະບົດໃນເວລານີ້ ໄດ້ຮ້ອງຂໍໃຫ້ລັດຖະບານຊູດານໃຕ້ ໃຫ້ຄວາມໝັ້ນ
ໝາຍທີ່ຈະເຮັດໃຫ້ຂໍ້ຕົກລົງນີ້ຈັດຕັ້ງປະຕິບັດໄດ້.