ຊູດານໃຕ້ສະເຫລີມ ສະຫລອງວັນຄົບຮອບ ປີທໍາອິດແຫ່ງການປະກາດ ເອກະລາດຂອງຕົນ

  • ສິມມາລາ

ປະທານາທິບໍດີ Salva Kiir ຂອງຊູດານໃຕ້ ກ່າວຄໍາປາໃສໃນຄືນກ່ອນມື້ເປີດພິທີ ສະເຫລີມສະຫລອງວັນຄົບ ຮອບປີທໍາອິດແຫ່ງການປະກາດເອກະລາດຂອງປະເທດ ທີ່ສູນວັດທະນາທໍາ Nyakuron ທີ່ນະຄອນຫລວງຈູບາ ໃນວັນທີ 8 ກໍລະກົດ, 2012

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ພັນ ກິມູນ ໄດ້ສະແດງຄວາມຊົມເຊີຍຕໍ່ຊູ
ດານໃຕ້ ເນື່ອງໃນໂອກາດສະເຫລີມສະຫລອງວັນຄົບຮອບປີທໍາອິດແຫ່ງການປະກາດ
ເອກະລາດຂອງປະເທດດັ່ງກ່າວ ໂດຍໄດ້ກ່າວວ່າ ປະຊາຊົນຂອງປະເທດນັ້ນ ໄດ້ “ເສຍ
ສະລະຢ່າງຫລວງຫລາຍ”
ແລະດຽວນີ້ ແມ່ນພາກັນສາມາດ “ຍ່າງຢູ່ເທິງເວທີສາກົນ
ຢ່າງມີຄວາມພາກພູມໃຈ.”
​ໄດ້​ແລ້ວ.

ຫົວໜ້າຂອງຫ້ອງການສະຫະປະຊາຊາດປະຈໍາຊູດານໃຕ້ ທ່ານ Hilde Johnson ໄດ້ນໍາ ເອົາຄໍາຖະແຫລງດັ່ງກ່າວຂອງທ່ານ ພັນ ກີ​ມູນ ໄປກ່າວຢູ່ໃນພິທີສະຫລອງ ທີ່ຈະຈັດຂຶ້ນ
ໃນວັນຈັນມື້ນີ້ ຢູ່ນະຄອນຫລວງຈູບາ. ປະທານາທິບໍດີ Salva Kiir ກໍມີແຜນທີ່ຈະໄປ ກ່າວຄໍາປາໃສໃນພິທີນັ້ນເຊັ່ນກັນ.

ພ້ອມ​ດຽວ​ກັນ​ນີ້ ທ່ານພັນໄດ້ເຕືອນວ່າ ຊູດານໃຕ້ຍັງຈະຕ້ອງໄດ້ຜ່ານຜ່າຄວາມຫຍຸ້ງຍາກ
ຫລາຍຢ່າງຢູ່ ແຕ່ກໍເວົ້າວ່າ ຢ່າງໃດກໍຕາມ ສະຫະປະຊາຊາດຈະສືບຕໍ່ໃຫ້ການ ສະໜັບສະ ໜູນແກ່ລັດຖະບານຊູດານໃຕ້ ແລະຈະດໍາເນີນການເພື່ອຊ່ວຍແກ້ໄຂບັນຫາ ທຸກຢ່າງທີ່ຍັງ
ຄ້າງຄາຢູ່ ກັບຊູດານ ປະເທດເພື່ອນບ້ານນັ້ນ.

ຊູດານໃຕ້ ໄດ້ແຍກຕົວອອກມາຈາກປະເທດຊູດານ ລຸນຫລັງທີ່ມີການລົງປະຊາມະຕິ ທີ່ເປັນ ສ່ວນນຶ່ງຂອງຂໍ້ຕົກລົງສັນຕິພາບ ປີ 2005 ທີ່ໄດ້ເຮັດໃຫ້ສົງຄາມກາງເມືອງ ທີ່ດໍາເນີນມາ ເປັນເວລາ 21 ປີນັ້ນ ສິ້ນສຸດລົງ.