ປະທານາທິບໍດີ ເກົາຫລີໃຕ້ ພົບປະກັບ ຫົວໜ້າ ສປຊ (ວີດິໂອ)

ປະທານາທິບໍດີເກົາຫລີໃຕ້ ຂະນະຂຶ້ນເຮືອບິນປະຈໍາຕໍາແໜ່ງ ເພື່ອອອກເດີນທາງມາຢ້ຽມຢາມສະຫະລັດ ຢູ່ຖານທັບທະຫານເກົາຫລີໃຕ້ ທີ່ເມືອງ Seongnam, ວັນທີ 5 ພຶດສະພາ 2013.

ປະທານາທິບໍດີ ​ເກົາ​ຫລີ​ໃຕ້ ທ່ານ​ນາງ Park Geun-hye ​ໄດ້
​ມາ​ເຖິງ​ນະ​ຄອ ນິວຢອກ​ແລ້ວ ​ເພື່ອ​ສົນທະນາ​ກັບ ​ເລຂາທິການ
​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Ban Ki-moon.

ການ​ພົບປະກັນ​ໃນ​ຕອນ​ເຊົ້າວັນ​ຈັນມື້​ນີ້ ກັບ​ຫົວໜ້າອົງການ
ສະຫະ​ປະຊາ​ຊາດ ທີ່​ເກີດຢູ່​ໃນ​ເກົາຫລີ​ໃຕ້ນັ້ນ ​ແມ່ນ​ບັ້ນ​ທໍາ
​ອິດ​ຂອງ​ການ​ປະຊຸມໃນ​ລະດັບສູງຫລາຍໆບັ້ນ​ ທີ່ປະທານາ
ທິບໍດີ Park ມີ​ນັດໝາຍ​ ໃນ​ລະຍະ​ຫ້າ​ມື້​ຂອງ​ການ​ຢ້ຽມຢາມ
ສະຫະລັດ​ໃນ​ຄັ້ງ​ນີ້.

​ໃນ​ວັນ​ອັງຄານ​ມື້​ອຶ່ນນີ້ ທ່ານ​ນາງຈະ​ພົບ​ປະ​ກັບ ປະທານ​າທິ
ບໍດີ Barack Obama ຢູ່ທີ່​ທໍານຽບຂາວ ​ໃນ​ການ​ສົນທະນາ​ຫາ​ລື ​ທີ່​ຄາດ​ວ່າ​ຈະ​ເນັ້ນ​ໜັກ​
ໃສ່​ການ​ປະສານແນວຄິດຂອງ​ພວກ​ທ່ານ​ທັງ​ສອງ ກ່ຽວ​ກັບ​ວ່າ​ຄວນ​ຈະ​ຮັບ​ມື​ກັບ​ເກົາຫລີ​
ເໜືອ​ຢ່າງ​ໃດ ຫລັງ​ຈາກ​ທີ່ມີການ​ກ່າວ​ຄໍາ​ຂູ່​ມາ​ຈາກ​ປະ​ເທດ​ດັ່ງກ່າວ ​ເມື່ອ​ໄວໆ​ມາ​ນີ້ ທີ່​ວ່າ​
ຈະ​ໂຈມ​ຕີ​ທັງ​ສະຫະລັດ​ ແລະ​ເກົາຫລີ​ໃຕ້​ນັ້ນ.

Your browser doesn’t support HTML5

US-Korea



ຜູ້​ນໍາ​ເກົາຫລີ​ໃຕ້ ຍັງ​ມີກໍານົດຈະ​ກ່າວ​ຄໍາ​ປາ​ໄສ ຕໍ່​ກອງປະຊຸມຮ່ວມ​ຂອງ​ທັງ​ສອງສະພາ​
ຂອງ​ສະຫະລັດ ​ໃນ​ວັນ​ພຸດ​ຈະ​ມາ​ເຖິງ​ນີ້.

ປະທານາທິບໍດີ Park ຊຶ່ງນໍາພາຄະນະຜູ້​ແທນທຸລະກິດ​ເກົາຫລີ​ໃຕ້ກວ່າ 50 ຄົນ ຈະຢຸດ
ແວ່ທີ່ ນະຄອນ Los Angeles ໃນວັນພະຫັດ ເພື່ອພົບປະກັບ ບັນດານັກທຸລະກິດ​ເຊື້ອ
ສາຍເກົາຫລີ.

ບ່ອນຢຸດແວ່ຢ້ຽມຢາມຂອງ ປະທານາທິບໍດີເກົາຫລີໃຕ້ ຢູ່ສະຫະລັດ:

ລັດສີແດງແມ່ນບ່ອນທີ່ປະທານາທິບໍດີເກົາຫລີໃຕ້ ຢຸດແວ່ຢ້ຽມຢາມ ນອກຈາກວໍຊິງຕັນ ດີຊີແລ້ວ ກໍຄືລັດນິວຢອກແລະແຄລິຟໍເນຍ.