ທູດພິເສດຂອງເກົາຫຼີໃຕ້ 2 ທ່ານ ກຳລັງເດີນທາງມາຍັງສະຫະລັດ ເພື່ອລາຍງານຕໍ່
ເຈົ້າໜ້າທີ່ ລັດຖະບານຂອງທ່ານທຣຳ ກ່ຽວກັບການສົນທະນາຫາລືກັບ ກິມ ຈົງ ອຶນ
(Kim Jong Un) ຜູ້ນຳເກົາຫຼີເໜືອ.
ທ່ານ ຈັງ ອຸຍ-ຢົງ ຫົວໜ້າອົງການຮັກສາຄວາມປອດໄພແຫ່ງຊາດໄດ້ເດີນທາງອອກ
ຈາກນະຄອນຫຼວງໂຊລ ໃນວັນພະຫັດມື້ນີ້ ພ້ອມດ້ວຍ ຫົວໜ້າອົງການສືບລັບແຫ່ງຊາດ
ທ່ານ ຊຸ ຮູນ. ທ່ານ ຈັງ ແລະທ່ານ ຊຸ ຄາດວ່າ ຈະສົນທະນາຫາລື ເລື່ອງການພົບປະ
ກັບທ່ານ ກິມ ໃນສັບປະດານີ້ຢູ່ນະຄອນພຽງຢາງ ກັບລັດຖະມົນຕີການຕ່າງປະເທດ
ສະຫະລັດທ່ານເຣັກສ໌ ທິລເລີສັນ ແລະທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດທ່ານ
H.R. ແມັກແມັສເຕີ.
ອີງຕາມ ທ່ານ ຈັງ ອຸຍ-ຢົງ ແລ້ວ ຜູ້ນຳເກົາຫຼີເໜືອ ໄດ້ສະເໜີໂຈະ ຢ່າງບໍ່ຄາດຝັນ
ທີ່ຈະໂຈການທົດລອງອາວຸດນິວເຄລຍແລະລູກສອນໄຟຂີປະນາວຸດ ໃນຂະນະທີ່ມີ
ການຕິດຕໍ່ພົວພັນໂດຍກົງກັບສະຫະລັດ ເພື່ອຍຸຕິໂຄງການນິວເຄລຍຂອງປະເທດ
ຕາບໃດທີ່ຍັງມີການຄ້ຳ ປະກັນເລື່ອງຄວາມປອດໄພຂອງເກົາຫຼີເໜືອ.
ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ (Kim Jong Un) ຈັບມືກັບທ່ານຈັງ ອຸຍ ຢົງ (Chung Eui-yong), ຜູ້ຊຶ່ງເປັນຕົວແທນຂອງປະທານາທິບໍດີ, ພາບຈາກທາງກການເກົາຫຼີເໜືອ, 6 ມີນາ 2018.
ສອງເກົາຫຼີທີ່ເປັນຄູ່ປໍລະປັກ ຍັງໄດ້ຕົກລົງ ທີ່ຈະຈັດໃຫ້ມີກອງປະຊຸມສຸດຍອດ
ຄັ້ງສຳຄັນໃນທ້າຍເດືອນເມສາ ທີ່ບ້ານຊາຍແດນ ປັນມູນຈອມ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳໄດ້ກ່າວວ່າ ເກົາຫຼີເໜືອ ເບິ່ງຄືວ່າ ມີຄວາມ
“ຈິງໃຈ” ໃນການສະເໜີ ເພື່ອເປີດການເຈລະຈາໂດຍກົງ.
ຫຼັງຈາກພົບປະກັນ ທີ່ວໍຊິງຕັນແລ້ວ ທ່ານຈັງ ຈະເດີນທາງໄປຈີນ ແລະຣັດເຊຍ ເພື່ອ
ແຈ້ງໃຫ້ເຈົ້າໜ້າທີ່ຢູ່ທີ່ນັ້ນຊາບ ກ່ຽວກັບຂໍ້ສະເໜີຂອງເກົາຫຼີເໜືອ ໃນຂະນະທີ່ທ່ານ ຊຸ
ຈະເດີນທາງໄປຍີ່ປຸ່ນ. ປະເທດທັງ 3 ພ້ອມທັງເກົາຫຼີໃຕ້ແລະສະຫະລັດ ໄດ້ທຳການ
ເຈລະຈາກັບພຽງຢາງ ມາເປັນເວລາຫຼາຍໆປີ ເພື່ອຍຸຕິໂຄງການອາວຸດນິວເຄລຍ ຂອງປະເທດດັ່ງກ່າວ. ການເຈລະຈາ ໄດ້ຢຸດສະງັກລົງ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ລັດຖະມົນຕີການຕ່າງປະເທດເອທິໂອເປຍ ທ່ານ ເວີກເນ ກີບີຢີຮູ (Workneh Gebeyehu) (ຂວາ ກາງ) ຍ່າງໃນພົມແດງ ກັບ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ເຣັກ ທິລເລີສັນ (Rex Tillerson) ໃນຂະນະທີ່ພວກທ່ານຢ້ຽມຢາມອາຟຣິກາ ເປັນເວລາ 6 ມື້ນັ້ນ, ທີ່ສະໜາມບິນອາດິສ ອາບາໆ (Addis Ababa), 7 ມີນາ 2018.