ປ. ​ເກົາຫຼີ​ໃຕ້ ປະກາດ ເອົາ​ບາດກ້າວ ​ທີ່​ໜັກ​ມື​ຕື່ມ​ຂຶ້ນ ​ຕໍ່​ເກົາຫຼີ​ເໜືອ

Your browser doesn’t support HTML5

ປະທານາທິບໍດີເກົາຫຼີໃຕ້ ທ່ານນາງ Park Geun-hye

ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານນາງ Park Geun-hye ເຕືອນ
​ເກົາຫຼີ​ເໜືອວ່າ ​ໂຊ​ລວາງແຜນ​ທີ່ຈະ​ເອົາ​ບາດກ້າວ​ທີ່​ໜັກ​ມື​ຕື່ມ
​ຂຶ້ນ​ຕໍ່​ເກົາຫຼີ​ເໜືອ ຖ້າ​ຫາກ​ວ່າເກົາຫຼີ​ເໜືອ ຍັງ​ຈະ​ສືບ​ຕໍ່​ ພັດທະ
ນາໂຄງການ​ນິວ​ເຄລຍຂອງ​ຕົນ.

​ໃນ​ການ​ກ່າວ​ຄຳ​ປາ​ໄສ​ ທີ່ໄດ້​ມີ​ການ​ອອກ​ອາກາດ ທາງ​ໂທລະ
ພາບໃນທົ່ວ​ປະ​ເທດ ​ຕໍ່​ກອງ​ປະຊຸມ​ແຫ່ງ​ຊາດ​ໃນ​ວັນ​ອັງຄານ​ມື້
​ນີ້ ທ່ານນາງ Park ປົກ​ປ້ອງ​ການ​ຕັດສິນ​ໃຈ ​ທີ່​ຈະ​ປິດ​ເຂດ​ອຸ​ດ
ສາ​ຫະກຳ​ຮ່ວມ Kaesong ​ເພື່ອ​ເປັນການ​ຕອບ​ໂຕ້​ຕໍ່​ການ​ທົດ
​ລອງ​ນິວ​ເຄລຍ​ແລະ​ໂຄງການລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຄັ້ງ​ຫຼ້າ​
ສຸດ.

ຂະບວນລົດຂົນສົ່ງ ທີ່ມຸ່ງໜ້າໄປຍັງເຂດອຸດສາຫະກຳຮ່ວມ Kaesong ໃນຂະນະທີ່ເຈົ້າໜ້າທີ່ຂອງເກົາຫຼີເໜືອ ຢືນກວດສອບພາສີ, ຄົນເຂົ້າເມືອງ ແລະເຈົ້າໜ້າທີ່ກັກບໍລິເວນ ໃນໝູ່ບ້ານ Panmunjom ທີ່ເມືອງ Paju, ເກົາຫຼີໃຕ້, 11 ກຸມພາ 2016.

ທ່ານ​ນາງ​ໄດ້​ກ່າວ​ຢ້ຳ​ເຖິງ​ການກ່າວ​ຫາກ່ອນ​ໜ້ານີ້​ທີ່ວ່າ
Pyongyang ລັກເອົາ​ເງິນ​ຈຳນວນ 100 ລ້ານ​ໂດ​ລ່າ​ຈາກ
ທຸລະ​ກິດ​ຂອງ​ເກົາຫຼີ​ໃຕ້ ທີ່​ຈ່າຍ​ລາຍ​ປີ ໃຫ້​ພະນັກງານ​ເກົາຫຼີ
​ເໜືອ 53 ພັນຄົນ​ທີ່​ເຮັດ​ວຽກ​ໃນ​ອຸດສາຫະກຳ​ຮ່ວມ​ນັ້ນ ​ແລະ​ໃຊ້​ເງິນ​ດັ່ງກ່າວ​ໃນ​ໂຄງການ​ນິວ​ເຄລຍ.ທ່ານ​ນາງ Park ​ໄດ້​ບອກ​ກັບ​ຄະນະ​ລັດຖະສະພາ​ວ່າ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ເອົາ​ບາດກ້າວ​ໃນ​ທາງ​ສັນຕິ​ວິ​ທີ “goodwill” ກັບ​ເກົາຫຼີ​ເໜືອທີ່​ບໍ່​ປະສົບ​ຜົນສຳ​ເລັດແລ້ວ​ນັ້ນ ລັດຖະບານ​ ຈຳ​ເປັນ​ຕ້ອງ “​ເອົາ​ບາດກ້າວ ​ທີ່​ໜັກຂຶ້ນ​ແລະ​ມີ​ປະສິດ​ທີ່​ພາບຫຼາຍຂຶ້ນ” ທີ່​ຈະເຮັດ​ໃກ້​ເກົາຫຼີ​ເໜືອ​ໃນ​ທີ່​ສຸດ​ເຫັນ​ໄດ້​ວ່າ ​ໂຄງການ​ພັດທະນານິວ​ເຄລຍຂອງ​ເກົາຫຼີ​ເໜືອນັ້ນ “ພຽງ​ເພື່ອ​ຈະ​ນຳ​ໄປ​ສູ່​ການ​ພັງ​ທະລາ​ຍລົງ​ຂອງ​ລະບອບ​ການ​ປົກຄອງ​ຜະ​ເດັດ​ການ​ໄວ​ຂຶ້ນ.”

ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ສະແດງປະຕິກິລິຍາ ຕໍ່ການທົດລອງລູກສອນໄຟໄລຍະໄກ ໃນຮູບພາບທີ່ບໍ່ໄດ້ ລະບຸວັນເວລາທີ່ນຳເຜີຍແຜ່ໂດຍອົງການສູນກາງຂ່າວ ເກົາຫຼີເໜືອ (KCNA) ໃນເມືອງ Pyongyang, 7 ກຸມພາ, 2016.

​ເກົາ​ຫຼື​ເໜືອ ​ໄດ້​ທຳ​ການ​ທົດ​ລອງລູກ​ສອນ​ໄຟໄລຍະໄກ ​ໃນ​ວັນ​ທີ 7
ກຸມພາ ​ເພື່ອ​ສົ່ງ​ໃນ​ອັນທີ່​ພຽງ​ຢາງ​ເອີ້ນວ່່າ ​“​ດາວ​ທຽມສັງ​ເກດ​ການ
​ໂລກ”
​ ຂຶ້ນສູ່​ວົງ​ໂຄຈອນ. ການ​ທົດ​ລອງ​ທີ່​ວ່າ​ນີ້ ​ໄດ້​ຖືກ​ປະນາມ​ຈາກ​ປະຊາ​ຄົມນາ​ໆ​ຊາດວ່າ​ ລະ​ເມີ​ດກົດ​ລະບຽບ​ການ​ລົງ​ໂທດຂອງ​ທາງ​ອົງ ການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ທົດ​ລອງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດໄລຍະໄກ ຄັ້ງ​ກ່ອນ.

ການ​ທົດ​ລອງ​ທີ່​ວ່າ​ນີ້ ມີ​ຂຶ້ນ​ນຶ່ງ​ເດືອນ ຫຼັງ​ຈາກ ​ເກົາຫຼີ​ເໜືອ​ໄດ້​ທຳ​ການ​ທົດ​ລອງນິວ​ເຄລຍ
ຄັ້ງ​ທີ 4 ຂອງຕົນ.