ທ່ານ Moon Jae-in ໄດ້ສາບານໂຕເຂົ້າຮັບຕຳແໜ່ງປະທານາທິບໍດີແຫ່ງ ເກົາຫຼີໃຕ້ ພຽງໜຶ່ງວັນຫຼັງຈາກໄດ້ຊະນະໃນການເລືອກຕັ້ງປະທາ ນາທິບໍດີ ດ້ວຍຄະແນນ ທີ່ລື່ນກັນຫຼາຍທີ່ສຸດ ໃນປະຫວັດສາດຂອງປະເທດ.
ການເລືອກຕັ້ງກ່ອນກຳນົດໄດ້ມີຂຶ້ນ ຍ້ອນການຟ້ອງຮ້ອງອະດີດປະທານາທິບໍດີ ທ່ານ
ນາງ ປາກ ກຶນ ເຮ ທີ່ຖືກກ່າວຫາວ່າທ່ານນາງມີສ່ວນຮ່ວມໃນການສໍ້ລາດບັງຫຼວງທີ່ເປັນຂ່າວນອງນັນ ເຊິ່ງບັນດາກຸ່ມບໍລິສັດເອກະຊົນໄດ້ຈ່າຍເງິນຫຼາຍກວ່າ 69 ລ້ານໂດ
ລາໃຫ້ກັບມູນນິທິທີ່ໜ້າສົງໄສ, ຄວບຄຸມໂດຍເພື່ອນທີ່ໃກ້ຊິດຂອງທ່ານນາງ ແລະ ພັກ
ພວກ ເພື່ອແລກປ່ຽນກັບການຊ່ວຍເຫຼືອຂອງລັດຖະບານ.
ໃນການກ່າວຄຳປາໄສເຂົ້າຮັບຕຳແໜ່ງຂອງທ່ານຢູ່ສະພາແຫ່ງຊາດໃນວັນພຸດມື້ນີ້, ຜູ້
ນຳເສລີນິຍົມຂອງພັກປະຊາທິປະໄຕແຫ່ງ ເກົາຫຼີ ໄດ້ກ່າວວ່າ ທ່ານຈະນຳພາປະເທດ
ໃຫ້ເປັນແບບຢ່າງ ເພື່ອໃຫ້ການສໍ້ລາດບັງຫຼວງຂອງລັດຖະບານສິ້ນສຸດລົງ.
ປະທານາທິບໍດີ Moon ໄດ້ກ່າວວ່າ “ຂ້າພະເຈົ້າຈະເປັນປະທານາທິບໍດີທີ່ຂາວສະອາດ. ຂ້າພະເຈົ້າມາພິທີສາບານໂຕຂອງຂ້າພະເຈົ້າເພື່ອຮັບຕຳແໜ່ງປະທານາທິບໍດີ ໂດຍບໍ່ ມີສິ່ງໃດຢູ່ໃນມືຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າກໍຈະກ້າວອອກໄປໂດຍບໍ່ມີຫຍັງຢູ່ໃນ ມືຂອງຂ້າພະ ເຈົ້າ. ຫຼັງຈາກນັ້ນຂ້າພະເຈົ້າຈະກັບຄືນໄປບ້ານຂອງຂ້າພະເຈົ້າ ແລະ ເປັນປະຊາຊົນທຳມະດາສາມັນ.”
ຍ້ອນວ່າລັດຖະບານຮັກສາການ ທີ່ບໍ່ໄດ້ຮັບເລືອກຕັ້ງ ຖືກມອບໝາຍໃຫ້ປະຕິບັດໜ້າທີ່ ໃນລະຫວ່າງທີ່ມີການຟ້ອງຮ້ອງອະດີດປະທານາທິບໍດີຢູ່ນັ້ນ, ທ່ານ Moon ຈຶ່ງໄດ້ເຂົ້າ ຮັບຕຳແໜ່ງ ແບບບໍ່ມີພິທີທີ່ໃຫຍ່ໂຕຫຍັງເລີຍ ບໍ່ເທົ່າໃດຊົ່ວໂມງຫລັງຈາກໄດ້ມີການປະກາດຜົນການເລືອກຕັ້ງຢ່າງເປັນທາງການ.
ກ່ຽວກັບບັນຫາພາຍໃນປະເທດນັ້ນ, ທ່ານ Moon ໄດ້ກ່າວວ່າ ທ່ານຈະເລີ່ມການປະຕິ
ຮູບດ້ານການເມືອງ ເພື່ອຈັດຄວາມສົມດຸນໃຫ້ຢູ່ໃນອຳນາດຂອງປະທານາທິບໍດີ ແລະ ປາບປາມການກະທຳທີ່ຜິດກົດໝາຍຂອງບໍລິສັດ. ທ່ານຍັງໄດ້ສັນຍາທີ່ຈະຂະຫຍາຍ ການໃຊ້ຈ່າຍຂອງລັດຖະບານໃນດ້ານການສຶກສາ ແລະ ການສ້າງວຽກງານ, ແຕ່ໃນ ຂະນະດຽວກັນ ກໍຈະເພີ່ມການເກັບພາສີຄົນທີ່ຮັ່ງມີ.
ທ່ານ Moon ໄດ້ຮັບຄະແນນສຽງ 13 ລ້ານ 4 ແສນຄະແນນ, ເຊິ່ງປະກອບເປັນ 41 ເປີເຊັນຂອງຜູ້ມີສິດອອກສຽງເລືອກຕັ້ງທັງໝົດ, ອີງຕາມຄຳຖະແຫຼງ ຂອງຄະນະກຳມະ ທິການການເລືອກຕັ້ງແຫ່ງຊາດ. ມີຜູ້ໄປປ່ອນບັດລົງຄະແນນສຽງ ລວມທັງໝົດມີ 32
ລ້ານຄົນ, ເຮັດໃຫ້ ການເລືອກຕັ້ງໃນຄັ້ງນີ້ ເປັນການເລືອກຕັ້ງທີ່ມີຄົນໄປລົງຄະແນນ
ສຽງກັນຫຼາຍທີ່ສຸດໃນຮອບ 20 ປີ.
Your browser doesn’t support HTML5
South Korea Election
Your browser doesn’t support HTML5
New South Korean President Promises to Heal Divisions at Home and Abroad