ປ. ຊູດານໃຕ້ ແຕ່ງຕັ້ງ ອະດີດຄູ່ແຂ່ງ ເປັນຮອງປະທານາທິບໍດີ

ປະທານາທິບໍດີ ຊູດານໃຕ້ ທ່ານ Salva Kiir ກ່າວຕໍ່ກອງປະຊຸມ ນັກຂ່າວ ທີ່ທຳນຽບປະທານາທິບໍດີ ໃນນະຄອນ Juba.

ປະທານາທິບໍດີ ຊູ​ດານ​ໃຕ້ ທ່ານ Salva Kiir ​ໄດ້​ແຕ່ງ​ຕັ້ງ​ຄູ່ແຂ່ງ
ຂອງ​ທ່ານ ຜູ້​ນໍາ​ກະບົດ ທ່ານ Reik Machar ໃຫ້ເປັນ​ຮອງ
​ປະທານາທິບໍດີ ຜູ້​ທີ​ໜຶ່ງ ຢູ່​ໃນ​ລັດຖະບານ​ປະສົມ.

​ໂຄສົກ​ປະທານາທິບໍດີ ​ໄດ້​ປະກາດ​ໃນ​ວັນ​ສຸກ​ມື້​ນີ້ ​ໂດຍກ່າວ​ວ່າ
ປະທານາທິບໍດີ ຄາດ​ວ່າ ທ່ານ Machar ຈະ​ເດີນທາງ​ໄປນະ
ຄອນຫຼວງ Juba ຂອງຊູ​ດານ​ໃຕ້ ​ໃນ​ບໍ່​ຊ້າ​ນີ້.

ທ່ານ Machar ກ່່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ກພາສາ​ອັງ​ກິດໄປ​ຍັງ​
ອາ​ຟຣິກາວ່າ ທ່ານ​ຍິນ​ດີ​ນຳ​ການ​ຖືກ​ແຕ່ງ​ຕັ້ງ ​ແລະ​ພິຈາລະນາ
​ວ່າ ​ເປັນ​ບາດກ້າວ ​ໄປ​ໃນ​ທິດ​ທາງທີ່​ຖືກຕ້ອງ ​ໃນ​ການຈັດຕັ້ງ
ປະຕິບັດ​ຂໍ້​ຕົກລົງ​ເພື່ອ​ນຳ​ເອົາ​ສະຖຽນ​ລະ​ພາບທາງດ້ານ​ການ​ເມຶ​ອງກັບ​ຄືນມາສູ່ຊູ​ດ້ານ​ໃຕ້. ທ່ານ Machar ກ່າວ​ວ່າ ສິ່ງ​ທີ່​ຈະ​ເຮັດ​ຕໍ່​ໄປ ​ກໍ​ຄື​ເຄື່ອນ​ໄຫວຢ່າງ​ວ່ອງ​ໄວເພື່ອໃຫ້
ສຳ​ເລັດເສັດ​ສິ້ນ​ໃນ​ການ​ສ້າງຕັ້ງລັດຖະບານ ​ໄລຍະ​ຂ້າມ​ຜ່ານ.

ການ​ແຕ່ງ​ຕັ້ງ ທ່ານ Machar ​ເປັ​ນພາກສ່ວນນຶ່ງ​ຂອງ​ຂໍ້​ຕົກລົງ​ສັນຕິພາບ ທີ່​ໄດ້​ເຊັນກັນ
​ໂດຍ​ຜູ້ນຳສອງ​ ​ໃນເດືອນສິງ​ຫາ ປີ 2015. ​ເຖິງ​ແມ່ນ​ວ່າ ​ໄດ້ມີ​ການບັນ ລຸຂໍ້​ຕົກລົງດັ່ງ
ກ່າວ​ກໍ​ຕາມ​ແຕ່ການ​ສູ້ລົບ​ກັນ​ຢ່າງ​ກະຈັດກະຈາຍ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.

ທ່ານ Machar ​ໄດ້​ເປັນ​ຜູ້​ຮອງ​ທ່ານ Kiir ຈົນ​ຮອດ​ປີ 2013 ເວລາ​ທ່ານຖືກ​ໄລ່​ອອກ​ຈາກ
​ຕຳ​ແໜ່​ງ ທີ່ໄດ້ກໍ່ໃຫ້​ເກີດ​ການ​ລຸກ​ຮືຂຶ້ນ ​ທີ່​ໄດ້​ເພີ້ມທະວີ​ຄວາມ​ຮຸນ​ແຮງ ຂຶ້ນຈົນ​ກາຍ​ເປັນ
​ການ​ກໍ່​ກະບົດ​ຢ່າງ​ເຕັມທີ່. ທ່ານ Machar ​ໄດ້ຫ​ລົບ​ໜີ​ຈາກ ຊູ ດານ​ໃຕ້ ​ແລະໄປ​ຢູ່ໃນ
​ປະ​ເທດເອທິ​ໂອ​ເປຍ.

ຊູ​ດານໃຕ້ ​ເປັນ​ປະ​ເທດ​ມທີ່​ເກີດ​ໃໝ່​ສຸດ​ຢູ່ໃນ​ໂລກ ​ໂດຍ​ໄດ້​ຮັບ​ເອກ​ກະລາດຈາກ ​ຊູ​ດານ
​ໃນ​ປີ 2011​. ການ​ສູ້​ລົບ​ລ​ະຫວ່າງກຳລັງລັດຖະບານ ​ແລະ​ພວກ​ກະບົດ ຂອງ​ທ່ານ
Machar ແມ່ນ​ມີ​ຄວາມ​ໂຫດຮ້າຍ​ເປັນ​ພິ​ເສດ​ແກ່ພວກ​ພົນ​ລະ​ເຣືອນ.