ລັດຖະບານ ຊູດານໃຕ້ ຕົກລົງ ຮັບເອົາ ການຢຸດຍິງ ແລ້ວ (ວີດີໂອ)

ປະທານາທິບໍດີ ເຄັນຢາ ທ່ານ Uhuru Kenyatta (ຊ້າຍ) ນາຍົກລັດຖະມົນຕີ ເອທິໂອເປຍ ທ່ານ Hailemariam Desalegn (ກາງຂວາ) ແລະປະທານາທິບໍດີ ໂຊມາລີ ທ່ານ Hassan Sheikh Mohamud (ຂວາ)

ອົງການ​ລະດັບ​ຂົງ​ເຂດ​ຂອງອາຟຣິກາ ກ່າວ​ວ່າ ລັດຖະບານຊູ​
ດານ​ໃຕ້ໄດ້ຕົກລົງ​ຮັບ​ເອົາ​ການຢຸດ​ຍິງຊຶ່ງ​ເປັນ​ການ​ເຄຶ່ອນ​ໄຫວ ​
ທີ່​ອາດ​ຈະຊ່ວຍ​ຍຸຕິ​ການ​ສູ້​ລົບກັນ​ລະຫວ່າງ​ຊົນ​ເຜົ່າ ທີ່​ເຮັດ​ໃຫ້
​ຫລາຍ​ກວ່າ 1,000 ຄົນ​ໄດ້​ເສຍ​ຊີວິດ​ ໃນ​ເດືອນ​ນີ້.

ອົງການ​ພັດທະນາ ລະຫວ່າງ​ລັດຖະບານ ຫລື IGAD ​ໄດ້​ປະ
ກາດກ່ຽວ​ກັບ​ການ​ຕັດສິນ​ໃຈດັ່ງກ່າວ ​ໃນ​ຕອນ​ທ້າຍ​ຂອງກອງ​
ປະຊຸມ​ສຸດ​ຍອດ ​ໃນ​ວັນ​ສຸກ​ວານ​ນີ້​ທີ່ ກຸງ​ໄນ​ໂຣບີ ປະ​ເທດ​ເຄັນ​
ຢາ. ກຸ່ມ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ສະໜັບສະໜຸນທ່ານ
Riek Machar ຊຶ່ງ​ເຄີຍ​ເປັນ​ຮອງ ປະທານາທິບໍດີ ຂອງ​ທ່ານ
Salva Kiir ນັ້ນ ຈົ່ງ​ໃຫ້​ຄວາມໝາ​ຍໝັ້ນ ເຊັ່ນ​ດຽວ​ກັນນີ້.

ທ່ານ Machar ບໍ່​ໄດ້​ໄປຮ່ວມກອງ​ປະຊຸມ​ສຸດ​ຍອດ ​ແລະ​ບໍ່​ມີ​
ປະຕິກິ​ລິ​ຍາໃດໆເທື່ອ ຕໍ່​ການ​ປະກາດດັ່ງກ່າວ.

ຢູ່​ໃນເຫດການ​ອີກ​ດ້ານ​ນຶ່ງ ​ໃນວັນ​ສຸກ​ວານ​ນີ້ ກຳລັງຈຸ​ທຳ​ອິດ
ທີ່​ສົ່ງ​ໄປ​ສະໜັບສະ​ໜຸນ ກໍາລັງ​ຮັກສາ​ສັນຕິພາບ ສະຫະ​ປະ
ຊາ​ຊາດໄປ​ຮອດຊູ​ດານ​ໃຕ້​ແລ້ວ. ສະຫະ​ປະຊາຊາດກ່າວ​ວ່າ ​ເຈົ້າ​ໜ້າ​ທີ່ຕໍາຫລວດບັງ​ກາ
ແດັສ 72 ຄົນ​ໄດ້ຖືກ​ສົ່ງໄປ​ເພີ້​ມ​ເຕີມຈາກສາທາລະນະ​ລັດປະຊາທິປະ​ໄຕຄອງ​ໂກຊຶ່ງ​ເປັນ
ເພື່ອນ​ບ້ານ.

Your browser doesn’t support HTML5

south sudan